Monthly Archives: January, 2021

ສາທາເນັ້ນ ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ຫຼັງປະເທດເພື່ອນບ້ານມີການລະບາດໜັກ

ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງໃຫ້ຮູ້ກ່ຽວກັບວັກຊີນກັນໂຄວິດ-19 ສະເພາະປະເທດເຮົາກໍ່ໄດ້ຮັບມາແລ້ວ ແລະ ໄດ້ກຳນົດການສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ເປັນຮອບທີ 2 ແລ້ວ ແລະ ຈະສືບຕໍ່ດຳເນີນການຕໍ່ໄປ. ຂະນະດຽວກັນກໍ່ເຜີຍຕົວເລກການເກັບຕົວຢ່າງຈາກຜູ້ຂົນສົ່ງ ແລະ ຄ້າຂາຍອາຫານທະເລ ມາກວດວິເຄາະຫາເຊື້ອ ໂຄວິດ-19 100ກວ່າຄົນ. ພ້ອມເຕືອນປະຊາຊົນໃຫ້ເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຫຼັງປະເທດເພື່ອນບ້ານກັບມາມີການລະບາດຄືນໃໝ່. ທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດຖະແຫຼງ ວັນທີ...

ພະແນກ ວຕ ແຂວງຄຳມ່ວນ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ລົງເຄື່ອນໄຫວຕິດຕາມກວດກາສິນຄ້າກະຕ່າຂອງຂວັນ

ໃນອາທິດຜ່ານມາ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງທ່າແຂກ ໄດ້ລົງເຄື່ອນໄຫວຕິດຕາມກວດກາຄຸນນະພາບຂອງສິນຄ້າຕາມບັນດາຫ້າງຮ້ານພາຍໃນເທສະບານເມືອງທ່າແຂກ ໂດຍສະເພາະແມ່ນບັນດາຫ້າງຮ້ານຂາຍກະຕ່າຂອງຂວັນ ເນື່ອງໃນໂອກາດຕ້ອນຮັບປີໃໝ່ສາກົນ ຄ.ສ 2021. ປະຕິບັດຕາມນະໂຍບາຍ ແລະ ລະບຽບການກ່ຽວກັບການປົກປ້ອງຜູ້ຊົມໃຊ້ຢ່າງຖືກຕ້ອງ ແລະ ເຂັ້ມງວດ ທັງເປັນການໃຫ້ຄຳປຶກສາທາງດ້ານລະບຽບກົດໝາຍ...

ທະນາຄານຮ່ວມພັດທະນາ ມອບພັນທະອາກອນ ປະຈໍາປີ 2020 ຈໍານວນ 26 ຕື້ກວ່າກີບ

ໃນວັນທີ 30 ທັນວາ 2020 ຜ່ານມາ ທີ່ກົມສ່ວຍສາອາ ກອນ ກະຊວງການເງິນ ໄດ້ມີພິທີມອບອາກອນຈາກຜົນປະ ກອບການດໍາເນີນທຸລະກິດຂອງທະນາຄານຮ່ວມພັດທະນາ ຫຼື JDB ປີ 2020 ມີຈໍານວນ26.786.310.237 ກີບ. ກ່າວມອບໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ແລະ ຮັບໂດຍ ທ່ານ...

ສະຫຼຸບ 10 ເຫດການເດັ່ນ ໃນວົງການກີລາລາວ ປີ 2020

ປີ 2020 ຜ່ານພົ້ນໄປ ກ້າວສູ່ປີໃໝ່ 2021 ກໍຂໍໃຫ້ທຸກຄົນມີສຸຂະພາບແຂງແຮງ, ມີເງິນມີຄຳ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານໃນປີໃໝ່ນີ້. ມື້ນີ້ທີມຂ່າວ ເສດຖະກິດ-ການຄ້າ ມາຈະສະຫຼຸບ 10 ຂ່າວເດັ່ນໃນວົງການກີລາລາວ ທີ່ເກີດຂຶ້ນໃນປີ 2020 ໄປເບິ່ງນໍາກັນເລີຍວ່າມີເຫດການໃດແດ່ຖືກກັບໃຈທ່ານຜູ້ອ່ານຫຼືບໍ? 1.ທີມບານເຕະຊາຍແຂວງຈຳປາສັກ ແຊັມ ບານເຕະທົ່ວປະເທດ 2020 ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ...

ປີແຫ່ງຄວາມສໍາເລັດຂອງ ສຸລິຈັນ ຄວ້າດາວຍິງສູງສຸດລາຍການທີ 2 ຂອງປີ ພ້ອມພາທີມຄວ້າແຊັມ ຟຸດຊໍ

ກາຍເປັນປີແຫ່ງຄວາມສໍາເລັດຂອງ ສຸລິຈັນ ພະສະແຫວງ ນັກເຕະຈາກແຂວງເຊກອງ ຫຼັງຫຼ້າສຸດລົງແຂ່ງຂັນກີລາຟຸດຊໍ ທົ່ວນະຄອນຫຼວງວຽງຈັນ ຊິງຂັນຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 1 ປະຈຳປີ 2020 ສາມາດຄວ້າດາວຍິງສູງສຸດປະຈໍາລາຍການ ພ້ອມພາທີມຄວ້າແຊັມໄດ້ອີກ. ຄວາມເຄື່ອນໄຫວຫຼ້າສຸດຂອງ ສຸລິຈັນ ລົງແຂ່ງຂັນກີລາຟຸດຊໍ ໃຫ້ກັບທີມປີ້ງແບ້ສະຫັວນ ມາລວຍ ນັບຕັ້ງແຕ່ຕົ້ນເດືອນທັນວາ ຜ່ານມາ ມີ...

5 ປີ ເສດຖະກິດແຂວງໄຊຍະບູລີ ຂະຫຍາຍຕົວສະເລ່ຍ 6,7%

5 ປີຜ່ານມາ ແຂວງໄຊຍະບູລີ ໄດ້ເອົາໃຈໃສ່ໃນການພັດທະນາເສດຖະກິດ - ສັງຄົມ ໂດຍປະຕິບັດຕາມວິໄສທັດການພັດທະນາຮອດປີ 2030 ຄື: ສູ້ຊົນສ້າງແຂວງໄຊຍະບູລີ ໃຫ້ເປັນແຂວງທີ່ມີການກະສິກໍາສະອາດຕາມທິດສີຂຽວ ແລະ ຍືນຍົງ ຕິດພັນກັບອຸດ ສາຫະກໍາປຸງແຕ່ງ, ພັດທະນາການບໍລິການທາງຜ່ານ ແລະ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ. ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງ...

ມອບ – ຮັບໂຄງການ ປັບປຸງສະພາບແວດລ້ອມໂຮງຮຽນມັດທະຍົມສຶກສາ ໃຫ້ 4 ແຂວງ

ໃນຕອນເຊົ້າຂອງວັນທີ 30 ທັນວາ 2020 ຜ່ານມາ, ພະແນກສຶກສາທິການ ແລະ ກີລາ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ - ຮັບໂຄງການປັບປຸງສະພາບແວດລ້ອມຂອງໂຮງຮຽນມັດທະຍົມສຶກສາໃຫ້ແກ່ 4 ແຂວງພາກກາງ ແລະ ພາກໃຕ້ ທີ່ເດີ່ນໂຮງຮຽນ ມສ ພີນ ເມືອງອຸທຸມພອນ. ເຂົ້າຮ່ວມໃນພິທີມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ...

ສາວມິດຕາ ປະກາດອໍາລາວົງການບານສົ່ງ ຫຼັງພາກອງທັບຄວ້າແຊັມ

ສາວ ມິດຕາ ວັດທະນາ ນັກກີລາບານສົ່ງຍິງລາວ ທີ່ສ້າງຜົນງານໂດດເດັ່ນທີ່ສຸດໃນວົງການ ຕະຫຼອດ 10 ກວ່າປີປະກາດອໍາລາການເປັນນັກກີລາບານສົ່ງຢ່າງເປັນທາງການ ຫຼັງຈາກທີ່ພາກອງທັບປະຊາຊົນລາວ ຄວ້າແຊັມບານສົ່ງທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2020 ລະຫວ່າງວັນທີ 19-26 ທັນວາ 2020. ສາວມິດຕາ ກາຍເປັນນັກກີບານສົ່ງຕົວຫຼັກຂອງ ທີມກອງທັບປະຊາຊົນລາວ ພາທີມທະລຸເຂົ້າເຖິງຮອບຊີງຊະນະເລີດໃນລາຍການທົ່ວປະເທດ ເມື່ອອາທິດທີ່ຜ່າມາ ພົບກັບ ທີມນ້ອງໃໝ່ BLACK...

ລັດຖະມົນຕີກະຊວງ ຖວທ ລົງຢ້ຽມຢາມ ຊຸກຍູ້ ຊາວສວນຊາຍອດປຽງ

ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 3 - 5 ມັງກອນ 2021. ອອກຕ້ອນຮັບໂດຍ ທ່ານ ບຸນຈັນ ສີວົງພັນ ເລຂາຄະນະບໍລິຫານງານພັກແຂວງພ້ອມດ້ວຍຄະນະ...

ພິດໂຄວິດ – 19 ດຶງເສດຖະກິດ ແຂວງຈຳປາສັກ ຂະຫຍາຍຕົວພຽງ 3,63% ໃນປີ 2020

ຜົນກະທົບຈາກການລະບາດຂອງພະຍາດໂຄວິດ - 19 ດຶງເສດຖະກິດ ແຂວງຈຳປາສັກ ໃນປີ 2020 ເຕີບໂຕພຽງ 3,63%. ຢ່າງໃດກໍຕາມ, ການສົ່ງອອກຖືວ່າບັນລຸໄດ້ເກີນແຜນການ 5,5%, ສ່ວນການລົງທຶນຂອງນັກທຸລະກິດພາຍໃນ ແລະ ຕ່າງປະເທດ ບັນລຸໄດ້ 2.178 ຕື້ກີບ. ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈຳປາສັກລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -...
- Advertisment -
Slide
Slide

Most Read

error: Content is protected !!