ເບິ່ງດວງການເງິນປະຈໍາເດືອນກຸມພາຂອງ 12 ລາສີເກີດ

317

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ກ້າວເຂົ້າສູ່ເດືອນກຸມພາແລ້ວ ຄໍລໍາທໍານາຍດວງຊາຕາໃນມື້ນີ້ ຂໍພາທຸກທ່ານມາກວດເບິ່ງດວງຂອງທ່ານນໍາກັນ ໂດຍສະເພາະເລື່ອງການເງິນຂອງຄົນທັງ 12 ລາສີເກີດ ຫາກອ່ານແລ້ວຮູ້ເລີຍວ່າເດືອນນີ້ ເລື່ອງເງິນຂອງທ່ານຈະຄ່ອງຕົວ ຫຼື ຕິດຂັດແນວໃດ.

ລາສີມັງກອນ: ( ຜູ້ທີ່ເກີດລະຫວ່າງວັນທີ 15 ມັງກອນ ຫາ 12 ກຸມພາ ) ໂຊກເລື່ອງເງິນແມ່ນບໍລິວານຈະນໍາໂຊກລາບມາໃຫ້ ແຕ່ໃຫ້ແບ່ງສ່ວນຕ່າງໄປເຮັດບຸນ ຫຼື ກິນທານ ແມ່ນຈະດີຫຼາຍ.

ລາສີກຸມ: ( ຜູ້ທີ່ເກີດລະຫວ່າງວັນທີ 12 ກຸມພາ ຫາ 14 ມີນາ ) ສໍາລັບລາສີນີ້ ໃຫ້ລະວັງຈະເສຍພາບພົດ ເພາະເລື່ອງເງິນ ລະວັງຄໍາເວົ້າ ຫຼື ການຮັບຄໍາ ໂດຍບໍ່ທັນຄິດ ອາດພາໃຫ້ເສຍເງິນ.

ລາສີມີນ: ( ຜູ້ທີ່ເກີດລະຫວ່າງວັນທີ 15 ມີນາ ຫາ 12 ເມສາ ) ຈະໄດ້ໂຊກຈາກຄວາມສະເໜ່ຫາ ມີຄົນທຸ່ມເງິນໃຫ້ ຫຼື ໄດ້ຮັບເງິນແບບບໍ່ທັນຕັ້ງຕົວ.

ລາສີເມກ: ( ຜູ້ທີ່ເກີດລະຫວ່າງວັນທີ 13 ເມສາ ຫາ 14 ພຶດສະພາ ) ຈະໄດ້ເງິນຈາກການເຮັດວຽກເສີມ, ວຽກພິເສດທີ່ມາຈາກໝູ່ເພື່ອນ ຫຼື ກຸ່ມຄົນທີ່ຕົນຮູ້ຈັກດີ.

ລາສີພຶດສົກ: ( ຜູ້ທີ່ເກີດລະຫວ່າງວັນທີ 15 ພຶດສະພາ ຫາ 14 ມິຖຸນາ ) ຈະໄດ້ຮັບຂ່າວດີຈາກຜູ້ໃຫຍ່ ໄດ້ເງິນຈໍານວນໜຶ່ງມາຕໍ່ຍອດສ້າງລາຍຮັບ.

อาจเป็นรูปภาพของ ข้อความพูดว่า "ARIES TAURUS 然 GEMINI CANCER LEO VIRGO LIBRA SCORPIO SAGITTARIUS CAPRICORN AQUARIUS PISCES"

ລາສີເມຖຸນ: ( ຜູ້ທີ່ເກີດລະຫວ່າງວັນທີ 15 ມິຖຸນາ ຫາ 14 ກໍລະກົດ ) ລະວັງຖືກໂກງ ອາດຖືກຕົວະຊື້ເຄື່ອງທີ່ບໍ່ໄດ້ຄຸນນະພາບ ເສຍຊັບສິນແບບບໍ່ສາມາດຫຼີກລຽງໄດ້.

ລາສີກໍລະກົດ: ( ຜູ້ທີ່ເກີດລະຫວ່າງວັນທີ 15 ກໍລະກົດ ຫາ 15 ສິງຫາ ) ຈະໄດ້ຮັບເງິນກ້ອນໃຫຍ່ ແຕ່ເອົາມາໃຊ້ຈ່າຍສະໜອງກິເລດຂອງຕົນເອງ ແລ້ວມາຄິດເສຍດາຍຕາມຫຼັງ.

ລາສີສິງ: ( ຜູ້ທີ່ເກີດລະຫວ່າງວັນທີ 16 ສິງຫາ ຫາ 16 ກັນຍາ ) ມີໂອກາດໄດ້ຮັບໂຊກລາບຖືກເລກ ໃຫ້ສ່ຽງໂຊກກັບເລກໃກ້ຕົວ.

ລາສີກັນ: ( ຜູ້ທີ່ເກີດລະຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ ) ມີລາຍຮັບຫຼາຍ ແຕ່ລາຍຈ່າຍກໍຫຼາຍເຊັ່ນກັນ ເສຍເງິນໄປກັບສິ່ງຈໍາເປັນທີ່ບໍ່ສາມາດຫຼີກລຽງໄດ້.

ລາສີຕຸນ: ( ຜູ້ທີ່ເກີດລະຫວ່າງວັນທີ 17 ຕຸລາ ຫາ 15 ພະຈິກ ) ລະວັງເລື່ອງການໃຊ້ຈ່າຍໃຫ້ຫຼຸດຜ່ອນສິ່ງທີ່ບໍ່ຈໍາເປັນ ມີເກນຕ້ອງຢືມເງິນຈາກຄົນຮອບຂ້າງ.

ລາສີພິຈິກ: ( ຜູ້ທີ່ເກີດລະຫວ່າງວັນທີ 16 ພະຈິກ ຫາ 15 ທັນວາ ) ວາງແຜນການເງິນໄວ້ຢ່າງດີ ສຸດທ້າຍຫຼົງຈ່າຍເງິນ ສະໜອງຄວາມຕ້ອງການຂອງຕົວເອງ ເຮັດໃຫ້ມີແນວກຸ້ມໃຈແຕ່ຕົ້ນເດືອນ.

ລາສີທະນູ: ( ຜູ້ທີ່ເກີດລະຫວ່າງວັນທີ 16 ທັນວາ ຫາ 14 ມັງກອນ ) ຈະໄດ້ຮັບເງິນປັນຜົນຈາກທີ່ເຄີຍລົງທຶນໄວ້ ຫຼື ມີຄົນຊັກຊວນໄປລົງທຶນຈະໄດ້ຜົນກໍາໄລທີ່ດີງາມ.