ຜົ້ງສາລີ-ຜູ່ເອີ ຈະຮ່ວມທຳລາຍຝຸງຕັກແຕນ ແລະປ້ອງກັນພະຍາດສັດລ້ຽງ ຊ່ວຍປະຊາຊົນ

356

ເພື່ອປະຕິບັດຕາມເນື້ອໃນຈິດໃຈບົດບັນທຶກ ຂອງຄະນະການນໍາແຂວງຜົ້ງສາລີ ເເຫ່ງ ສປປ ລາວ ກັບ ຄະນະການນໍານະຄອນຜູ່ເອີ ແຂວງຢຸນນານ ແຫ່ງ ສປປ ຈີນ ຄັ້ງທີ 6, ທັງເປັນການເພີ່ມທະວີການຮ່ວມມືກັນໃນການປ້ອງກັນ ການແຜ່ລະບາດຂອງຕັກແຕນຝູງໄມ້ປ່ອງ ລະຫວ່າງ ແຂວງຜົ້ງສາລີ ກັບ ນະຄອນຜູ້ເອີ ແລະ ເພື່ອຮັບປະກັນຄວາມປອດໄພ ຂອງລະບົບນິເວດ, ປ່າໄມ້ ແລະ ທົ່ງຫຍ້າ ຂອງສອງຝ່າຍໃຫ້ມີຄວາມສົມບູນນັ້ນ, ໃນວັນທີ 1 ມີນາ 2021 ຢູ່ທີຊາຍລາວ – ຈີນ ຫຼັກໝາຍທີ 7 ໄດ້ຈັດໃຫ້ມີ ກອງປະຊຸມພົບປະແລກປ່ຽນດ້ານວິຊາການຮ່ວມກັນປ້ອງກັນ ສະກັດກັ້ນການແຜ່ລະບາດຂອງຕັກແຕນຝູງໄມ້ປ່ອງ ແລະ ການປ້ອງການພະຍາດສັດລ້ຽງ ທີ່ຈະເກີດຂື້ນຕາມລະດູການ ລະຫ່ວາງແຂວງຜົ້ງສາລີ ເເຫ່ງ ສປປ ລາວ ກັບ ນະຄອນຜູ່ເອີ ແຂວງຢຸນນານ ແຫ່ງ ສປປ ຈີນ ຂື້ນ ເຊີ່ງຝ່າຍແຂວງຜົ້ງສາລີ ນຳໂດຍທ່ານ ຄຳເພັດ ຈິດປັນຍາ ຫົວໜ້າພະແນກການຕ່າງປະເທດແຂວງຜົ້ງສາລີພ້ອມດ້ວຍຄະນະ, ຝ່າຍຈີນນຳໂດຍ ທ່ານ ວາງ ໂປ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດນະຄອນຜູ່ເອີແຫ່ງ ສ ປ ຈີນ ພ້ອມດ້ວຍຄະນະ.


ໃນກອງປະຊຸມພົບປະຄັ້ງນີ້ທັງສອງຝ່າຍແມ່ນໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານການປ້ອງກັນກັ້ນລະບາດຂອງຕັກແຕນຝູງໄມ້ປ່ອງ ໃນໄລຍະຜ່ານມາໃຫ້ການຊາບ. ສຳລັບຢູ່ແຂວງຜົ້ງສາລີ ແມ່ນໄດ້ເລີ່ມລະບາດມາແຕ່ປີ 2015 ເກີດຢູ່ບ້ານກຸງຍາງ, ເມືອງໃໝ່ ລຽບຕາມຊາຍແດນ ລາວ – ຫວຽດນາມ ມາຮອດປະຈຸບັນທົ່ວແຂວງ ມີການລະບາດ ຢູ່ໃນ 115 ບ້ານ, ພົບຈຸດວາງໄຂ່ 181 ຈຸດ , ມີເນື້ອທີ 1.733 ເຮັກຕາ, ໃນນັ້ນພົບຜົນເສຍຫາຍ 89 ບ້ານ, 2.241 ຄອບຄົວ, ເນື້ອທີ່ຜົນລະປູກເສຍຫາຍ 800 ກວ່າ ເຮັກຕາ, ລວມມູນຄ່າ 6 ຕື້ກວ່າກີບ.

ພ້ອມກັນນັ້ນທັງສອງຝ່າຍຍັງໄດ້ເອກະພາບ ທິດທາງແຜນການຮ່ວມມືກັນໃນຕໍ່ຫນ້າເປັນຕົ້ນແມ່ນ: ສອງຝ່າຍເຫັນດີສ້າງກົນໄກປະສານງານເພື່ອປ້ອງກັນ ແລະ ທໍາລາຍການແຜ່ລະບາດຂອງຕັກເເຕນຝູງໄມ້ປ່ອງ ແລະ ສັດຕູພືດອື່ນໆທີ່ທໍາລາຍພືດພັນ, ປ່າໄມ້ຢ່າງຫນັກ, ໂດຍການລາຍງານສະພາບ, ຂໍ້ມູນຂ່າວສານໃຫ້ກັນ ແລະ ກັນຊາບໃນແຕ່ລະໄລຍະຢ່າງທັນການ, ສອງຝ່າຍຕ້ອງຮ່ວມມືກັນສໍາຫຼວດລາຍລະອຽດ ແລະ ປ້ອງກັນປາບປາມໃນຂົງເຂດເເຜ່ລະບາດຂອງຕັກແຕນຝູງໄມ້ປ່ອງ ແລະ ສັດຕູພືດອື່ນໆທີ່ທໍາລາຍພືດພັນ, ປ່າໄມ້ຢ່າງຫນັກ,ຈັດຝຶກອົບຮົມ ແລະ ແລກປ່ຽນບົດຮຽນດ້ານເຕັກນິກໃນການທໍາລາຍທີ່ໄດ້ຮັບປະສິດຕິຜົນດີ.

ສອງຝ່າຍຕ້ອງເອົາໃຈໃສ່ໃນການປ້ອງກັນ ແລະ ທໍາລາຍ ໃນໄລຍະແຕ່ ເດືອນມີນາ-ພຶດສະພາ ຊຶ່ງເປັນໄລຍະທີ່ຕັກແຕນຝູງໄມ້ປ່ອງກໍາລັງແຜ່ພັນ, ເພື່ອບໍ່ໃຫ້ແຜ່ລາມເປັນວົງກວ້າງ, ສອງຝ່າຍຮ່ວມມືກັນສ້າງກົນໄກຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນກໍາຈັດ ແລະ ທໍາລາຍສັດຕູພືດ ທີ່, ທໍາລາຍປ່າໄມ້, ທົ່ງຫຍ້າໃຫ້ໄດ້ປະສິດຕິຜົນດີ, ຝ່າຍ ຈີນ ເຫັນດີຊ່ວຍເຫຼືອທຶນ ແລະ ວັດຖຸ, ເພື່ອຮັບປະກັນ ຄວາມປອດໄພລະບົບນິເວດ ຂອງພືດພັນ ແລະ ປ່າໄມ້, ສອງຝ່າຍເຫັນດີ ສ້າງຕັ້ງຜູ້ປະສານງານທັງສອງຝ່າຍເພື່ອລາຍງານການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະໃຫ້ການຊາບ.

ນອກຈາກນີ້ທັງສອງຝ່າຍຍັງໄດ້ປືກສາຫາລືກ່ຽວກັບວຽກງານການປ້ອງການກັນລະບາດພະຍາດສັດລ້ຽງທີ່ຈະເກີດຂື້ນຕາມລະດຸການຢູ່ລຽບຕາມຊາຍແດນລາວ – ຈີນ ຕື່ມອີກ. ໃນຕອນທ້າຍຂອງພິທີ ທັງສອງຝ່າຍຍັງໄດ້ຮ່ວມກັນລົງນາມເຊັ່ນບົດບັນທືກຮ່ວມກັນລະຫ່ວາງແຂວງຜົ້ງສລີ ແຫ່ງ ສປປ ລາວ ກັບ ນະຄອນຜູ່ເອີ ແຂວງຢຸນນານແຫ່ງ ສປ ຈີນ ໂດຍຕ່າງໜ້າຝ່າຍແຂວງຜົ້ງສາລີເຊັ່ນໂດຍທ່ານ ພູຈອນ ພົມມະຈັນ ຮອງຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງຜົ້ງສາລີ ແລະ ທ່ານ ລີ ຈີ ເຫີງ ຮອງຫົວໜ້າຫ້ອງການ ປ່າໄມ້, ທົ່ງຫຍ້າ ນະຄອນຜູ່ເອີ  ໂດຍຊ່ອງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

( ພາບ – ຂ່າວ: ແສງຄຳ ສາລີວັນ )