ປີແຫ່ງຄວາມສໍາເລັດຂອງ ສຸລິຈັນ ຄວ້າດາວຍິງສູງສຸດລາຍການທີ 2 ຂອງປີ ພ້ອມພາທີມຄວ້າແຊັມ ຟຸດຊໍ

250

ກາຍເປັນປີແຫ່ງຄວາມສໍາເລັດຂອງ ສຸລິຈັນ ພະສະແຫວງ ນັກເຕະຈາກແຂວງເຊກອງ ຫຼັງຫຼ້າສຸດລົງແຂ່ງຂັນກີລາຟຸດຊໍ ທົ່ວນະຄອນຫຼວງວຽງຈັນ ຊິງຂັນຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 1 ປະຈຳປີ 2020 ສາມາດຄວ້າດາວຍິງສູງສຸດປະຈໍາລາຍການ ພ້ອມພາທີມຄວ້າແຊັມໄດ້ອີກ.

ຄວາມເຄື່ອນໄຫວຫຼ້າສຸດຂອງ ສຸລິຈັນ ລົງແຂ່ງຂັນກີລາຟຸດຊໍ ໃຫ້ກັບທີມປີ້ງແບ້ສະຫັວນ ມາລວຍ ນັບຕັ້ງແຕ່ຕົ້ນເດືອນທັນວາ ຜ່ານມາ ມີ 15 ພາກສ່ວນເຂົ້າຮ່ວມ ແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຮອງຊະນະເລີດ
-ກຸມ A : ສິງເໜືອຜົ້ງສາລີ, ເຄດີດີ, ເອັສວີເອັສ ແລະ ຄວກ
-ກຸ່ມ B ເໜືອ-ໃຕ້, ປີ້ງແບ້ສະຫວັນ ມາລວຍ ແລະ ຄິງດອມ ອິນເຕີເນັດ

-ກຸ່ມ C ບໍລິສັດ ທີເອັດດີ, ອອລນິວ, ເພື່ອນພັດທະນາ ແລະ ໂຊໄຊຕີ
-ກຸ່ມ D ເມືອງໄຊເຊດຖາ, ແມວແມວ, ໂດ້ດີ ທີມ ແລະ ເຄພີເອັສ

ຫຼ້າສຸດ ເມື່ອວັນທີ 26 ທັນວາທີ່ຜ່ານມາ ສຸລິຈັນ ສາມາດພາທີມ ທີມປີ້ງແບ້ສະຫວັນ ມາລວຍ ຖະຫຼົ່ມ ທີມເພື່ອນພັດທະນາ 11-2 ປະຕູ ພາທີມຄວ້າແຊັມ ແລະ ໄດ້ຮັບຂັນລາງວັນ ພ້ອມເງິນສົດ 5 ລ້ານກີບໄປຄອງ, ສ່ວນທີມ ເພື່ອນພັນທະນາ ອັນດັບທີ 2 ໄດ້ຮັບຂັນ ພ້ອມເງິນສົດ 3 ລ້ານກີບ, ອັນດັບທີ 3 ທີມ ເໝືອ-ໃຕ້ ໄດ້ຮັບຂັນ ພ້ອມເງິນສົດ 2 ລ້ານກີບ ແລະ ອັນດັບທີ 4 ທີມ ໂຊໄຊຕີ້ໄດ້ຮັບລາງວັນຊົມເຊີຍ 1,5 ລ້ານກີບ.

ນັດຊີງຊະນະເລີດ ສຸລິຈັນ ຍິງໄປເຖິງ 6 ປະຕູ ເຮັດໃຫ້ຍອດລວມໃນລາຍການດັ່ງກ່າວຍິງໄປທັງ 23 ປະຕູ ຄວ້າລາງວັນດາວຍິງສູງສຸດຮ່ວມກັບ ລິຄິດ ສຸວັນ ຈາກທີມເພື່ອນພັດທະນາ ທີ່ຍິງປະຕູໄດ້ເທົ່າກັນ, ສ່ວນລາງວັນນັກເຕະດີເດັ່ນເປັນຂອງ ສຸກອຳພັນ ພົມມະລີວົງ, ລາງວັນຜູ້ຮັກສາປະຕູດີເດັ່ນ ອານຸລັກ ວິລະຜົນ ແລະ ລາງວັນຄູຝຶກດີເດັ່ນ ທ່ານ ແກ້ວພູທອນ ເຊິ່ງຜົນງານດັ່ງກ່າວຖືເປັນຄວາມສໍາເລັດອີກລາຍການທີ່ ສຸລິຈັນ ພະສະແຫວງ ສາມາດຄວ້າລາງວັນດາວຍິງສູງສຸດ ເພາະກ່ອນໜ້ານີ້ແມ່ນຄວ້າດາວຍິງສູງສຸດໃນ ລາວລີກ 2 ປະຈໍາປີ 2020 ພ້ອມກັບພາທີມ ເອັສທີທີ ເອັຟຊີ ຄວ້າຮອງແຊັມໄປຄອງ.

ສຸລິຈັນ ເກີດວັນທີ 12 ກໍລະກົດ 1994 ທີ່ເມືຶອງລະມານ ແຂວງເຊກອງ ຖືເປັນນັກກີລາຟຸດຊໍທີ່ດີທີ່ສຸດຂອງ ສປປ ລາວ; ໃນປີ 2020 ໄດ້ລົງຫຼິ້ນໃຫ້ກັບ ເອັສທີທີ ເອັຟຊີ ກໍສາມາດຄວ້າ 2 ລາງວັນຄືລາງວັນນັກເຕະດີເດັ່ນ ແລະ ລາງວັນດາວຍິງສູງສຸດໃນລາວລີກ 2 ລະດູການ 2020 ຈາກຜົນງານຍິງໄປທັງໝົດ 17 ປະຕູ.
ຂ່າວ: ຄໍາສອນ; ຮູບ: ດີ້ ສະເລີ ແລະ Soulichanh Phasawaeng