ການປະຕິບັດໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ຄືບໜ້າກວ່າ 48%

200

ກອງປະຊຸມຄະນະຊີ້ນຳລວມໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບສິ່ງແວດລ້ອມຕົວເມືອງນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ແຂວງ ຈຳປາສັກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ( ຍທຂ ), ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ມີຜູ້ຕາງໜ້າ KOICA ແລະ GGGI ປະຈໍາ ສປປ ລາວ, ຫົວໜ້າໂຄງການ, ຍທຂ ແຂວງຈໍາປາສັກ, ວິຊາການ, ກະຊວງອ້ອມຂ້າງທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບສິ່ງແວດລ້ອມຕົວເມືອງ ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ແຂວງຈໍາປາສັກ ແມ່ນການສະໜັບສະໜູນຂອງລັດຖະບານ ສ.ເກົາຫຼີ, ອົງການຮ່ວມມືສາກົນ ( KOICA ) ແລະ ສະຖາບັນເຕີບໂຕສີຂຽວ ( GGGI ) ພາຍໃຕ້ຂອບແຜນງານເຕີບໂຕສີຂຽວ ແລະ ເປັນການຜັນຂະຫຍາຍນະໂຍບາຍການພັດທະນາຂະແໜງການຕາມທິດສີຂຽວ ແລະ ຍືນຍົງຂອງ ສປປ ລາວ ທີ່ໃຫ້ການຊ່ວຍເຫຼືອແກ່ກະຊວງແຜນການ ແລະ ການລົງທຶນ ໃນປີ 2018. ຫຼັງຈາກນັ້ນ, ກະຊວງແຜນການ ແລະ ການລົງທຶນ ໄດ້ແຈ້ງ ແລະ ມອບໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ, ມູນຄ່າຂອງໂຄງການທັງໝົດ 6,78 ລ້ານໂດລາສະຫະລັດ, ໄລຍະການຈັດຕັ້ງປະຕິບັດແມ່ນເລີ່ມປີ 2019 – 2024 ພື້ນທີ່ຂອງໂຄງການແມ່ນປະຕິບັດຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ແຂວງຈຳປາສັກ ເຊິ່ງປະກອບດ້ວຍ:

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

  1. ປັບປຸງຄວາມອາດສາມາດໃຫ້ແກ່ກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການຈັດຕັ້ງທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ເພື່ອຄຸ້ມຄອງ ແລະ ພັດທະນາໃຫ້ກາຍເປັນຕົວເມືອງສີຂຽວ.

  2. ປັບປຸງການເຂົ້າເຖິງການເກັບມ້ຽນຂີ້ເຫຍື້ອ ແລະ ການຫັນເອົາຂີ້ເຫຍື້ອໃຫ້ກາຍເປັນຊັບພະຍາກອນ ( ທຸລະກິດຂີ້ເຫຍື້ອ ) ຢູ່ນະຄອນຫຼວງວຽງຈັນ.

  3. ຍຸດທະສາດສຳລັບການຈັດຕັ້ງປະຕິບັດການຄຸ້ມຄອງນໍ້າເປື້ອນ ແລະ ການພັດທະນາສິ່ງອຳນວຍຄວາມສະດວກການຄຸ້ມຄອງນໍ້າເປື້ອນ ຢູ່ນະຄອນປາກເຊ ແຂວງຈຳປາສັກ.

ມາຮອດປັດຈຸບັນການຈັດຕັ້ງປະຕິບັດມີຄວາມຄືບໜ້າ 48,55% ເມື່ອທຽບໃສ່ແຜນການຊ້າກວ່າ 7% ເປັນຕົ້ນ ການສ້າງ ແລະ ແຜນຈັດຕັ້ງປະຕິບັດຍຸດທະສາດຕົວເມືອງສີຂຽວ ຢູ່ນະຄອນຫຼວງວຽງຈັນ ເນື່ອງຈາກວ່າການປະສານງານວຽກງານຕົວເມືອງສີຂຽວ ບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ການຮັບຮອງທາງດ້ານເຕັກນິກ ເປັນຕົ້ນແມ່ນຈຸດເຊື່ອມຕໍ່ນ້ຳເປື້ອນຈາກຄົວເຮືອນໄປຫາຈຸດລະບົບບຳບັດນ້ຳເປື້ອນຍັງບໍ່ທັນໄດ້ເປັນເອກະພາບກັນ.

( ທີ່ມາ: ກະຊວງ ຍທຂ )