ພະແນກ ວຕ ແຂວງຄຳມ່ວນ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ລົງເຄື່ອນໄຫວຕິດຕາມກວດກາສິນຄ້າກະຕ່າຂອງຂວັນ

125

ໃນອາທິດຜ່ານມາ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງທ່າແຂກ ໄດ້ລົງເຄື່ອນໄຫວຕິດຕາມກວດກາຄຸນນະພາບຂອງສິນຄ້າຕາມບັນດາຫ້າງຮ້ານພາຍໃນເທສະບານເມືອງທ່າແຂກ ໂດຍສະເພາະແມ່ນບັນດາຫ້າງຮ້ານຂາຍກະຕ່າຂອງຂວັນ ເນື່ອງໃນໂອກາດຕ້ອນຮັບປີໃໝ່ສາກົນ ຄ.ສ 2021.

Image may contain: 2 people, people standing

ປະຕິບັດຕາມນະໂຍບາຍ ແລະ ລະບຽບການກ່ຽວກັບການປົກປ້ອງຜູ້ຊົມໃຊ້ຢ່າງຖືກຕ້ອງ ແລະ ເຂັ້ມງວດ ທັງເປັນການໃຫ້ຄຳປຶກສາທາງດ້ານລະບຽບກົດໝາຍ ກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ໃຫ້ແກ່ຜູ້ປະກອບການທຸລະກິດຄ້າຂາຍ ກໍຄືສັງຄົມໄດ້ຮັບຮູ້ເຂົ້າໃຈໃນການດຳເນີນທຸລະກິດຂອງຕົນ ໂດຍສະເພາະແມ່ນດ້ານເນື້ອໃນຂອງຮູບການໂຄສະນາ, ການຕິດສະຫຼາກ, ການຫຸ້ມຫໍ່ຜະລິດຕະພັນ, ການນຳເຂົ້າຈຳໜ່າຍສິນຄ້າ ແລະ ກວດກາຄຸນນະພາບ ມາດຕະຖານເພື່ອຫຼີກລຽງສິນຄ້າປອມແປງ, ສິນຄ້າຮຽນແບບ, ສິນຄ້າຕ້ອງຫ້າມ, ສິນຄ້າໝົດອາຍຸ ລວມເຖິງການຕິດປ້າຍລາຄາສິນຄ້າ ແລະ ບໍລິການອື່ນທີ່ເປັນການລະເມີດຕໍ່ລະບຽບກົດໝາຍ ເຊິ່ງການລົງກວດກາຕິດຕາມຂອງເຈົ້າໜ້າທີ່ໃນຄັ້ງນີ້ຍັງໄດ້ຮ່ວມກັນທຳລາຍສິນຄ້າໝົດອາຍຸຢູ່ບັນດາຮ້ານຈຳນວນໜຶ່ງ ໂດຍສະເພາະແມ່ນປະເພດເຄື່ອງບໍລິໂພກ, ພ້ອມທັງໄດ້ຮຽກຮ້ອງມາຍັງຜູ້ປະກອບການຫ້າງຮ້ານຈົ່ງໄດ້ເອົາໃຈໃສ່ເຂັ້ມງວດໃນການກວດກາຕື່ມ.