ຊົມເຊີຍ! ປະຊາຊົນ 2ບ້ານ ໃນເມືອງພີນ ສາມັກຄີກໍ່ສ້າງຂົວ ດ້ວຍງົບຈາກ ທລຍ 250ລ້ານກີບ

88

ທ່ານເຈົ້າເມືອງເມືອງພີນລົງຕິດຕາມການສ້າງຂົວ ບ້ານນາທູ້ ແລະ ບ້ານໜອງຫຼວງ (ກຸ່ມບ້ານທີ9) ຂອງເມືອງພີນ, ເຊິ່ງຂົວດັ່ງກ່າວແມ່ນປະຊາຊົນທັງ 2ບ້ານຮ່ວມໃຈກໍ່ສ້າງເອງ ໂດຍໄດ້ວັດຖຸອຸປະກອນທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ສະໜອງໃຫ້ ລວມມູນຄ່າ 250 ລ້ານກີບ.

ວັນທີ 28 ມັງກອນ 2021ຜ່ານມານີ້ ທ່ານ ສາລີ ວິນລາວັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງພີນ ພ້ອມດ້ວຍທີມງານວິຊາການກອງທຶນຫຼຸດຜ່ອນຄວາມທຸກຍາກຂອງເມືອງ ແລະ ຜູ້ຊີ້ນໍາກຸ່ມບ້ານທີ 9 ໄດ້ລົງຕິດຕາມກວດກາ ແລະ ຊີ້ນໍາ-ນໍາພາ ການກໍ່ສ້າງຂົວຂອງປະຊາຂົນ 02ບ້ານຄື ບ້ານນາທູ້ ແລະ ບ້ານໜອງຫຼວງ.

ເຊິ່ງ ບ້ານນາທູ້ ໄດ້ກໍ່ສ້າງແລະສ້ອມແປງຂົວ 2ແຫ່ງ ຄື: ຂົວຫ້ວຍລະຕົງ ແມ່ນກໍ່ສ້າງທໍ່ 2 ຟີ 100 ແລະ ຂົວຫ້ວຍລະຊົມ ແມ່ນ ກໍ່ສ້າງທໍ່ດັນໂລ 4, ເຊິ່ງແມ່ນປະຊາຊົນເປັນຜູ້ຈັດຕັ້ງປະຕິບັດກໍ່ສ້າງ ໂດຍກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ເປັນຜູ້ສະໜອງວັດຖຸອຸປະກອນ ໃນມູນຄ່າ 125.000.000ກີບ.

ບ້ານໜອງຫຼວງ ກໍ່ສ້າງຂົວໄມ້ ຫ້ວຍຕໍາ, ຍາວ 20 ແມັດ, ກວ້າງ 3,5 ແມັດ, ສູງ 4,5 ແມັດ, ຊິ່ງແມ່ນປະຊາຊົນເປັນຜູ້ຈັດຕັ້ງປະຕິບັດກໍ່ສ້າງ ໂດຍກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ເປັນຜູ້ສະໜອງວັດຖຸອຸປະກອນ ໃນມູນຄ່າ 125.000.000ກີບ.