ພັນໂທ ທິບພະຈັນ ໂພໄຊ ຂຶ້ນເປັນຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ

452

ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ຜູ້ເກົ່າ ແລະ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 24 ກຸມພາ 2021 ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ  ເຈົ້າແຂວງໆຄຳມ່ວນ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນຈາກພະ ແນກການທີ່ກ່ຽວຂ້ອງຂອງແຂວງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 5, ຄ້າຍຄຸມຂັງ-ດັດສ້າງ, ກອງພັນປ້ອງກັນເຄື່ອນທີ່, ກອງບັນຊາການ ປກສ ເມືອງ 10 ຕົວເມືອງເຂົ້າຮ່ວມ.


ການມອບ-ຮັບ ຫົວໜ້າກອງບັນຊາການ ປກສ ແຂວງ ຄໍາມ່ວນຜູ້ເກົ່າ ແລະ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ຜູ້ໃໝ່ໃນຄັ້ງນີ້ ກໍເພື່ອເປັນການປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 221/ປກສ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄໍາມ່ວນ ໃນນີ້ ໄດ້ແຕ່ງຕັ້ງ ທ່ານ ພັທ ທິບພະຈັນ ໂພໄຊ ເປັນຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ ແລະ ໄດ້ຍົກຍ້າຍ ທ່ານ ພັອ ຄໍາພອນ ສີກຸມພົນ ຈາກກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການປົກຄອງແຂວງຄໍາມ່ວນ.

ທັງນີ້ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໄໝ່. ໃນພິທີຍັງໄດ້ຮັບຟັງການລາຍງານ ຜ່ານບົດບັນທຶກມອບ-ຮັບໜ້າທີ່ ຈາກທ່ານ ພັທ ຄຳຮຸ່ງ ອາລຸນສັກ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ຄຳມ່ວນ, ໂດຍສະເພາະແມ່ນການເຄື່ອນໄຫວຊີ້ນຳໆພາ ວຽກງານຮັກສາຄວາມສະຫງົບໃນໄລຍະຜ່ານມາ ແລະ ໄດ້ມອບໃຫ້ ທ່ານ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນຜູ້ໃໝ່ ສືບຕໍ່ຊີ້ນຳໆພາ ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້.


ຈາກນັ້ນໃນພິທີກໍໄດ້ຮ່ວມກັນເຊັນ ບົດບັນທຶກ ມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ພັອ ຄໍາພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ຜູ້ເກົ່າ ແລະ ທ່ານ ພັທ ທິບພະຈັນ ໂພໄຊ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນຜູ້ໃໝ່, ມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄຳມ່ວນ, ມີມີຄະນະພັກ-ຄະນະກອງບັນຊາການ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມເປັນສັກຂີພິຍານ.