ດ່ານສາກົນລານຕຸ້ຍ ມີຈຸດຄ່ຽນຖ່າຍສິນຄ້າ ແລະ ສາງຝາກເຄື່ອງແລ້ວ

509

ພິທີເປີດ ບໍລິສັດ ຕົ່ງກໍ່ສ້າງ ແລະ ເປີດການບໍລິການ ສາງຝາກສິນຄ້າ, ຈຸດຄ່ຽນຖ່າຍສິນຄ້າ ແລະ ເດີ່ນພັກລົດ ເພື່ອບໍລິການການຂົນສົ່ງສິນຄ້າ ທີ່ເຂົ້າ-ອອກ ຜ່ານດ່ານສາກົນລານຕຸ້ຍ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2021 ໂດຍການເຂົ້າຮ່ວມ ຂອງທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນ ຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ; ພ້ອມດ້ວຍການນໍາຂອງແຂວງຜົ້ງສາລີ, ການນຳເມືອງຍອດອູ ແລະ ຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ສາງຝາກສິນຄ້າ, ຈຸດຄ່ຽນຖ່າຍສິນຄ້າ ແລະ ເດີ່ນພັກລົດດັ່ງກ່າວ ຕັ້ງຢູ່ບ້ານຊຽງສ້ຽວ ເມືອງຍອດອູ ແຂວງຜົ້ງສາລີ, ຊຶ່ງຢູ່ຫ່າງຈາກດ່ານສາກົນລານຕຸ້ຍ 10 ກວ່າກິໂລແມັດ, ມີເນື້ອທີ່ປະມານ 10 ກວ່າເຮັກຕາ, ໂດຍແມ່ນບໍລິສັດ ຕົ່ງ ກໍ່ສ້າງ ແລະ ບໍລິການ ສາງຝາກສິນຄ້າ, ຄ່ຽນຖ່າຍສິນຄ້າ ແລະ ທ່ອງທ່ຽວຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ລົງທຶນ.


ການກໍ່ສ້າງໄດ້ເລີ່ມແຕ່ທ້າຍປີ 2018ປະກອບມີໂຄງລ່າງພື້ນຖານດ້ານຕ່າງໆເປັນຕົ້ນ ການບຸກເບີກ-ດຸດປັບພື້ນທີ່, ການປູຫີນໜີບແໜ້ນ, ການກໍ່ສ້າງເດີ່ນພັກລົດ, ການກໍ່ສ້າງຈຸດຄ່ຽນຖ່າຍສິນຄ້າໃນຮົ່ມ ແລະ ກາງແຈ້ງ, ການກໍ່ສ້າງສາງຝາກສິນຄ້າ, ກໍ່ສ້າງຫ້ອງການເຮັດວຽກຂອງບໍລິສັດ, ຫ້ອງການພາສີ, ຫ້ອງການກະສີກຳ, ເຮືອນນອນຂອງພະນັກງານບໍລິສັດ, ພະນັກງານພາສີ, ພະນັກ ງານກະສິກຳ; ການຕິດຕັ້ງຊິງຊັ່ງ, ຕິດຕັ້ງປ້າຍບໍລິສັດ, ປ້າຍຫ້ອງການ, ຕິດຕັ້ງຄອມພິວເຕີ, ຕິດຕັ້ງລະບົບອະຊິກຸດະ (ASYCUDA) ເພື່ອເຊື່ອມຕໍ່ຖານຂໍ້ມູນໃຫຍ່, ຕິດຕັ້ງລະບົບຮັກສາຄວາມປອດໄພ, ລ້ອມຮົ້ວອ້ອມສຳນັກງານ ແລະ ອື່ນໆ.

ຮອດປະຈຸບັນ ແມ່ນສຳເລັດໂດຍພື້ນຖານ ແລະ ເປີດນຳໃຊ້ຢ່າງເປັນທາງການແລ້ວ.

.