23 ກຸມພາ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

137

ຄະນະສະເພາະກິດຖະແຫຼງ ວັນທີ 23 ກຸມພາ 2021 ເກັບ ຕົວຢ່າງມາກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 200ກວ່າຄົນ, ເຊິ່ງຜົນກວດແມ່ນບໍ່ພົບເຊື້ອ, ສ່ວນຄົນເຈັບຕິດເຊື້ອໂຄວິດ-19 ຍັງມີ 3 ກໍລະນີ ສືບຕໍ່ປິ່ນປົວຢູ່ໂຮງໝໍ.

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈໍາວັນທີ 24 ກຸມພາ 2021 ໃຫ້ຮູ້ວ່າ: ໃນວັນທີ 23 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 259 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າ ວັນທີ 23 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 111.757 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ.

ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຈຳນວນ 03 ຄົນ ແມ່ນສືບຕໍ່ ນອນຕິດ
ຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກ່າວຕື່ມວ່າ:​ ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍການຮ່ວມມື ນຳພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການ ຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດ, ຮັບປະກັນໃຫ້ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ໄດ້ຮັບການເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວີດ-19 ແລະ ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຕາມມາດຕະການທີ່ໄດ້ກຳນົດໄວ້ ເພື່ອສະກັດກັ້ນການລະບາດ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ຈະມີການນຳພະຍາດໂຄວີດ-19 ເຂົ້າມາແຜ່ລະບາດໃນປະເທດເຮົາຮອບໃໝ່.

ພ້ອມດຽວກັນ ກໍ່ໃຫ້ສືບຕໍ່ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ການໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ, ຮັກສາມາລະຍາດໃນການໄອ-ຈາມ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ, ບໍ່ໃຊ້ສິ່ງຂອງຮ່ວມກັນ, ຫຼີກລ້ຽງການເດີນ
ທາງໄປຍັງສະຖານທີ່ແອອັດ ຫຼື ສະຖານທີ່ ທີ່ມີຄວາມສ່ຽງ. ນອກຈາກນີ້ ກໍ່ຄວນໝັ່ນສັງເກດອາການຕົນເອງ ຫາກທ່ານຮູ້ສຶກບໍ່ສະບາຍ ຄ້າຍຄືໄຂ້ຫວັດ ຕ້ອງໄດ້ຢຸດຮຽນ ຫຼື ຢຸດໄປເຮັດວຽກ ເພາະເຊື້ອພະຍາດສາມາດແຜ່ໄປຍັງເພື່ອນຮ່ວມງານ ແລະ ຄົນໃນຄອບຄົວຂອງທ່ານໄດ້, ບໍ່ຄວນຊື້ຢາມາກິນເອງ ແຕ່ຄວນຮີບຮ້ອນໄປພົບແພດທັນທີ ເພື່ອຮັບການປິ່ນປົວຢ່າງທັນການ.