ຮຽນ ແລະ ເຮັດວຽກໄປນຳ ບໍລິຫານເວລາແນວໃດ ຈຶ່ງຈະບໍ່ມີຜົນກະທົບຕໍ່ການຮຽນ

554

ການຮຽນແມ່ນສິ່ງທີ່ສຳຄັນຫຼາຍທີ່ຈະນຳພາໃຫ້ຄົນເຮົາໄປພົບແສງສະຫວ່າງ ແລະ ປະສົບຜົນສຳເລັດໄດ້. ນອກນັ້ນ, ໃນເວລານອກຈາກການຮຽນເຮົາສາມາດແບ່ງເວລາໄປເຮັດວຽກເພີ່ມ ເພາະວ່າມັນສາມາດສ້າງຄວາມຮູ້ເພີ່ມ, ຄວາມສາມາດ, ປະສົບການໃຫ້ເຮົາ ແລະ ຍັງຫຼຸດຜ່ອນຄ່າໃຊ້ຈ່າຍຂອງພໍ່ແມ່. ສິ່ງໃດທີ່ເຮັດໄດ້ຄວບຄູ່ກັບການຮຽນເຮົາສາມາດສອນເພີ່ມພາສາ ຫຼື ເປັນຕິວເຕີໃຫ້ເດັກນ້ອຍ ຫຼື ສູນພາສາຕ່າງໆໄດ້, ເຊັ່ນດຽວກັນກັບ ທ້າວ ເພັດສີລາ ພູມບັນດິດ ຮຽນຈົບຈາກຄະນະອັກສອນສາດ ປັດຈຸບັນຢູ່ບ້ານໄຊສົມບູນ ເມືອງໄຊທານີ ໄດ້ໃຫ້ສຳພາດວ່າ: ການບໍລິຫານການຮຽນ ແລະ ເຮັດວຽກໄປນຳ ແມ່ນສິ່ງທີ່ສຳຄັນທີ່ສຸດເຮົາຕ້ອງແບ່ງເວລາໃຫ້ດີ ແລະ ເບິ່ງເວລາທີ່ເຮົາເຮັດວຽກເສີມເຮັດແນວໃດ ຈຶ່ງຈະບໍ່ມີຜົນກະທົບຕໍ່ການຮຽນ.

ທ້າວ ເພັດສີລາ ພູມບັນດິດ ຮຽນຈົບຈາກສາຂາພາສາອັງກິດ ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: ນ້ອງເອງໃນເວລາເປັນນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ໃນເວລາວ່າງໄດ້ໄປສອນພາສາເພີ່ມຢູ່ສູນພາສາ ເພື່ອເກັບປະສົບການ ແລະ ໃຊ້ຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໃນການຖ່າຍທອດໃຫ້ນ້ອງໆ ແຕ່ຕ້ອງບໍລິຫານເວລາໃຫ້ເປັນ ໄປສິດສອນເຮັດແນວໃດຈຶ່ງບໍ່ມີຜົນກະທົບຕໍ່ການຮຽນ ທຳອິດເຮົາກໍຕ້ອງວາງແຜນ ຫຼື ຂຶ້ນແຜນວ່າເວລາໃດເຮົາມີຮຽນກໍຕ້ອງຮຽນໃຫ້ຄົບຕາມຊົ່ວໂມງ, ຫຼັງຈາກນັ້ນຈຶ່ງໄປຮຽນນອກໂມງຮຽນ.

ເພັດສີລາ ພູມບັນດິດ ຍັງເວົ້າອີກວ່າ: ການເຮັດສອງໜ້າທີ່ໃນໄລຍະເວລາໃກ້ຄຽງກັນ ເຮົາຕ້ອງວາງແຜນໃນການຮຽນ ແລະ ການເຮັດວຽກໃຫ້ມີຄວາມສົມດຸນກັນ ເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບຫຼາຍ ເພາະຈະເຮັດໃຫ້ມີຜົນເສຍຕາມມາອັນສຳຄັນຄວນຄຳນຶງວ່າອາທິດໜຶ່ງເຮົາສອນຈັກມື້, ຈັກຊົ່ວໂມງ ເພາະໃນເວລາທີ່ເຫຼືອເຮົາອາດໃຊ້ໄປຮ່ວມກິດຈະກຳໃນໂຮງຮຽນ ເພື່ອສ້າງ ຄວາມຮູ້ເພີ່ມ, ຄວາມສາມາດ ແລະ ປະສົບປະການທີ່ມີ ຄວາມຄິດສ້າງສັນ. ຖ້າເວລາທີ່ເຮົາເຮັດວຽກສອນເພີ່ມພາສາຕຳກັບຊົ່ວໂມງຮຽນ ຫຼື ກິດຈະກຳຕ່າງໆ ເຮົາກໍຄວນປ່ຽນເວລາໃນການສອນໄປໃສ່ຊົ່ວໂມງໜ້າຂອງການສິດສອນ.

ນີ້ເປັນພຽງປະສົບການເລັກໜ້ອຍຂອງຊີວິດນັກສຶກສາທີ່ຕ້ອງຮຽນ ແລະ ເຮັດວຽກໄປພ້ອມ ເພື່ອຊ່ວຍແບ່ງເບົາພາລະພໍ່ແມ່ເທົ່ານັ້ນ ແຕ່ຢ່າງໜ້ອຍກໍເຊື່ອວ່າຈະເປັນຂໍ້ຄິດໃຫ້ນ້ອງໆນຳໄປປະຕິບັດຫາກຕ້ອງເດີນຕາມເສັ້ນທາງຂອງ ເພັດສີລາ.