24 ກຸມພາ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ທັງໝົດ ເກືອບ 400ຄົນ

186

ຄະນະສະເພາະກິດຖະແຫຼງ ວັນທີ 24 ກຸມພາ 2021 ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ທັງໝົດ 393 ຄົນ, ເຊິ່ງຜົນກວດແມ່ນບໍ່ພົບເຊື້ອ, ຂະນະທີ່ຄົນເຈັບຕິດເຊື້ອໂຄວິດ-19 ຍັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 3 ຄົນ.

ວັນທີ 25 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ທົ່ວໂລກມີການລາຍງານການລະບາດຂອງພະຍາດ ໂຄວິດ-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 113.060.812 ຄົນ, ເສຍຊິວິດສະສົມ 2.506.154 ຄົນ ແລະ ປີ່ນປົວຫາຍດີ 88.667.544 ຄົນ. ສຳລັບບັນດາກຸ່ມປະເທດອາຊຽນ, ປະເທດ ອິນໂດເນເຊຍ ແມ່ນມີຜູ້ຕິດເຊື້ອສະສົມ ສູງກວ່າໝູ່ , ຖັດລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມາ ຕາມລຳດັບ

ສະເພາະ ສປປ ລາວ ໃນວັນທີ 24 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 393 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າ ວັນທີ 24 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 112.150 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ. ທັ້ງນີ້, ມາຮອດປັດຈຸບັນ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 3 ຄົນ ແມ່ນສືບຕໍ່ ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ:  ບັນຫາສຳຄັນແມ່ນ ປະເທດເພື່ອນບ້ານຂອງພວກເຮົາ ກຳລັງມີການລະບາດໃໝ່ເກີດຂຶ້ນ ເປັນຍ້ອນ ມີກຸ່ມຄົນຈຳນວນໜຶ່ງ ທີ່ເດີນທາງເຂົ້າມາປະເທດດັ່ງກ່າວ ບໍ່ປະຕິບັດມາດຕະການ ໃນການຈຳກັດບໍລິເວນຕົນເອງ ໃຫ້ຄົບກຳນົດ 14 ວັນ ຢ່າງເຄັ່ງຄັດ ແຕ່ພວກກ່ຽວໄດ້ລັກລອບອອກຈາກສູນຈຳກັດບໍລິເວນທີ່ຖືກກຳນົດໄວ້, ພ້ອມດຽວກັນນັ້ນ ພວກກ່ຽວ ຍັງໄດ້ໄປສະຖານທີ່ບັນເທິງ ເຊິ່ງເປັນບ່ອນທີ່ມີຄົນແອອັດ ແລະ ສະຖານທີ່ຕ່າງໆຫຼາຍແຫ່ງ ພາຍໃນຕົວເມືອງນຳອີກ ສົ່ງຜົນໃຫ້ ການຕິດເຊື້ອຂະຫຍາຍເປັນວົງກວ້າງ.

ຕໍ່ກັບສະພາບການດັ່ງກ່າວ ຂໍຮຽກຮ້ອງມາຍັງ ເຈົ້າໜ້າທີ່ຜູ້ຮັບຊອບ ທີ່ປະຕິບັດວຽກງານ ຢູ່ສູນຈຳກັດບໍລິເວນທີ່ຖືກກຳນົດໄວ້ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນຫູເປັນຕາຊ່ວຍກັນ ໃນການເຝົ້າລະວັງ, ຕິດຕາມ ຜູ້ທີ່ເຂົ້າມາຈຳກັດບໍລິເວນ ຮັບປະກັນໃຫ້ ພວກກ່ຽວ ຈຳກັດບໍລິເວນຕົນເອງໃຫ້ຄົບກຳນົດ 14 ວັນ ຕາມຄຳແນະນຳທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ, ຖ້າຫາກທ່ານພົບເຫັນວ່າ ມີຜູ້ລັກລອບອອກຈາກສູນຈຳກັດບໍລິເວນ ໃຫ້ທ່ານລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງຢ່າງທັນທີ ເພື່ອຈະໄດ້ຕິດຕາມພວກກ່ຽວ ໃຫ້ກັບຄືນມາຈຳກັດບໍລິເວນ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ເກັບຕົວຢ່າງກໍລະນີສົງໄສ ມາກວດຊອກຫາເຊື້ອ.