ສາທາເນັ້ນ ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ຫຼັງປະເທດເພື່ອນບ້ານມີການລະບາດໜັກ

134

ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງໃຫ້ຮູ້ກ່ຽວກັບວັກຊີນກັນໂຄວິດ-19 ສະເພາະປະເທດເຮົາກໍ່ໄດ້ຮັບມາແລ້ວ ແລະ ໄດ້ກຳນົດການສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ເປັນຮອບທີ 2 ແລ້ວ ແລະ ຈະສືບຕໍ່ດຳເນີນການຕໍ່ໄປ. ຂະນະດຽວກັນກໍ່ເຜີຍຕົວເລກການເກັບຕົວຢ່າງຈາກຜູ້ຂົນສົ່ງ ແລະ ຄ້າຂາຍອາຫານທະເລ ມາກວດວິເຄາະຫາເຊື້ອ ໂຄວິດ-19 100ກວ່າຄົນ. ພ້ອມເຕືອນປະຊາຊົນໃຫ້ເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຫຼັງປະເທດເພື່ອນບ້ານກັບມາມີການລະບາດຄືນໃໝ່.

ທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດຖະແຫຼງ ວັນທີ 5 ມັງກອນ 2021 ບາງຕອນໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນໂລກນີ້ ຍັງບໍ່ໄດ້ຜ່ອນຄາຍລົງ, ບາງປະເທດຍັງກັບຄືນມາລະບາດອີກຄັ້ງໃໝ່ ເຖິງວ່າຈະມີການລິເລີ່ມນຳໃຊ້ວັກຊີນ( Vaccine) ຫລື ວັກແຊັງ ປ້ອງກັນພະຍາດ ໂຄວິດ-19 ຢູ່ໃນບາງປະເທດມາແລ້ວກໍ່ຕາມ. ຕໍ່ໜ້າສະພາບການດັ່ງກ່າວ ແລະ ຄວາມເປັນຫ່ວງເປັນໄຍຂອງສັງຄົມ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂໍໃຫ້ ຂໍ້ມູນເພີ່ມເຕີມບາງຢ່າງ ກ່ຽວກັບມາດຕະການທີ່ກຳລັງຈັດຕັ້ງປະຕິບັດ ເພື່ອໃຫ້ມີການຮ່ວມມືຢ່າງຈິງຈັງ ແລະ ມີຄວາມເຊື່ອໝັ້ນຕໍ່ຄວາມປອດໄພຢູ່ປະເທດພວກເຮົາ.

ການປະຕິບັດແຈ້ງການຂອງ ຫສນຍ ເລກທີ 1414/ຫສນຍ ລົງວັນທີ 23 ທັນວາ 2020 ກ່ຽວກັບມາດຕະການປ້ອງກັນ ໂຄວິດ-19 ແຕ່ວັນທີ 23 ທັນວາ 2020 ເຖິງ ວັນທີ 31 ມັງກອນ 2021 ໄດ້ລະບຸແຈ້ງ 13 ມາດຕະການ ຊຶ່ງມີມາດຕະການທີສຳຄັນ ແລະ ຕົ້ນຕໍທີ່ສຸດ ເປັນຕົ້ນແມ່ນ: ການໂຈະການອະນຸມັດຖ້ຽວບິນເໝົາລຳຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19 ຍົກເວັ້ນ ຖ້ຽວບິນມະນຸດສະທຳ ແມ່ນເພື່ອຫຼີກເວ້ັນການນຳເອົາຜູ້ໂດຍສານທີ່ຕິດເຊື້ອ ໂຄວິດ-19 ເຂົ້າມາໃນປະເທດພວກເຮົາ; ໂຈະອອກວີຊ່າໃຫ້ແກ່ ຜູ້ເດີນທາງມີຈາກປະເທດທີ່ມີການລະບາດໃນຊຸມຊົນ; ກວດວິເຄາະຫາເຊື້ອພະຍາດ ໂຄວິດ-19 ດ້ວຍເຄື່ອງ PCR ທຸກຄົນ 72 ຊົ່ວໂມງ ກ່ອນເດີນທາງເຂົ້າມາ ສປປ ລາວ.

ເກັບຕົວຢ່າງກວດວິເຄາະຫາເຊື້ອ ໂຄວິດ-19 ດ້ວຍເຄື່ອງ PCR ທຸກຄົນ ທີ່ເດີນທາງຜ່ານດ່ານ ຫຼື ເມື່ອມາເຖິງສະໜາມບິນ ແລະ ຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ກຳນົດໄວ້ຄົບ 14 ວັນ; ເຝົ້າລະວັງຕາມຊາຍແດນປະເທດອ້ອມຂ້າງ, ຕິດຕາມເອົາລັກລອບເຂົ້າເມືອງຜິດກົດໝາຍ ເຂົ້າມາກວດວິເຄາະຫາເຊື້ອ ໂຄວິດ-19 ແລະ ນຳພາເຂົ້າໄປຈຳກັດບໍລິເວນຢູ່ສູນທີ່ກຳນົດໄວ້ຄົບ 14 ວັນ; ການກວດກາຜູ້ຂັບລົດຂົນສົ່ງສີນຄ້າຜ່ານແດນໃຫ້ມີໃບຢັ້ງຢືນກວດຫາເຊື້ອພະຍາດ ໂຄວິດ-19 ເປັນຜົນລົບທຸກໆ ອາທິດ ຈຶ່ງອະນຸຍາດໃຫ້ຜ່ານຊາຍແດນເຂົ້າມາ; ຍັງມີມາດຕະການເພີ້ມເຕີມອີກໄລຍະທີ່ມີການລະບາດຢູ່ຕະຫຼາດອາຫານທະເລຂອງປະເທດເພື່ອນບ້ານ ຊຶ່ງພວກເຮົາໄດ້ໂຈະຊົ່ວຄາວການນຳເຂົ້າອາຫານທະເລ ຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19.

ທ່ານກ່າວຕື່ມວ່າ: ສະເພາະມາດຕະການພາຍໃນປະເທດພວກເຮົາ ແມ່ນໄດ້ໂຈະງານຄອນເສີດ, ງານດົນຕີສະໂມສອນ ແລະ ງານສະຫຼອງປີໃໝ່ສາກົນທີ່ຈັດເປັນງານໃຫ່ຍ ກໍ່ເຫັນວ່າໄດ້ຮັບການຮ່ວມມືເປັນຢ່າງດີຈາກພາກສ່ວນກ່ຽວຂ້ອງ; ຕິດຕາມກວດກາມາດຕະການຢູ່ສູນຈຳກັດບໍລິເວນຂອງລັດ, ໂຮງແຮມທີ່ຖືກກຳນົດໄວ້ໃຫ້ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈຳກັດບໍລິເວນຄົບ 14 ວັນ, ບໍ່ໃຫ້ອອກໄປຂ້າງນອກ ໄດ້ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ທຸກຄົນໃນສັງຄົມຍົກສູງສະຕິຄວາມຮັບຜິດຊອບໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ, ການແຜ່ເຊື້ອ; ໄດ້ລົງເກັບຕົວຢ່າງຈາກຜູ້ຂົນສົ່ງ ແລະ ຄ້າຂາຍອາຫານທະເລ ມາກວດວິເຄາະຫາເຊື້ອ ໂຄວິດ-19 ຈຳນວນ 138 ຄົນ ເຫັນວ່າບໍ່ພົບເຊື້ອພະຍາດ.

ພວກເຮົາຍັງມີມາດຕະການເພີ່ມເຕີມ ສຳລັບຕິດຕາມຜູ້ຈຳກັດບໍລິເວນ ໃນໄລຍະ 14 ວັນ, ຊຶ່ງແມ່ນເຄື່ອງມືທາງການແພດແບບ Digital ແນໃສ່ໂມງຜູ້ເດີນທາງເຂົ້າມາ, ຊຶ່ງສາມາດຕິດຕາມອຸນຫະພູມ ເຊົ້າ-ແລງ ແລະ ບອກສະຖານທີ່ ທີ່ຜູ້ກ່ຽວໄປມາ. ພ້ອມທັງມາດຕະການໃຫ້ຊື້ປະກັນໄພ ໂຄວິດ-19 ສຳລັບຜູ້ເດີນທາງເຂົ້າມາ; ສະເພາະກ່ຽວກັບ Vaccine ກັນພະຍາດ ໂຄວິດ-19 ປະເທດເຮົາກໍ່ໄດ້ຮັບມາແລ້ວ ແລະ ໄດ້ກຳນົດການສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ເປັນຮອບທີ 2 ແລ້ວ ແລະ ຈະສືບຕໍ່ດຳເນີນການຕໍ່ໄປ.

ໂອກາດນີ້ ຈຶ່ງຮຽກຮ້ອງ ໃຫ້ທະຫານຊາຍແດນ, ອຳນາດການປົກຄອງ ເພີ່ມຄວາມເຂັ້ມງວດກວດກາຕາມຊາຍແດນ, ກໍລະນີພົບເຫັນຜູ້ລັກລອບເຂົ້າມາແມ່ນໃຫ້ນຳສົ່ງເຂົ້າສູນຈຳກັດບໍລິເວນ ເພື່ອກວດວິເຄາະຫາເຊື້ອ ຄວບຄຸມບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ເຊື້ອ; ເຈົ້າໜ້າທີ່ຢູ່ດ່ານຊາຍແດນເຂັ້ມງວດໃນການກວດໃບຢັ້ງຢືນວິເຄາະຫາເຊື້ອ ໂຄວິດ-19 ນຳຜູ້ຂັບລົດຂົນສົ່ງທຸກຄົນ ຖ້າບໍ່ມີໃບຢັ້ງຢືນກວດ ໂຄວິດ-19 ເປັນຜົນລົບ ພາຍໃນ 1 ອາທິດ ແມ່ນບໍ່ອະນຸຍາດໃຫ້ລົດຜ່ານ ແລະ ເກັບຕົວຢ່າງມາກວດຫາເຊື້ອ.