ທ່ານ ອຸທັນ ໄຕລິດທິ ໄດ້ຮັບເລືອກເປັນປະທານສະພາການຄ້າ ແລະ ອຸດສາຫະກຳ ເມືອງໄຊເສດຖາ

326

ຫ້ອງການອຸດສາຫະກຳ ແລະ ການຄ້າ(ອຄ)ເມືອງໄຊເສດຖາ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ(ສຄອ.ນວ) ຈັດພິທີປະກາດສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳເມືອງໄຊເສດຖາ(ສຄອ ເມືອງ) ແລະ ເລືອກເອົາທ່ານ ຮສ. ປອ ອຸທັນ ໄຕລິດທິ ເປັນປະທານ ສຄອເມືອງໄຊເສດຖາ.


ພິທີປະກາດມີຂຶ້ນວັນທີ 5 ກຸມພາ 2021 ທີ່ ສໍານັກງານປົກຄອງເມືອງ ໄຊເສດຖາ ໂດຍການເຂົ້າຮ່ວມຂອງທ່ານ ໂພຄໍາ ໄຊຍະສອນ ເຈົ້າເມືອງໄຊເສດຖາ, ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ມີພາກລັດ ທຸລະກິດເຂົ້າຮ່ວມ.
ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ ຫົວໜ້າຫ້ອງການ ອຄ ເມືອງໄຊເສດຖາ ກ່າວວ່າ: ພາຍຫຼັງເຈົ້າເມືອງໄດ້ຮັບໜັງສືສະເໜີຂອງ ປະທານ ສຄອ.ນວ ເລື່ອງສະເໜີສ້າງຕັ້ງຄະນະປະສານງານ ສຄອ ຂັ້ນເມືອງໄຊເສດຖາ ສະບັບເລກທີ 015/ສຄອ.ນວ ລົງວັນທີ 7 ກຸມພາ 2020 ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າ ເລືອກເຟັ້ນເອົານັກທຸລະກິດ ທີ່ມີເງື່ອນໄຂ ຄົບຖ້ວນ ເປັນຄະນະບໍລິຫານງານ ສຄອ ເມືອງ.

ສະນັ້ນ, ວຽກງານດັ່ງກ່າວກໍໄດ້ຖືກນໍາເຂົ້າຄົ້ນຄວ້າ ຢູ່ກອງປະຊຸມອົງການປົກຄອງເມືອງໄຊເສດຖາ ຄັ້ງທີ 2 ສະໄໝທີ VII ຈາກນັ້ນເຈົ້າເມືອງໄຊເສດຖາໄດ້ ອອກຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ສຄອ ເມືອງໄຊເສດຖາ. ສະເພາະ ຮ່າງຂໍ້ຕົກລົງດັ່ງກ່າວ ໄດ້ຖືກຮັບຮອງເອົາໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ໄຊເສດຖາສະໄໝສາມັນຄັ້ງທີ 2 ສະໄໝທີ VII ຄັ້ງວັນທີ 30 ກັນຍາ 2020 ຫຼັງຈາກນັ້ນ ເຈົ້າເມືອງໄຊເສດຖາຈຶ່ງອອກຂໍ້ຕົກລົງ ວ່າດ້ວຍການອະນຸມັດ ສ້າງຕັ້ງ ສຄອ ເມືອງໄຊເສດຖາ ສະບັບເລກທີ 204/ຈມຊຖ ລົງວັນທີ 15 ຕຸລາ 2020 ແລະ ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າບຸກຄະລາກອນ ເຂົ້າເປັນສະມາຊິກ ສຄອ ເມືອງໄຊເສດຖາ ສະບັບເລກທີ 202/ຈມຊຖ ລົງວັນທີ 15 ຕຸລາ 2020 ຫຼັງຈາກນັ້ນ ກໍໄດ້ເຊີນເອົາຫົວໜ່ວຍທຸລະກິດໃນເມືອງເປີດກອງປະຊຸມຮ່ວມກັນ ຈໍານວນ 2ຄັ້ງ.


ຄະນະບໍລິຫານງານ ສຄອ ເມືອງໄຊເສດຖາມີ 11 ທ່ານ ເປັນຍິງ 3 ທ່ານ ປະກອບມີ: ທ່ານ ອຸທັນ ໄຕລິດທິ ຜູ້ອໍານວຍການບໍລິສັດ ໂຕ້ສົ່ງເສີມກະສິກໍາ ອຸດສາຫະກຳຂາອອກ-ຂາເຂົ້າເປັນປະທານ ສຄອ ເມືອງ, ສ່ວນຮອງປະທານມີ ທ່ານ ບຸນຕີ ສິດທິນົນທອງ ອໍານວຍການ ໂຮງຮຽນ ອະນຸບານປະຖົມ ແລະ ມັດທະຍົມສົມບູນປາດຖະໜາ, ທ່ານ ທະນົງສັກ ບຸດກັນສະກາ ປະທານໂຮງແຮມທາດຫຼວງວິວ , ທ່ານ ຫຸມພັນ ໄຊຍະລາດ ອໍານວຍການບໍລິສັດ ປະເມີນສັບສິນ ແລະ ວິສາຫະກິດ, ທ່ານ ພອນເພັງ ຈັນທະວົງ ປະທານບໍລິສັດ ພອນທິບ ໂຮມເຊັນເຕີ, ທ່ານ ນາງ ສຸດທິດາ ປຣີຊາຍານ ເຈົ້າຂອງຕະຫຼາດໄຮ່ຄໍາ ຂາຍົກ – ຂາຍຍ່ອຍ.

ສ່ວນຄະນະບໍລິຫານມີ ທ່ານ ນາງ ພະຈິດຕາ ອຸດົມ ຜູ້ອໍານວຍການບໍລິສັດ ແສນອຸດົມກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ, ທ່ານ ສຸຕ່າ ຄໍາພັນທອງ ອໍານວຍການບໍລິສັດ ດາວຄໍາຄອນກີດຈໍາກັດ, ທ່ານ ນາງ ລະໄມ ແກ້ວສະຫວ່າງ ອໍານວຍການບໍລິສັດເຈມາກ ຈໍາກັດຜູ້ດຽວ, ທ່ານ ລານຄໍາ ສົມສະຫວັນ ອໍານວຍການບໍລິສັດ ເອວເອັສ ກໍ່ສ້າງເຄຫາຈໍາກັດ ແລະ ທ່ານ ວຽງສະຫວັນ ດິດພາວົງ ເຈົ້າຂອງໂຮງງານນໍ້າດື່ມແດນສະຫວັນ.