ຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງ 14 ແຂວງສາລະວັນ ລົງໂຄສະນາຫາສຽງ ຢູ່ເມືອງສະໝ້ວຍ

387

ວັນທີ 9 ກຸມພາ 2021 ຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ຈໍານວນ 12 ທ່ານ (ຍິງ2 ທ່ານ) ໄດ້ເຄື່ອນໄຫວ ໂຄສະນາຫາສຽງ 2 ຈຸດຢູ່ເມືອງສະໝ້ວຍຄື: ຈຸດທີ1ແມ່ນຢູ່ຈຸດບ້ານລະຕົວະ ແລະ ຈຸດທີ2 ແມ່ນຈຸດເທດສະບານ.


ນຳໂດຍຫົວໜ້າຄະນະໂດຍທ່ານ ສີເຮັ່ງ ຫອມສົມບັດ ຮອງເລຂາພັກແຂວງ ທັງເປັນຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ເຊິ່ງເປັນຜູ້ສະໝັກນໍ້າເບີ 01 ພ້ອມຄະນະ, ໂດຍພາຍໃຕ້ການຕ້ອນຮັບຂອງທ່ານ ຈັນສະໜອນ ພົມມະແສງ ຫົວໜ້າໂຄສະນາອົບຮົມແຂວງ, ຮອງຫົວໜ້າອະນຸກຳມະການໂຄສະນາປຸກລະດົມຂະບວນການ, ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆສະໝ້ວຍ ພ້ອມດ້ວຍການນໍາຂອງເມືອງ ແລະ ປະຊາຊົນຕ້ອນຮັບຢ່າງອົບອຸ່ນ.


ການໂຄສະນາຫາສຽງຄັ້ງນີ້ ຜູ້ສະໜັກ ສສຊ ຄັ້ງທີ IX ໄດ້ໃຫ້ສະເໜີຊື່ ແລະປະຫວັດການເຄື່ອນໄຫວຂອງຕົນເອງ ພ້ອມທັງສະເໜີຈຸດປະສົງໃນການລົງໂຄສະນາຫາສຽງ.


ການສະເໜີຊື່ ແລະ ປະຫັວດການເຄື່ອນໄຫວ ຂອງຜູ້ສະໝັກເລືອກຕັ້ງ ສສຊ ເຊິ່ງໄດ້ເລີ່ມຈາກຜູ້ສະໝັກນໍ້າເບີ1 ຫານໍ້າເບີ 12 ຕາມລໍາດັບ. ຈາກນັ້ນຜູ້ສະໜັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ກໍຄືປະຊາຊົນລາວບັນດາເຜົ່າ ຈົ່ງໄດ້ຮ່ວມຈິດຮ່ວມໃຈເຂົ້າຮ່ວມຂະບວນການເລືອກຕັ້ງໃນຄັງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ກວ້າງໄກ ເພື່ອມາເປັນຕົວແທນໃຫ້ປະຊາຊົນແລະ ນໍາພາປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.


ພາຍຫຼັງສໍາເລັດການເຄື່ອນໄຫວຢູ່ເມືອງສະໝ້ວຍແລ້ວ ຜູ້ສະໝັກຮັບເລືອກຕັ້ງ ກໍຈະໄດ້ສືບຕໍ່ເຄື່ອນໄຫວໂຄສະນາຫາສຽງຢູ່ເມືອງຕະໂອ້ຍຕື່ມອີກ.
ທົ່ວເມືອງສະໝ້ວຍມີ 51 ບ້ານ, ມີ 24 ໜ່ວຍເລືອກຕັ້ງ ມີປະຊາກອນທັງໝົດ 18 ພັນກວ່າຄົນ, ຍິງ 9 ພັນກວ່າຄົນ, ໃນນັ້ນຜູ້ມີສິດປ່ອນບັດເລືອກຕັ້ງ 9 ພັນກວ່າຄົນ, ຍິງ 4 ພັນກວ່າຄົນ, ສະເພາະຢູ່ຈຸດບ້ານລະຕົວະມີ 21 ບ້ານ, ມີ 3 ຈຸດສຸມ

.

ພາບ-ຂ່າວ: ສິດຕາ ເພັດວົງສາ