ກວດເບິ່ງເລີຍ! ດວງການເງິນຂອງ 12ລາສີເກີດ ໃນເດືອນນີ້ຈະເປັນແນວໃດ ຮູ້ໄວ້ກ່ອນເປັນການດີ

307

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ກ້າວເຂົ້າສູ່ເດືອນກຸມພາແລ້ວ ຄໍລໍາທໍານາຍດວງຊະຕາໃນມື້ນີ້ ຂໍພາທຸກທ່ານມາກວດເບິ່ງດວງຂອງທ່ານນໍາກັນ ໂດຍສະເພາະເລື່ອງການເງິນຂອງຄົນທັງ 12ລາສີເກີດ ຫາກອ່ານແລ້ວ ຮູ້ເລີຍວ່າເດືອນນີ້ ເລື່ອງເງິນຂອງທ່ານຈະຄ່ອງຕົວ ຫຼື ຕິດຂັດແນວໃດ.

ລາສີມັງກອນ(ຜູ້ທີ່ເກີດລະຫວ່າງວັນທີ 15 ມັງກອນ ຫາ 12 ກຸມພາ) ໂຊກເລື່ອງເງິນແມ່ນ ບໍລິວານຈະນໍາໂຊກລາບມາໃຫ້ ແຕ່ໃຫ້ແບ່ງສ່ວນຕ່າງໄປເຮັດບຸນ ຫຼື ກິນທານ ແມ່ນຈະດີຫຼາຍ.

ລາສີກຸມ(ຜູ້ທີ່ເກີດລະຫວ່າງວັນທີ 12 ກຸມພາ ຫາ 14 ມີນາ) ສໍາລັບລາສີນີ້ ໃຫ້ລະວັງຈະເສຍພາບພົດ ເພາະເລື່ອງເງິນ ລະວັງຄໍາເວົ້າ ຫຼື ການຕົບປາກຮັບຄໍາ ໂດຍບໍ່ທັນຄິດ ອາດພາໃຫ້ເສຍເງິນ.

ລາສີມີນ (ຜູ້ທີ່ເກີດລະຫວ່າງວັນທີ 15 ມີນາ ຫາ 12 ເມສາ) ຈະໄດ້ໂຊກຈາກຄວາມສະເໜ່ຫາ ມີຄົນທຸ້ມເງິນໃຫ້ ຫຼື ໄດ້ຮັບເງິນແບບບໍ່ທັນຕັ້ງຕົວ.

ລາສີເມກ(ຜູ້ທີ່ເກີດລະຫວ່າງວັນທີ 13 ເມສາ ຫາ 14 ພຶດສະພາ) ຈະໄດ້ເງິນຈາກການເຮັດວຽກເສີມ, ວຽກພິເສດ ທີ່ມາຈາກໝູ່ເພືອນ ຫຼື ກຸ່ມຄົນທີ່ຕົນຮູ້ຈັກດີ.

ລາສີພຶດສົກ (ຜູ້ທີ່ເກີດລະຫວ່າງວັນທີ 15 ພຶດສະພາ ຫາ 14 ມິຖຸນາ) ຈະໄດ້ຮັບຂ່າວດີຈາກຜູ້ໃຫຍ່ ໄດ້ເງິນຈໍານວນໜຶ່ງມາຕໍ່ຍອດ ສ້າງລາຍຮັບ.

ລາສີເມຖຸນ(ຜູ້ທີ່ເກີດລະຫວ່າງວັນທີ 15 ມິຖຸນາ ຫາ 14 ກໍລະກົດ) ລະວັງຖືກໂກງ ອາດຖືກຕົວະຊື້ເຄື່ອງທີ່ບໍ່ໄດ້ຄຸນນະພາບ ເສຍຊັບສິນແບບບໍ່ສາມາດຫຼີກລ່ຽງໄດ້.

ລາສີກໍລະກົດ(ຜູ້ທີ່ເກີດລະຫວ່າງວັນທີ 15 ກໍລະກົດ ຫາ 15 ສິງຫາ) ຈະໄດ້ຮັບເງິນກ້ອນໃຫຍ່ ແຕ່ເອົາມາໃຊ້ຈ່າຍສະໜອງກິເລດຂອງຕົນເອງ ແລ້ວມາຄິດເສຍດາຍຕາມຫຼັງ.

ລາສີສິງ(ຜູ້ທີ່ເກີດລະຫວ່າງວັນທີ 16 ສິງຫາ ຫາ 16 ກັນຍາ) ມີໂອກາດໄດ້ຮັບໂຊກລາບ ຖືກເລກ ໃຫ້ສ່ຽງໂຊກກັບເລກໃກ້ຕົວ.

ລາສີກັນ (ຜູ້ທີ່ເກີດລະຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ) ມີລາຍຮັບຫຼາຍ ແຕ່ລາຍຈ່າຍກໍ່ຫຼາຍເຊັ່ນກັນ ເສຍເງິນໄປກັບສິ່ງຈໍາເປັນທີ່ບໍ່ສາມາດຫຼີກລ່ຽງໄດ້.

ລາສີຕຸນ (ຜູ້ທີ່ເກີດລະຫວ່າງວັນທີ 17 ຕຸລາ ຫາ 15 ພະຈິກ) ລະວັງເລື່ອງການໃຊ້ຈ່າຍ ໃຫ້ຫຼຸດຜ່ອນສິ່ງທີ່ບໍ່ຈໍາເປັນ ມີເກນຕ້ອງຢືມເງິນຈາກຄົນຮອບຂ້າງ.

ລາສີພິຈິກ (ຜູ້ທີ່ເກີດລະຫວ່າງວັນທີ 16 ພະຈິກ ຫາ 15 ທັນວາ) ວາງແຜນການເງິນໄວ້ຢ່າງດີ ສຸດທ້າຍຫຼົງຈ່າຍເງິນ ສະໜອງຄວາມຕ້ອງການຂອງຕົວເອງ ເຮັດໃຫ້ມີແນວກຸ້ມໃຈແຕ່ຕົ້ນເດືອນ.

ລາສີທະນູ (ຜູ້ທີ່ເກີດລະຫວ່າງວັນທີ 16 ທັນວາ ຫາ 14 ມັງກອນ) ຈະໄດ້ຮັບເງິນປັນຜົນຈາກທີ່ເຄີຍລົງທຶນໄວ້ ຫຼື ມີຄົນຊັກຊວນໄປລົງທຶນຈະໄດ້ຜົນກໍາໄລທີ່ດີງາມ.

ໂດຍ: ເອຢິບ
ທີ່ມາ: https://www.facebook.com/Horo2day/