ວັກແຊັງປ້ອງກັນໂຄວິດ-19 ການຊ່ວຍເຫຼືອລ້າຈາກສປ ຈີນ ຈໍານວນ 3 ແສນໂດສມາຮອດລາວ ແລ້ວ

447

CRI-FM93, ວັກແຊັງ ຫຼືຶ ວັກຊີນ ປ້ອງກັນໂຄວິດ-19 ຈໍານວນ 300.000 ໂດສພ້ອມດ້ວຍເຂັມສັກຢາ ເຊິ່ງເປັນການຊ່ວຍເຫຼືອລ້າຈາກ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ມາຮອດສະໜາມບິນວັດໄຕສາກົນ ນະຄອນຫຼວງວຽງຈັນໃນຕອນເຊົ້າເດິກຂອງວັນທີ 8 ກຸມພາ 2021.

ໃຫ້ກຽດຕ້ອນຮັບຢ່າງອົບອຸນໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈ່ຽງຈ້າຍຕົ່ງ ເອອັກຄະລັດຖະທູດຈີນ ປະຈໍາລາວ ພ້ອມດ້ວຍຄະນະເຈົ້າໜ້າທີ່ທາງການແພດຝ່າຍລາວ.


ໂທ່ານ ບຸນກອງ ສີຫາວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະປະຊາຊາຊົນລາວ ສະແດງຄວາມໃຈຢ່າງສູງຕໍ່ລັດຖະບານ ແລະປະຊາຊົນຈີນ ທີ່ຍາມໃດກໍໃຫ້ເຫັນຄວາມສໍາຄັນ ແລະຫ່ວງໃຍປະຊາຊົນລາວ ແລະເອົາໃຈໃສ່ນໍາເອົາວັກແຊັງປ້ອງກັນໂຄວິດ-19 (ວັນແຊັງຊີໂນຟາມ, ສປ ຈີນ) ມາໃຫ້ ສປປ ລາວ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ມີວັກແຊັງປ້ອງກັນໂຄວິດ-19 ຈໍານວນ 300.000 ໂດສ ແລະເຂັ້ມສັກຢາຈໍານວນ 300.800 ອັນ ໃຫ້ແກ່ ສປປ ລາວ ເຊິ່ງໄດ້ສ້າງຂວັນ ແລະກໍາລັງໃຈໃຫ້ແກ່ ປະຊາຊົນລາວບັນດາເຜົ່າ ແລະຍັງເປັນສັນຍາລັກຂີດໝາຍສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານຕາມທິດ 4 ດີ ແລະເພື່ອນມິດທີ່ເປັນຄູ່ຮ່ວມຊະຕາກໍາກັນຢ່າງແທ້ຈິງ.

ພິທີມອບ-ຮັບຢ່າງເປັນທາງການຈະໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ ທີ່ກະຊວງສາທາລະນະສຸກ