ຍອດສົ່ງອອກເດືອນທັນວາ ບັນລຸ 468 ລ້ານໂດລາ

270

ຍອດມູນຄ່າການສົ່ງອອກເດືອນທັນວາປີ 2020 ບັນລຸໄດ້ປະມານ 468 ລ້ານໂດລາ ສິນຄ້າສົ່ງອອກຫຼັກແມ່ນແຮ່ທອງ ມູນຄ່າປະມານ 54 ລ້ານໂດລາ, ຮອງມາແມ່ນຄຳປະສົມ ( ຄຳແທ່ງ ) ແລະ ມັນຕົ້ນ. ສ່ວນການນຳເຂົ້າມີມູນຄ່າ ປະມານ 546 ລ້ານໂດລາສະຫະລັດ.

ອີງຕາມຂໍ້ມູນຈາກສູນຂໍ້ມູນ ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນທັນວາ ປີ 2020 ບັນລຸໄດ້ປະມານ 1.015 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 468 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 546 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 78 ລ້ານໂດລາສະຫະລັດ.

ไม่มีคำอธิบายรูปภาพ

ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ ມູນຄ່າປະມານ 54 ລ້ານໂດລາສະຫະລັດ, ຄຳປະສົມ ( ຄຳແທ່ງ ) ມູນຄ່າປະມານ 45 ລ້ານໂດລາສະຫະລັດ, ມັນຕົ້ນ ມູນຄ່າປະມານ 41 ລ້ານໂດລາສະຫະລັດ, ຢາງພາລາ ມູນຄ່າປະມານ 37 ລ້ານໂດລາສະຫະລັດ, ເຫຍື່ອໄມ້ ແລະ ເສດເຈ້ຍ ມູນຄ່າປະມານ 28 ລ້ານໂດລາສະຫະລັດ, ໝາກກ້ວຍ ມູນຄ່າປະມານ 24 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມູນຄ່າປະມານ 19 ລ້ານໂດລາສະຫະລັດ, ໂຄງຮ່າງ ( ຊິ້ນສ່ວນກ້ອງບັນທຶກພາບ ) ມູນຄ່າປະມານ 18 ລ້ານໂດລາສະຫະລັດ, ກາເຟ ( ບໍ່ທັນໄດ້ປຸງແຕ່ງ ) ມີມູນຄ່າປະມານ 13 ລ້ານໂດລາສະຫະລັດ ແລະ ເຂົ້າ ມູນຄ່າປະມານ 11 ລ້ານໂດລາສະຫະລັດ.

ไม่มีคำอธิบายรูปภาพ

ສິນຄ້ານໍາເຂົ້າຫຼັກ ແມ່ນເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າປະມານ 41 ລ້ານໂດລາສະຫະລັດ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) ມີມູນຄ່າປະມານ 40 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 37 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) ມີມູນຄ່າປະມານ 37 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 32 ລ້ານໂດລາສະຫະລັດ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີ: ຈີນ 181 ລ້ານໂດລາສະຫະລັດ, ຫວຽດນາມ 111 ລ້ານໂດລາສະຫະລັດ, ໄທ 98 ລ້ານໂດລາສະຫະລັດ, ອິນເດຍ 12 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 8 ລ້ານໂດລາສະຫະລັດ.

ไม่มีคำอธิบายรูปภาพ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີ: ປະເທດໄທ 323 ລ້ານໂດລາສະຫະລັດ, ຈີນ 111 ລ້ານໂດລາສະຫະລັດ, ຫວຽດນາມ 52 ລ້ານໂດລາສະຫະລັດ, ຍີ່ປຸ່ນ 16 ລ້ານໂດລາສະຫະລັດ ແລະ ອາເມຣິກາ 10 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 12 ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.