ມິດຊູບິຊິ ມໍເຕີລາວ ຈັດງານລ້ຽງຂອບໃຈລູກຄ້າ, ພ້ອມມອບສິດທິພິເສດສຳລັບລູກຄ້າທີ່ມາຊື້ລົດໃນໄລຍະກຸດຈີນ

512

ບໍລິສັດKLM Import-Export sole., ltd ຫລື ມິດຊູບິຊີມໍເຕີລາວ ຈັດງານລ້ຽງ (Cock Tail) ຂອບໃຈລູກຄ້າທີ່ໄດ້ນຳໃຊ້ລົດມິດຊຸບິຊິ ແລະ ລູກຄ້າທີ່ມີແຜນຈະຊື້ລົດໃໝ່ ເຊິ່ງບໍລິສັດຍິນດີຕ້ອນຮັບເປັນຄອບຄົວດຽວກັນກັບມິດຊຸບິຊິ, ເຊິ່ງງານລ້ຽງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2021 ທີ່ຫ້ອງຂາຍລົດມິດຊູບິຊີ ມໍເຕີລາວ (MITSUBISHI MOTORS LAOS) ບ້ານອຸບມຸງ ເມືອງສີໂຄຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ທ່ຽງທຳ ຜູ້ບໍລິຫານ (CEO) ບໍລິສັດ ມິດຊູບິຊິ ມໍເຕີລາວ ພ້ອມດ້ວຍບັນດາລູກຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ.


ທ່ານ ສະເຫຼີມໄຊ ທ່ຽງທຳ ກ່າວວ່າ: ງານຄັ້ງນີ້ຈັດຂຶ້ນເພື່ອເປັນການຂອບໃຈລູກຄ້າ ທີ່ນຳໃຊ້ລົດມິດຊູບິຊິຂອງພວກເຮົາ ລວມທັງລູກຄ້າໃໝ່ທີ່ມີແຜນຈະຊື້ ເພື່ອເປັນການຕ້ອນຮັບປີໃໝ່ກຸດຈີນ ເພາະລູກຄ້າກໍມີຫຼາຍເຊື້ອຊາດ ບໍ່ວ່າເປັນທັງຄົນຈີນ, ຄົນລາວ ແລະ ຕ່າງປະເທດ. ກິດຈະກຳໃນງານຈະເປັນການຂອບໃຈລູກຄ້າ, ຢາກໃຫ້ລູກຄ້າເຂົ້າມາພົບປະກັນສັງສັນ, ນອກນັ້ນຍັງ ໄດ້ເຊີນລູກຄ້າເຂົ້າມາແລກປ່ຽນປະສົບການໃນການນຳໃຊ້ລົດມິດຊຸບິຊິ ທັງເປັນການຢັ້ງຢືນເຖິງຄຸນນະພາບ ແລະ ຄວາມປະທັບໃຈຂອງລູກຄ້າ ເພື່ອແແບ່ງປັນປະສົບການທີ່ໄດ້ນຳໃຊ້ລົດໃຫ້ແກ່ຜູ້ທີ່ຍັງເລືອກທີ່ຈະຊື້ລົດ.

ການຈັດງານນີ້ ພວກເຮົາໄດ້ເຊີນບັນດາລູກຄ້າໂດຍສະເພາະລູກຄ້າທີ່ໄດ້ນຳໃຊ້ລົດຂອງພວກເຮົາ ແລະ ລູກຄ້າທີ່ມີແຜນທີ່ຈະຊື້ ມາຮ່ວມງານຫຼາຍກ່ວາ 50 ທ່ານ ໃຫ້ໄດ້ເຂົ້າມາເບິ່ງ, ມາໂອ້ລົມ ແລະ ສຳຜັດຕົວຈິງໃນຫ້ອງຂາຍ, ສຳລັບລູກຄ້າທີ່ມີຄວາມສົນໃຈໃນການເຂົ້າມາເປັນຄອບຄົວຂອງມິດຊຸບິຊິຂອງພວກເຮົານັ້ນ ຈະໄດ້ຮັບຄວາມສະດວກຫຼາຍຢ່າງ ພວກເຮົາມີການບໍລິການຫຼັງການຂາຍໃນທົ່ວປະເທດ, ຕອບໂຈດໃນເລື່ອງຂອງອາໄຫຼ່, ມີການຮັບປະກັນໃນອາຍຸການໃຊ້ງານ ເພາະວ່າຄຸນນະພາບຂອງລົດມິດຊູບິຊິ ຖືວ່າເປັນຄຸນນະພາບອັນດັບຕົ້ນໆຂອງໂລກ. ທ່ານໃດມີຄວາມສົນໃຈຢາກຊື້ລົດ, ເບິ່ງລົດໃນຊ່ວງເທດສະການປີໃໝ່ນີ້ ທ່ານສາມາດເຂົ້າມາເບິ່ງໄດ້ທີ່ຫ້ອງຂາຍລົດມິດຊູບິຊິ  ຕັ້ງຢູ່ຖະໜົນ ເຕ2 ບ້ານອຸບມຸງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ທ່ຽງທຳ ກ່າວ.


ທ່ານ ນາງ ສຸພາພອນ ເປັນໜຶ່ງໃນລູກຄ້າປະຈຳຂອງບໍລິສັດມິດຊູບິຊິ ກ່າວວ່າ: ຂ້າພະເຈົ້າໄດ້ຊື້ລົດ all new Triton ໃນປີ 2015 ແລະ ໄດ້ໃຊ້ງານມາຈົນຮອດປັດຈຸບັນ ບໍ່ເຄີຍມີບັນຫາຫຍັງ, ເຄີຍຂັບຂຶ້ນເໜືອເຖິງໃຕ້ ກໍໃຊ້ງານດີ, ລະບົບຂອງລົດມີຄວາມປອດໄພ, ຂັບຂີ່ດີ, ບໍ່ເຄີຍມີບັນຫາ ແລະ ສະດວກສະບາຍໃນການຂັບຂີ່.

.


ດ້ານ ທ່ານ ອາລີ້ ກ່າວວ່າ: ຂ້າພະເຈົ້າມັກລົດມິດຊູບິຊິຫຼາຍ ແລະ ໄດ້ນຳໃຊ້ລົດ Triton ຕໍ່ມາຈຶ່ງໄດ້ມາຊື້ Pajero Sport ເພາະໄດ້ທ່ຽວຂຶ້ນເໜືອຕະຫຼອດ ຜ່ານພູຜາປ່າດົງ ກໍສາມາດຂັບຂີ່ເຕັມທີ່ ແລະ ເຫດຜົນທີ່ນຳໃຊ້ລົດ Pajero Sport ກໍເພາະວ່າມັນມີຄວາມທົນທານ ,  ແຂງແຮງດີ, ການຂັບຂີ່ກໍຄັກຫຼາຍ

ໃນຊ່ວງນີ້ມິດຊູບິຊິ ກໍມີສ່ວນຫຼຸດພິເສດໃຫ້ລູກຄ້າທີ່ຈອງ ແລະ ຊື້ລົດ