ລົດເມນະຄອນຫຼວງອອກບັດພິເສດ ຈ່າຍສາຍດຽວຂີ່ໄດ້ທຸກສາຍ(ທ່າເດື່ອ)

489

ຍາມໃດແອັດກໍຍັງສະໜັບສະໜູນການນຳໃຊ້ລົດສາທາລະນະທີ່ເປັນການຫຼຸດຜ່ອນຄວາມແອອັດໃນຕົວເມືອງ ແລະທີ່ສຳຄັນເພື່ອຄວາມປອດໄພຂອງຊີວິດອິນຊີ ບໍ່ຕ້ອງຫ່ວງໜ້າພະວົງຫຼັງເລື່ອງລົດຈະມາບຽດມາຕຳ ນັ່ງສະບາຍແຕ່ຕົ້ນຈົນສຸດປາຍທາງ ເຊິ່ງຕອນນີ້ເພິ່ນມີນະໂຍບາຍຈ່າຍທາງດຽວຂີ່ໄດ້ເຖິງ 8 ສາຍທາງຖືເປັນໂປຣດີໆໃຫ້ຄົນທີ່ຮັກໃນສິ່ງແວດລ້ອມ ແລະບໍຢາກຂັບຂີ່ລົດເອງໄດ້ໃຊ້ບໍລິການ.

ທາງລັດວິສາຫະກິດລົດເມນະຄອນຫຼວງແຈ້ງວ່າ ທ່ານໃດສົນໃຈບັດສະມາຊິກລົດເມ ( Bus Pass ) ທາງລັດວິສາຫະກິດລົດເມນະຄອນຫຼວງ ມີບໍລິການຂາຍແລ້ວຕອນນີ້ມີຫຼາຍແພັກເກັດໃຫ້ເລືອກຊື້ (3ເດືອນ, 6ເດືອນ, 1ປີ) ຈ່າຍເທື່ອດຽວຂີ່ໄດ້ບໍ່ຈຳກັດຖ້ຽວ.

ການນຳໃຊ້ບັດສະມາຊິກຂີ່ລົດເມ ປະເທດອື່ນແມ່ນໄດ້ນຳໃຊ້ມາດົນແລ້ວ ແຕ່ປະເທດເຮົາໄດ້ເປີດປະມານ 3-4 ປີມານີ້ເຫັນວ່າເປັນນະໂຍບາຍທີ່ດີຫຼາຍໂດຍສະເພາະແມ່ນບັນດານັກຮຽນນັກສຶກສາ, ພະນັກງານປະຈຳທີ່ມີສຳນັກງານຫ້ອງການຢຄ່ຕາມສາຍທາງທີ່ລົດແລ່ນຜ່ານ.


ມີບັດສະມາຊິກແລ້ວດີແນວໃດ? ທ່ານສາມາດຂຶ້ນສາຍທາງໃດກໍໄດ້ (ທີ່ລາຄາປີ້ເທົ່າກັນ ຫຼື ລາຄາປີ້ທີ່ຖືກກວ່າສາຍທາງທີ່ທ່ານຊື້)


ພິເສດຂອງລັດວິສາຫະກິດລົດເມນະຄອນຫຼວງໃນຕອນນີ້ຄື ຖ້າຫາກຊື້ ສາຍທາງ ທ່າເດື່ອ ຜູ້ໂດຍສານສາມາດຂີ່ໄດ້ທຸກໆສາຍທາງ (ທ່າງ່ອນ,  ສາຍໃຕ້,  ໂພນຕ້ອງ, ດອນປ່າໃໝ່, ສາຍເໜືອ,  ສີໄຄ, ດົງຄຳຊ້າງ,  ໄອເຕັກ) ລວມ 8 ສາຍທາງ 9 ກັບສາຍທ່າເດືອ່.