ກະຊວງ ອຄ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ເອົາວຽກງານຕົນຕິດພັນກັບວຽກງານ 3 ສ້າງ

149

ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ຈັດກອງປະຊຸມສຳມະນາວິທະຍາສາດຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້: ການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານ – ລັດຖະກອນຂອງກະຊວງ ອຄ ແລະ ພະແນກ ອຄ ແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ເມື່ອວັນທີ 29 ມັງກອນ 2021 ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ວຽກງານ 3 ສ້າງ ເປັນນະໂຍບາຍ ແລະ ຄວາມພະຍາຍາມຂອງພັກ ແລະ ລັດຖະບານ ໃນການວາງຄາດໝາຍສູ້ຊົນສ້າງໃຫ້ພະແນກການຂັ້ນທ້ອງຖິ່ນທຸກຂັ້ນມີສ່ວນຮ່ວມ ແລະ ເປັນເຈົ້າການໃນການແກ້ໄຂທຸກວຽກງານທີ່ເກີດຂຶ້ນໃນທ້ອງຖິ່ນ ລວມທັງການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ເພື່ອເຮັດໃຫ້ປະເທດພວກເຮົາຫຼຸດພົ້ນອອກຈາກ ຄວາມດ້ອຍພັດທະນາ. ດ້ວຍເຫດນັ້ນ, ກອງປະຊຸມ ໃຫຍ່ ຄັ້ງທີ IX ຂອງພັກ ຈຶ່ງໄດ້ກໍານົດນະໂຍບາຍສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວ ໜ່ວຍພັດທະນາ ເຊິ່ງມີເນື້ອໃນຈິດໃຈ ເພື່ອເສີມຂະຫຍາຍສິດເປັນເຈົ້າໃຫ້ແກ່ທ້ອງຖິ່ນຮາກຖານ, ເຮັດໃຫ້ທ້ອງຖິ່ນຮາກຖານໄດ້ຮັບການພັດທະນາ ແລະ ມີ ຄວາມເຂັ້ມແຂງໃນທຸກໆດ້ານ.

ในภาพอาจจะมี 1 คน, แว่นกันแดด

ສຳລັບຂະແໜງ ອຄ ແມ່ນໄດ້ຖືເອົາວຽກງານ 3 ສ້າງ ເປັນວຽກປົກກະຕິ ແລະ ບຸລິມະສິດໃນການປະຕິບັດພາລະບົດບາດ – ໜ້າທີ່ການເມືອງຂອງຕົນ. ຕະຫຼອດໄລຍະທີ່ຜ່ານມາ ກະຊວງ ກໍໄດ້ມີການຄົ້ນຄວ້າຊີ້ນຳ – ນຳພາ, ມີການວາງແຜນ, ສ້າງນິຕິກຳ ກຳນົດໄລຍະການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ຮວມໄປເຖິງການກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ໃນການແບ່ງຂັ້ນຄຸ້ມຄອງພາຍໃນຂະແໜງການ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນທຸກຂັ້ນ ແລະ ໄດ້ມີການປັບປຸງສັບຊ້ອນຈັດສັນບັນດາວຽກງານໃຫ້ແທດເໝາະກັບ ຄວາມຮູ້, ຄວາມສາມາດຕົວຈິງຂອງພະນັກງານແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.

ในภาพอาจจะมี 2 คน

ຍ້ອນເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນທີ່ຕ້ອງໃຫ້ພະນັກງານ – ລັດຖະກອນ ພາຍໃນຂະແໜງ ອຄ ມີ ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວຽກງານ 3 ສ້າງ, ກະຊວງ ອຄ ຈຶ່ງໄດ້ອະນຸມັດໃຫ້ເປີດກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້ຂຶ້ນ ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມເຂົ້າໃຈທີ່ເປັນເອກະພາບຕໍ່ກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານ – ລັດຖະກອນຂອງກະຊວງ ອຄ ແລະ ພະແນກ ອຄ ແຂວງ/ນະຄອນຫຼວງທົ່ວປະເທດ.

ທ່ານ ຄໍາມູນ ວິພົງໄຊ ກ່າວວ່າ: ພາບລວມການຈັດຕັ້ງປະຕິບັດວຽກງານ 3 ສ້າງໃນໄລຍະຜ່ານມາ ເຊິ່ງຕີລາຄາຜົນສໍາເລັດການເຮັດທົດລອງໃນ 2 ປີ ມີໂຄງການພັດທະນາເສດຖະກິດ – ສັງຄົມ ດ້ວຍທຶນຂອງລັດ 943 ໂຄງການ ມູນຄ່າ 248 ຕື້ກີບ ບວກໃສ່ການສະໜອງສິນເຊື່ອຈາກທະນາຄານນະໂຍບາຍ ເພື່ອຜະລິດເປັນສິນຄ້າທັງໝົດ ລວມ 261,65 ຕື້ກີບ, ການຜະລິດເປັນສິນຄ້າມີການຈັດຕັ້ງເປັນກຸ່ມ, ປັບປຸງອົງການປົກຄອງບ້ານຈັດຕັ້ງເປັນ 5 ໜ່ວຍງານ, ແຕ່ງຕັ້ງພະນັກງານລົງຊ່ວຍບ້ານຢູ່ 109 ບ້ານ ຍັງມີບ້ານທຸກ 4 ບ້ານ, ບ້ານພັດທະນາມີ 82 ບ້ານ ຈໍານວນ 51 ເມືອງທົດລອງ ມີ 41 ເມືອງ ປະຕິບັດລາຍຮັບເກີນດຸນ, ມີ 10 ເມືອງຂາດດຸນ, ອັດຕາການເຂົ້າຮຽນຂອງເດັກໃນຊັ້ນປະຖົມເພີ່ມຂຶ້ນຈາກ 96,8% ເປັນ 98%, ນັກຮຽນມັດທະຍົມຕົ້ນຈາກ 69% ເປັນ 74,4% ມັດທະຍົມປາຍ ຈາກ 37,3% ເປັນ 41,3%.

ในภาพอาจจะมี 1 คน

ກອງປະຊຸມຄັ້ງນີ້ມີຜູ້ ເຂົ້າຮ່ວມທັງໝົດ 446 ທ່ານ ທີ່ເປັນຕາງໜ້າຈາກກະ ຊວງ ອຄ ແລະ ພະແນກ ອຄ ແຂວງ/ນະຄອນຫຼວງ ແລະ ຫ້ອງການ ອຄ ເມືອງ ຈຳນວນໜຶ່ງໃນຂອບເທດທົ່ວປະເທດ ເຊິ່ງມີຈຸດເຊື່ອມຕໍ່ທາງໄກທັງໝົດ 19 ຈຸດໃນທົ່ວປະເທດ, ໃນນັ້ນມີຢູ່ກະຊວງ ອຄ 1 ຈຸດ, ນະຄອນຫຼວງ ວຽງຈັນ 1 ຈຸດ ແລະ ຢູ່ຕ່າງ ແຂວງ 17 ຈຸດ.