ປີ 2020 ລາວໂທລະຄົມ ສາມາດສ້າງລາຍຮັບໄດ້ຫຼາຍເຖິງ 1.758ຕື້ກີບ

906

ປີ 2020 ລາວໂທລະຄົມ ສາມາດສ້າງລາຍຮັບໄດ້ຫຼາຍເຖິງ 1.758ຕື້ກີບໃນນີ້ມີກໍາໄລສຸດ ທິ 197,5 ຕື້ກີບ; ສ່ວນປີ 2021  ຈະສູ້ຊົນໃຫ້ລາຍຮັບເພີ່ມຂຶ້ນ 4,2% ທຽບໃສ່ປີ2020.

ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ (ລລທ) ຈັດກອງປະຊຸມປະຈຳປີ 2020 ໃນວັນທີ 5 ກຸມພາ 2021 ທີ່່ສຳນັກງານໃຫຍ່ ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ໂດຍມີ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ພ້ອມດ້ວຍຜູ້ແທນ ຈາກ ສູນກາງ, ສາຂາແຂວງທົ່ວປະເທດ, ລບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ແລະ ແຂກຖືກເຊີນເຂົ້າຮ່ວມ.


ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່່ອນໄຫວວຽກງານດຳເນີນທຸລະກິດໃນປີ 2020 ແລະ ທິດທາງແຜນການໃນປີ 2021 ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ ລາວ ໂທລະຄົມ ສາມາດຍາດມາໄດ້ໃນໜຶ່ງປີຜ່ານມາ ເປັນຕົ້ນແມ່ນ ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມມີມູນຄ່າທັງໝົດ 31,7 ລ້ານໂດລາສະຫະລັດ.

ປັດຈຸບັນມີສະຖາ ນີມືຖືທັງໝົດ 8.729 ສະຖານີ ໃນນີ້: GSM 2G ຈໍານວນ 1.938 ສະຖານີ, 3G ຈໍານວນ 3.135 ສະຖານີ, 4G ຈໍານວນ 3.019 ສະຖານີ, 4,5G ຈໍານວນ 629 ສະຖານີ ແລະ 5G ຈຳນວນ 8 ສະຖານີ (ມີສັນຍານໂທລະສັບມືຖືຄວບ ຄຸມໄດ້ທົ່ວປະເທດ, ກວມປະຊາກອນ 72%, ໃນນັ້ນ 4G ກວມ 67%), IPCore/IPRAN 1.589 ສະຖານີ ແລະ FTTH ຈຳນວນ 74.345 Ports ກວມ 15,76% ຂອງຫຼັງ ຄາເຮືອນໃນເຂດເທດສະບານ.


ມາຮອດປັດຈຸ ບັນມີລູກຄ້າໃຊ້ໂທລະສັບມືຖືໃນລະບົບຈໍານວນ 1,4 ລ້ານເລກໝາຍ, ໂທລະສັບຕັ້ງໂຕະ 31 ພັນເລກໝາຍ, ໂທລະສັບວິນໂຟນ 274 ພັນເລກໝາຍ ແລະ ອິນເຕີເນັດ 1,2 ລ້ານລູກຄ້າ.

ໃນປີ 2020 ຜ່ານມາສາມາດສ້າງລາຍຮັບໄດ້ທັງ ໝົດ 1.758,4 ຕື້ກີບ (ລວມອາກອນ), ໃນນັ້ນມີກໍາໄລສຸດ ທິ 197,5 ຕື້ກີບ; ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 308,4 ຕື້ກີບ, ເຊິ່ງກວມເອົາອັດຕາ ສ່ວນ 17,5% ຂອງລາຍຮັບທີ່ ລາວ ໂທລະຄົມ ປະຕິບັດໄດ້ໃນປີ 2020.


ສ່ວນແຜນການປີ 2021 ນີ້, ລາວ ໂທລະຄົມ ຈະສູ້ຊົນສ້າງຖານລູກຄ້າໃໝ່ໃຫ້ເພີ່ມຂຶ້ນ 3 ລ້ານກວ່າເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.832,3 ຕື້ກີບ (ລວມອາກອນ), ທຽບໃສ່ປີ 2020 ເພີ່ມຂຶ້ນ 4,2%.

ນອກຈາກນັ້ນຍັງຈະໄດ້ລົງທຶນທັງໝົດ 35,3 ລ້ານໂດລາສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ ທັງໝົດເຫຼົ່ານີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life.