ແບ່ງສາຍບານເຕະຊີງຂັນປະທານສະພາແຂວງຫຼວງນໍ້າທາ

240

ການແຂ່ງຂັນບານເຕະຊີງຂັນປະທານສະພາແຂວງຫຼວງນໍ້າທາ ເພື່ອຕ້ອນຮັບວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ IX ແລະ ສະພາແຂວງຫຼວງນໍ້າທາ ຄັ້ງທີ II ໄດ້ຈັບສະຫຼາກແບ່ງສາຍແລ້ວເມື່ອວັນທີ 26 ມັງກອນ 2021 ໂດຍມີ 12 ທີມຮ່ວມຊີງໄຊ ແບ່ງເປັນ 4 ກຸ່ມ ໂດຍຜົນການຈັບສະຫຼາກມີດັ່ງນີ້:

-ສາຍ ກ: ພະແນກ ຍ.ທ.ຂ, ບ້ານຫາດຍາວ ແລະ ບ້ານປຸ່ງ ເອັຟຊີ
-ສາຍ ຂ: ມ.ສ ເທດສະບາຍ, ນັກຮົບ ຢູໄນເຕັດ ແລະ ຮ້ານມິດສໍາພັນ

-ສາຍ ຄ: ຫຼວງ ຢູໄນເຕັດ, ມ.ສ ສາມັກຄີ ແລະ ນໍ້າທິບເມືອງສິງ
-ສາຍ ງ: ຮ້ານ 369, ຊ້າງເຜືອກ ແລະ NOY SPORT

ສໍາລັບ ລາຍການດັ່ງກ່າວ ແມ່ນກໍານົດເອົານັກກີລາ 22 ຄົນ, ຄະນະ ຄູຝືກ 3 ຄົນລວມ 25 ຄົນ / ທີມ, ສ່ວນການແຂ່ງຂັນຈະແຂ່ງຂັນທຸກວັນຈັນ – ວັນສຸກ ທີ່ສະໜາມກີລາແຂວງຫຼວງນໍ້າທາ ເລີ່ມເປີດສາກການແຂ່ງຂັນນັບແຕ່ວັນທີ 2 ກຸມພາ 2021 ເປັນຕົ້ນໄປ.

ຂອບໃຈຮູບຈາກ: ນັກຮົບ ຍູໄນເຕັດ ແລະ ກິລາ-ຫຼວງນໍ້າທາ