ເປີດສະມາຄົມທຸລະກິດເຄື່ອງເຢັນຢ່າງເປັນທາງການ, ມີສະມາຊິກສາມັນ 128 ທ່ານ, ສະມາຊິກສະໜັບສະໜູນ 32 ທ່ານ

309

ໃນວັນທີ 5 ກຸມພາ 2021 ທີ່ສູນກາງສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການນຳໃຊ້ພະລັງງານທີ່ມີປະສິດທິພາບສຳລັບເຄື່ອງເຮັດຄວາມເຢັນ-ແອເຢັນ, ສະຫຼຸບຜົນການເຄື່ອນໄຫວ ປະຈຳປີ 2020 ແລະ ແຜນການເຄື່ອນໄຫວ 2021 ພ້ອມທັງເປີດຕົວສະມາຄົມທຸລະກິດເຄື່ອງເຢັນຂຶ້ນຢ່າງເປັນທາງການ.


ເຂົ້າຮ່ວມເປັນປະທານຂອງ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມຄວບຄຸມ ແລະ ຕິດຕາມມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ແສງອາລຸນ ຍົດລືໄຊ ຫົວໜ້າກົມພັດທະນາ ແລະ ບໍລິຫານລັດ ກະຊວງພາຍໃນ, ມີ ທ່ານ ເຂັມພອນ ຈັນທະວອນ ປະທານສະມາຄົມທຸລະກິດເຄື່ອງເຢັນ ພ້ອມດ້ວຍຮອງປະທານ, ສະມາຊິກ ແລະ ບໍລິສັດຈຳໜ່າຍເຄື່ອງເຢັນເຂົ້າຮ່ວມ.


ໃນກອງປະຊຸມ ທ່ານ ເຂັມພອນ ຈັນທະວອນ ໄດ້ກ່າວສະຫຼຸບຜົນການເຄື່ອນໄຫວ ປີ 2020 ແລະ ການສ້າງຕັ້ງສະມາຄົມວ່າ: ສະມາຄົມທຸລະກິດເຄື່ອງເຢັນ ສ້າງຕັ້ງຂຶ້ນໂດຍໄດ້ຮັບການອະນຸມັດສ້າງຕັ້ງຈາກ ກະຊວງພາຍໃນ ຕາມຂໍ້ຕົກລົງ ສະບັບເລກທີ 33/ພນ ລົງວັນທີ 20 ມັງກອນ 2020 ແລະ ເຄື່ອນໄຫວວຽກງານຕ່າງໆ ພາຍໃຕ້ການຊີ້ນຳຂອງກົມຄວບຄຸມ ແລະ ຕິດຕາມມົນລະພິດ.


ສະມາຄົມສ້າງຕັ້ງຂຶ້ນ ມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາຜູ້ປະກອບການທຸລະກິດເຄື່ອງເຢັນ ທາງດ້ານວິຊາການ ແລະ ນາຍຊ່າງ ໃຫ້ລູກຄ້າໄດ້ຮັບການບໍລິການ ແລະ ສິນຄ້າດີມີຄຸນນະພາບໃນລາຄາທີ່ເໝາະສົມ, ຫຼຸດຜ່ອນການນຳເຂົ້ານັກວິຊາການ, ນາຍຊ່າງຈາກຕ່າງປະເທດ ເພື່ອໃຫ້ສ້າງວຽກເຮັດງານທຳ ແລະ ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ.


ໃນໄລຍະໜຶ່ງປີຜ່ານມາ ທາງສະມາຄົມໄດ້ສຳເລັດການເຄື່ອນໄຫວກິດຈະກຳ ຮ່ວມກັບບັນດາພາກສ່ວນຕ່າງໆເຊັ່ນ:
1) ເຂົ້າຮ່ວມການຝຶກອົບຮົມກ່ຽວກັບ ການປະຕິບັດທີ່ດີໃນການສ້ອມແປງ ເຄື່ອງເຮັດຄວາມເຢັນ-ແອເຢັນ ທີ່ນຳໃຊ້ສານເຮັດຄວາມເຢັນ ເປັນມິດຕໍ່ຊັ້ນໂອໂຊນ ແລະ ຫຼຸດຜ່ອນອຸນຫະພູມໂລກ ມີນາຍຊ່າງເຂົ້າຝຶກອົບຮົມ 120 ຄົນ;
2) ສຳເລັດການຝຶກອົບຮົມກ່ຽວກັບວິທີປະຢັດໄຟຟ້າຂອງແອເຢັນໃຫ້ແກ່ບັນດາພະນັກງານທີ່ຫ້ອງວ່າການສູນກາງພັກ. ນອກນັ້ນ, ບັນດາຮ້ານຜູ້ປະກອບການທຸລະກິດເຄື່ອງ ທີ່ເປັນສະມາຊິກຂອງສະມາຄົມ ຍັງໄດ້ຮັບເອົານັກສຶກສາຈາກສະຖາບັນອະຊີວະຕ່າງໆ ລົງຝຶກຫັດ ເພື່ອເຮັດໃຫ້ເຂົາເຈົ້າໄດ້ຮຽນຮູ້ປະສົບການຕົວຈິງຫຼາຍກວ່າ 200 ຄົນຕໍ່ປີ ແລະ ວຽກອື່ນໆອີກ.


ທ່ານ ປະເສີດ ແສນກັນຍາ ຮອງປະທານສະມາຄົມທຸລະກິດເຄື່ອງເຢັນ ໃຫ້ຮູ້ວ່າ:ໂຄງຮ່າງການຈັດຕັ້ງຂອງສະມາຄົມທຸລະກິດເຄື່ອງເຢັນປະກອບມີ: ປະທານ 1 ທ່ານ, ຮອງປະທານ 2 ທ່ານ, ມີ 4 ພະແນກ, 8 ໜ່ວຍງານ, 17 ສາຂາໜ່ວຍງານຕ່າງແຂວງ ແລະ ມີສະມາຊິກສາມັນ 128 ທ່ານ, ສະມາຊິກສະໜັບສະໜູນ 32 ທ່ານ, ສະມາຊິກກິດຕິມະສັກ 12 ທ່ານ, ມີຄະນະທີ່ປຶກສາ 6 ທ່ານ.


ທ່ານ ມິດສຳພັນ ພົມຄຳ ຜູ້ຈັດການຕົວແທນຈຳໜ່າຍແອຍີ່ຫຍໍ້ຊີໂກ້ ສປປ ລາວ ຈຳກັດ ເຊິ່ງເປັນໜຶ່ງໃນສະມາຊິກຂອງສະມາຄົມກ່າວວ່າ: ການເຂົ້າເປັນສະມາຊິກຂອງສະມາຄົມທຸລະກິດເຄື່ອງເຢັນນີ້ ແມ່ນໄດ້ຊ່ວຍເຮັດໃຫ້ທີມງານຊ່າງຂອງພວກເຮົາໄດ້ມາເຕົ້າໂຮມ ແລະ ແລກປ່ຽນຄວາມຮູ້ດ້ານວິຊາການ, ເຕັກນິກທີ່ທັນສະໄໝໃໝ່ໆຫຼາຍຂຶ້ນກວ່າເກົ່າ ພ້ອມທັງໄດ້ເຊີນຊວນບັນດາຮ້ານທີ່ຍັງບໍ່ທັນໄດ້ເຂົ້າເປັນມາຊິກໃຫ້ເຂົ້າມາຮ່ວມ ເພື່ອເຮັດໃຫ້ໄດ້ຮັບໂອກາດໃນການແລກປ່ຽນບົດຮຽນຮ່ວມກັນ ເພາະວ່າວຽກການສ້ອມແປງເຄື່ອງເຢັນທຸກມື້ນີ້ ແມ່ນຕ້ອງໄດ້ສ້ອມແປງຫຼາຍຍີ່ຫຍໍ້. ດັ່ງນັ້ນ, ການເຂົ້າມາເປັນສະມາຊິກຄືກັນຮ່ວມຕົວກັນ.