ແພດຜິວໜັງເຕືອນແລ້ວ “ຄີມປຸງກະປຸກຝາແດງ” ໃຊ້ສ່ຽງເຖິງຊີວິດ

225

ສະຖາບັນພະຍາດຜິວໜັງຂອງຕ່າງປະເທດ ເຕືອນອັນຕະລາຍຈາກ “ຄີມປຸງກະປຸກຝາແດງ” ເປັນຄີມທີ່ບໍ່ໄດ້ມາດຕະຖານ ເຮັດໃຫ້ເກີດອາການທາງພະຍາດຜິວໜັງໄດ້ໃນໄລຍະຍາວ ພ້ອມແນະນຳປະຊາຊົນວ່າຜິວສຸຂະພາບດີບໍ່ຈຳເປັນຕ້ອງຂາວ.
ຈາກກໍລະນີທີ່ເທິງໂລກອອນລາຍຂອງຕ່າງປະເທດໄດ້ມີການແຊເຕືອນໄພອັນຕະລາຍຂອງຄີມເຖື່ອນ ຫຼື ທີ່ເອີ້ນກັນວ່າ “ຄີມຝາແດງ” ເຊິ່ງເປັນລັກສະນະຄີມກະປຸກຝາສີແດງ ເນື້ອຄີມສີເຫຼືອງຂຸ້ນ, ໂຕກະປຸກບໍ່ມີຍີ່ຫໍ້ ຫຼື ກາໂລໂກ້ຫຍັງເລີຍ ແຕ່ພັດກຳລັງເປັນທີ່ນິຍົມຈາກໄວລຸ້ນໃນແອັບຊື່ດັງຢ່າງແຜ່ຫຼາຍ ໂດຍມີການອ້າງສັບພະຄຸນສົ່ງຕໍ່ກັນວ່າໃຊ້ແລ້ວຜິວຂາວໃສໃນ 3-4 ວັນ ຂໍໃຫ້ປະຊາຊົນລະມັດລະວັງອັນຕະລາຍຈາກການໃຊ້ຄີມດັ່ງກ່າວ ເພາະເປັນສາເຫດທີ່ເຮັດໃຫ້ເກີດອາການທາງພະຍາດຜິວໜັງໄດ້ໃນໄລຍະຍາວ ແລະ ເປັນອັນຕະລາຍຕໍ່ຊີວິດ.


ເຊິ່ງຄີມຝາແດງດັ່ງກ່າວເປັນຄີມທີ່ຫປະກອບໄປດ້ວຍສານອັນຕະລາຍທີ່ຫ້າມໃຊ້ໃນເຄື່ອງສຳອາງ ແລະ ເບື້ອງຕົ້ນພົບວ່າມີສ່ວນປະສົມຫຼັກໆ 4 ຢ່າງນຳກັນ ໄດ້ແກ່ Mercury (ປຣອດ), Hydroquinone, ກົດວິຕາມິນເອ ແລະ ສະເຕຣອຍ ໂດຍສ່ວນປະກອບເຫຼົ່ານີ້ ຈະສົ່ງຜົນຂ້າງຄຽງດັ່ງນີ້.
1. ສານ Mercury (ປຣອດ) ມີພິດຕໍ່ຜິວໜັງ ລະບົບປະສາດ, ຕັບ, ໄຕ, ລະບົບເລືອດ ແລະ ຖ້າຫາກໃຊ້ລະຫວ່າງຖືພາ ພິດຂອງ Mercury (ປຣອດ) ຈະດູດຊຶມເຂົ້າສູ່ເດັກໃນທ້ອງ ແລະ ມີຄວາມສ່ຽງທີ່ຈະເຮັດໃຫ້ເດັກນ້ອຍສະໝອງພິການ ແລະ ປັນຍາອ່ອນໄດ້.


2. Hydroquinone ເຮັດໃຫ້ຜິວໜັງອັກເສບ, ແດງ, ລອກ, ຄັນ, ຜິວດ່າງຂາວ ແລະ ເກີດຕຸ່ມຊີ້ນນູນຢູ່ຜິວໜັງ.
3. ກົດວິຕາມິນເອ ເຮັດໃຫ້ຜິວແຫ້ງລອກເປັນຂຸຍ, ແສບ, ແດງ, ຄັນ, ຜິວໜັງອັກເສບ, ຜິວໄວຕໍ່ແດດມີອາການແດງ, ແສບ, ຮ້ອນເມື່ອຖືກແດດ ກະຕຸ້ນເຮັດໃຫ້ສິວຂຶ້ນເປັນພື່ນຫຼາຍ ສີຜິວບໍ່ສະໝ່ຳສະເໝີ ແລະ ອາດເກີດອາການແພ້ຢາໄດ້.
4. ສະເຕຣອຍ ເຮັດໃຫ້ຜິວແຕກລາຍ ຜິວບາງລະຄາຍເຄືອງງ່າຍ ແລະ ສິວເຫີ່.


ສຳລັບຜົນຂ້າງຄຽງທີ່ເກີດຂຶ້ນມີທັງໄລຍະສັ້ນ ແລະ ໄລຍະຍາວ ເຊິ່ງຜົນຂ້າງຄຽງໄລຍະຍາວ ບາງຢ່າງບໍ່ສາມາດຮັກສາໃຫ້ກັບມາຄືເກົ່າໄດ້ ຂໍໃຫ້ປະຊາຊົນລະມັດລະວັງການໃຊ້ພວກສານເຄມີ ຫຼື ຄີມທີ່ເຮັດໃຫ້ຜິວຂາວຕ່າງໆ ທ່ານຕ້ອງແນ່ໃຈວ່າປອດໄພບໍ່ເຮັດໃຫ້ເກີດຜົນຂ້າງຄຽງໃນໄລຍະຍາວ ຫຼັກໆ ຢາກໃຫ້ປະຊາຊົນປ່ຽນຄວາມຄິດວ່າ “ຕ້ອງຜິວຂາວເຖິງຈະງາມ ຜິວທຸກສີງາມໄດ້ ຂໍພຽງແຕ່ຜິວສຸຂະພາບດີ ບໍ່ຈຳເປັນຕ້ອງຂາວ” ແລະ ຕ້ອງຮູ້ຂ່າວທັນສື່ ການໂຄສະນາຂໍເນັ້ນຍ້ຳວ່າຍັງບໍ່ມີສານຫຍັງທີ່ເຮັດໃຫ້ຜິວຂາວໃນ 3-7 ວັນໄດ້ຢ່າງປອດໄພໄຮ້ຜົນຂ້າງຄຽງ.

ຮຽບຮຽງ: ສຸພາລັກ