ຊົມເຊີຍ! ເມືອງດາກຈຶງພ້ອມແລ້ວໃນບັ້ນເລືອກຕັ້ງມີ 30 ໜ່ວຍປ່ອນບັດ

106

ປະຈຸບັນທົ່ວປະເທດກຳລັງກະກຽມໃສ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂອງແຂວງຕົນເອງ, ເພື່ອໃຫ້ໄດ້ຜູ້ແທນຂອງປະຊາຊົນໄປນັ່ງຢູ່ໃນສະພາເປັນກະບອກສຽງໃຫ້ກັບຕົນເອງໃນການນຳສະເໜີບັນຫາຕ່າງໆແກ່ລັດຖະບານໄດ້ພິຈາລະນາແກ້ໄຂ, ບັນດາຜູ້ແທນທີ່ໄດ້ຮັບເລືອກຈະໄດ້ເຮັດໜ້າທີ່ໃນການປົກປ້ອງສິດ ແລະຜົນປະໂຫຍດຂອງປະຊາຊົນ ພ້ອມທັງຮັບເອົາຄຳຄິດເຫັນຂອງພໍ່ແມ່ປະຊາຊົນໃນເຂດເລືອກຕັ້ງຂອງຕົນໄປສະເໜີຂັ້ນເທິງຫາກມີບັນຫາທີ່ຕ້ອງພິຈາລະນາແກ້ໄຂ ເຊິ່ງມາຮອດມື້ນີ້ສຳລັບ ເມືອງດັກຈຶງແຂວງເຊກອງແມ່ນພ້ອມແລ້ວໃນການກະກຽມບັນດາຫີບຜ່ອນບັດຕາມຈຸດເລືອກຕັ້ງຕ່າງໆຂອງເມືອງ.

ທ່ານ ສີນ້ອຍ ສອນຈະເລີນ ຫົວໜ້າຄະນະຈັດຕັ້ງເມືອງ, ຫົວໜ້າອານຸໂຄງປະກອບບຸກຄະລາກອນເມືອງດາກຈຶງ ແຂວງເຊກອງ ໃຫ້ຮູ້ວ່າ: ການກະກຽມໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ9 ແລະສະພາປະຊາຊົນແຂວງ ຊຸດທີ2 ຢູ່ເມືອງດາກຈຶງ ແມ່ນສໍາເລັດເປັນສ່ວນໃຫຍ່ ເປັນຕົ້ນໄດ້ສໍາເລັດການຄົ້ນຄວ້າເປົ້າໝາຍຜູ້ຮັບສະໝັກຮັບເລືອກຕັ້ງສະມາຊິກປະຊາຊົນແຂວງ (ສສຂ) ມີຈໍານວນ 7 ທ່ານ, ຍິງ 1 ທ່ານ, ໃນນັ້ນໄດ້ກໍານົດເອົາໃນຂົງເຂດການເມືອງ, ຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດ 2 ກໍາລັງປະກອບອາວຸດ ແລະຂົງເຂດເສດຖະກິດ.

ນອກນີ້ ຍັງໄດ້ສໍາເລັດການເກັບກໍາຂໍ້ມູນຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດທົ່ວເມືອງ ມີ 12.978 ຄົນ, ຍິງ 6.456 ຄົນ ເທົ່າກັບ 48,56% ຂອງພົນລະເມືອງທັງໝົດທົ່ວເມືອງ; ສໍາເລັດການລົງເຜີຍແຜ່ເອກະສານຕ່າງໆກ່ຽວກັບການເລືອກຕັ້ງ ໃຫ້ແກ່ຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວເມືອງ, ສໍາເລັດການກໍານົດຈຸດປ່ອນບັດທົ່ວເມືອງມີທັງໝົດ 30 ໜ່ວຍປ່ອນບັດ ເຊິ່ງລວມມີ 60 ຫີບປ່ອນບັດ, ໄດ້ກໍານົດຈຸດລົງໂຄສະນາຫາສຽງຂອງ ສສຊ ມີ 3 ຈຸດ ແລະຈຸດລົງໂຄສະນາຫາສຽງຂອງ ສສຂ ມີ 10 ຈຸດ; ສໍາເລັດການກະກຽມອຸປະກອນການປ່ອນບັດຈໍານວນໜຶ່ງເຊັ່ນ ຫີບບັດລົງຄະແນນສຽງເລືອກຕັ້ງ ສສຊ, ສສຂ, ກາຈໍ້າປະເພດຕ່າງໆ, ບັດລົງຄະແນນສຽງເລືອກຕັ້ງ, ໃບຢັ້ງຢືນຜູ້ມີສິດປ່ອນບັດເລືອກຕັ້ງ, ປ້າຍຕິດເສື້ອຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ.


ທ່ານ ສີນ້ອຍ ສອນຈະເລີນ ໃຫ້ຮູ້ຕື່ມວ່າ ສໍາລັບທິດທາງຈຸດສຸມໃນຕໍ່ໜ້າແມ່ນຈະໄດ້ນໍາພາຜູ້ແທນສະໝັກເລືອກຕັ້ງ ສສຊ, ສສຂ ລົງເຄື່ອນໄຫວໂຄສະນາຫາສຽງໃຫ້ສໍາເລັດຕາມແຜນທີ່ໄດ້ກໍານົດໄວ້ໃນແຕ່ລະຈຸດ, ກະກຽມແຈກຢາຍອຸປະກອນຮັບໃຊ້ການເລືອກຕັ້ງໃນແຕ່ລະໜ່ວຍປ່ອນບັດໃຫ້ສໍາເລັດກ່ອນວັນເວລາການປ່ອນບັດເຊັ່ນ: ຫີບບັດ, ຖົງບັດ, ປ້າຍພິທີປ່ອນບັດ ແລະອື່ນໆ ພ້ອມທັງກຽມພ້ອມເຕົ້າໂຮມປະຊາຊົນຜູ້ມີສິດປ່ອນບັດນັບແຕ່ອາຍຸ 18 ປີຂຶ້ນໄປໃຫ້ກັບເຮືອນຊານບ້ານຊ່ອງຂອງຕົນ ເພື່ອກະກຽມມາໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຜູ້ແທນ ສສຊ ແລະ ສສຂ ໃຫ້ສໍາເລັດຕາມລະດັບຄາດໄວ້ທີ່ວາງໄວ້.