ແຂວງວຽງຈັນມາໄວ ກຽມປະກາດໂຮງໝໍ 5 ດີ 1 ພໍໃຈໃນ 5 ເມືອງໄວໆນີ້

798

ນະໂຍບາຍ 5 ດີ 1 ພໍໃຈຈະເວົ້າໄປແລ້ວເປັນສິ່ງໃໝ່ໃນເວດວົງການປິ່ນປົວ ເນື່ອງຈາກທີ່ຜ່ານມາ ມັກມີສຽງຈົ່ມວ່າເລື່ອງການບໍລິການປິ່ນປົວຫຼາຍ ກະຊວງສາທາລະນະສຸກຈິ່ງກຳນົດເອົາ ນະໂຍບາຍໃໝ່ນີ້ຂຶ້ນມາ ເພື່ອໃຫ້ບັນດາພະນັກງານແພດໝໍຮ່ວມກັນຈັດຕັ້ງປະຕິບັດບໍລິການສັງຄົມໃຫ້ໄດ້ຕາມທີ່ໄດ້ລະບຸໄວ້ກໍ່ຄື (ການ​ຕ້ອນຮັບ​ດີ ຄວາມ​ສະອາດ​ດີ ສະດວກ​ດີ ບົ່ງມະຕິ​ພະຍາດ​ຊັດ​ເຈນ​ດີ ປິ່ນປົວ​ດີ ແລະ ຄົນ​ເຈັບ​ເພິ່ງ​ພໍ).

ຕາມຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດ ໂດຍຜ່ານການໃຫ້ສຸດພາດຂອງທ່ານຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ຮູ້ວ່າ ແຂວງດັ່ງກ່າວ ກຽມປະກາດ 5 ເມືອງ ຄື: ເມືອງຊະນະຄາມ, ວັງວຽງ, ກາສີ, ໂພນໂຮງ ແລະ ໂຮງຫມໍເມືອງແມດ ເປັນໂຮງຫມໍ 5 ດີ 1 ພໍໃຈໃນໄວໆ ນີ້.


ດຣ ອິນປອນ ມະນີແສງ, ຫົວຫນ້າພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ສໍາພາດວ່າ: ທັງ 5 ໂຮງຫມໍເມືອງນີ້ ໄດ້ຜ່ານການປະເມີນຈາກພະແນກສາທາລະນະສຸກແຂວງຮຽບຮ້ອຍແລ້ວເຫັນວ່າປະຕິບັດໄດ້ຕາມເງື່ອນໄຂທີ່ກະຊວງສາທາລະນະສຸກວາງອອກ, ນອກຈາກນີ້ ໃນຈໍານວນ 5 ໂຮງຫມໍເມືອງດັ່ງກ່າວ ມີ 3 ແຫ່ງສາມາດບໍລິການຜ່າຕັດໄດ້ ຄື: ໂຮງຫມໍເມືອງໂພນໂຮງ, ຊະນະຄາມ ແລະ ໂຮງຫມໍເມືອງວັງວຽງ ລວມມີ: ການຜ່າຕັດໃສ້ຕິ່ງ, ກະເພາະສອດ, ຫນີ້ວພົກຍ່ຽວ, ກະເພາະຊອດ ແລະ ອື່ນໆ ເຊີ່ງສາມາດຊ່ວຍຫລຸດຜ່ອນການເດີນທາງໄປປິ່ນປົວສຸຂະ ພາບຢູ່ໂຮງຫມໍສູນກາງ, ລວມເຖີງປະເທດໃກ້ຄຽງຂອງຄົນເຈັບພາຍໃນແຂວງວຽງຈັນ ໄດ້ເປັນຢ່າງດີ.


ດຣ ອິນປອນ ມະນີແສງ ໃຫ້ຮູ້ຕື່ມວ່າ: ນອກຈາກ 5 ໂຮງຫມໍເມືອງທີ່ຈະໄດ້ຮັບການປະກາດເປັນໂຮງຫມໍ 5 ດີ 1 ພໍໃຈ, ໂຮງຫມໍແຂວງວຽງຈັນ ກໍໄດ້ຖືກຮັບຮອງຈາກກະ ຊວງສາທາລະນະສຸກໃຫ້ເປັນໂຮງຫມໍ 5 ດີ 1 ພໍໃຈ ເຊັ່ນດຽວກັນ. ແຂວງວຽງຈັນ ປະກອບມີ 1 ໂຮງຫມໍແຂວງ, 11 ໂຮງຫມໍເມືອງ ແລະ 64 ສຸກສາລາໃນທົ່ວແຂວງ. ຂະນະທີ່ການບໍລິການຂອງແພດຫມໍໄດ້ຮັບການປັບປຸງດີຂຶ້ນຫລາຍເມື່ອທຽບໃສ່ເມື່ອກ່ອນ ເຮັດໃຫ້ມາຮອດປັດຈຸບັນ ຫາງສຽງຈົ່ມວ່າກ່ຽວກັບການບໍລິການທີ່ບໍ່ດີຂອງແພດຫມໍພາຍ ໃນແຂວງບໍ່ມີອີກແລ້ວ.

Cr: Lao National Radio