ດ່ວນ! ແຈ້ງປັບຂຶ້ນລາຄານໍ້າມັນທຸກຊະນິດ ສະເພາະແອັດຊັງທໍາມະດາບວກເພີ່ມ 270ກີບ

259

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການປັບຂຶ້ນລາຄານໍ້າມັນທຸກຊະນິດ ໂດຍກໍານົດແອັດຊັງພິເສດ ປັບຂຶ້ນ 380 ກີບຕໍ່ລິດ, ແອັດຊັງທໍາມະດາ ແລະ ກາຊວນປັບຂຶ້ນ 270 ກີບຕໍ່ລິດ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ  ສະບັບເລກທີ 0119/ອຄ.ກຄພນ, ລົງວັນທີ 19 ກຸມພາ 2021 ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດ ໃນເວລາ 6:00ໂມງ ຂອງວັນທີ 20 ກຸມພາ 2021 ເປັນຕົ້ນໄປ.

ການປັບລາຄາໃນຄັ້ງນີ້ ແມ່ນໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟທຸກຊະນິດລົງຄື ແອັດຊັງພິເສດ 50ກີບຕໍ່ລິດ; ແອັດຊັງທໍາມະດາ ແລະ ກາຊວນ ຫຼຸດລົງ 100 ກີບຕໍ່ລິດຕໍ່ຊະນິດ ແລະ ປັບລາຄາແອັດຊັງພິເສດ ປັບຂຶ້ນ 380​ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 270 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 270 ກີບຕໍ່ລິດ.

ການຄິດໄລ່ພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0129/ກຄພນ.ຄສລ, ລົງວັນທີ 19 ກຸມພາ 2021 ຈົນກວ່າຈະມີການປ່ຽນແປງ. ທັ້ງນີ້ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ; ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0081/ອຄ.ກຄພນ, ລົງວັນທີ 4 ກຸມພາ 2021.