ສະຫຼຸບ 10 ເຫດການເດັ່ນ ໃນວົງການກີລາລາວ ປີ 2020

144

ປີ 2020 ຜ່ານພົ້ນໄປ ກ້າວສູ່ປີໃໝ່ 2021 ກໍຂໍໃຫ້ທຸກຄົນມີສຸຂະພາບແຂງແຮງ, ມີເງິນມີຄຳ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານໃນປີໃໝ່ນີ້.
ມື້ນີ້ທີມຂ່າວ ເສດຖະກິດ-ການຄ້າ ມາຈະສະຫຼຸບ 10 ຂ່າວເດັ່ນໃນວົງການກີລາລາວ ທີ່ເກີດຂຶ້ນໃນປີ 2020 ໄປເບິ່ງນໍາກັນເລີຍວ່າມີເຫດການໃດແດ່ຖືກກັບໃຈທ່ານຜູ້ອ່ານຫຼືບໍ?
1.ທີມບານເຕະຊາຍແຂວງຈຳປາສັກ ແຊັມ ບານເຕະທົ່ວປະເທດ 2020 ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ; ຮອງແຊັມ ແຂວງຫຼວງພະບາງ; ສ່ວນລາງວັນຜູ້ຍິງປະຕູຫຼາຍສຸດເປັນຂອງສັງວອນ ພິມມະເສນ ແລະ ທິບພະຈັນ ຄຳໃບອ່ອນ ຈາກ ແຂວງຈຳປາສັກ ຍິງໄດ້ 5 ປະຕູເທົ່າກັນ.

ສ່ວນແຊັມບານເຕະຍິງ ຕົກເປັນຂອງ ນະຄອນຫຼວງວຽງຈັນ,ຮອງແຊັມແຂວງຊຽງຂວາງ; ອາພັດສະລາ ຈັນທະວົງໄຊ ຈາກ ແຂວງຊຽງຂວາງ ຄວ້າລາງວັນຜູ້ຍິງປະຕູສູງສຸດ

2.ຊິກກອຍ ລາວແອັກຊັນ ຜູ້ສານຕໍ່ ມວຍລາຍລາວ ສູ່ວົງການບັນເທິງ-ຮູບເງົາ ຂ່າວດັ່ງກ່າວໄດ້ເລົ່າເລື່ອງລາວຂອງ ພິລາວັນ ຈັນທະກາລີ ( ຊິກກອຍ ລາວແອັກຊັນ) ນອກຈາກຈະເປັນນັກກີລາທີ່ປະສົບຜົນສໍາເລັດມາຫຼາກຫຼາຍປະເພດກີລາ ໂດຍສະເພາະມວຍລາຍລາວ.

ພິລາວັນ ( ຊິກກອຍ ) ເກີດວັນທີ 8 ພຶດສະພາ 1988 ທີ່ບ້ານໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງອັດຕະປື ປັດຈຸບັນຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຮອງຫົວໜ້າໜ່ວຍວິຊາ ກາຍະກໍາ ແລະ ເປັນອາຈານສອນ ຢູ່ພາກວິຊາສ້າງຄູພາລະສຶກສາ ຄະນະວິທະຍາສາດການກີລາ-ກາຍະກໍາ ມະຫາວິທະຍາໄລແຫ່ງຊາດ ໂດຍຜົນານໂດດເດັ່ນທີ່ສຸດຄືເຂົ້າຮ່ວມແຂ່ງຂັນສິລະປະປ້ອງກັນຕົວລະດັບໂລກ.

  1. ອາຣິຍາ ຄອງເສື້ອເຫຼືອງທັງ 3 ສະໜາມ ຄວ້າແຊັມ ທີ່ກໍາປູເຈຍ ໃຫ້ກັບທີມຊາດລາວ
    ອາຣິຍາ ພູນສະຫວັດ ນັກກີລາລົດຖີບ ທີມຊາດລາວ ເຈົ້າຂອງຫຼຽນເງິນ ໃນກີລາຊີເກມ 2019 ທີ່ປະເທດຟິລິບປິນ ສ້າງສັກກະຍາພາບຢ່າງຍິ່ງໃຫຍ່ດ້ວຍການຄອງເສື້ອເຫຼືອງ ( ຜູ້ນໍາເວລາລວມ ) ໄດ້ທັງ 3 ສະໜາມ ກ່ອນຄວ້າແຊັມລາຍການ Combodia Bay Cycling Tour 2020 ທີ່ປະເທດກໍາປູເຈຍ ເມື່ອວັນທີ 6 ມັງກອນ 2020.

  1. ຂຸນເຫຼັກ ດີກຣີແຊັມມວຍລາວ ນ໊ອກນັກມວຍໄທ ຍົກ 3 ມວຍລາວ ນະຄອນຫຼວງ-ກໍກຽດແດນຈໍາປາ
    ຂຸນເຫຼັກ ສະໂມສອນຄໍາເສັງ ເຈົ້າຂອງສາຍແອວແຊັມ ມວຍລາວຊີງແຊັມ ທ່ານຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຄັ້ງທໍາອິດທີ່ຈັດຂຶ້ນໃນປີ 2019 ສາມາດເອົາຊະນະນ໊ອກ ເພັດໂພໄຊ ສໍສີຣິນທາ ນັກຊົກຈາກຄ້າຍມວຍດັງຈັງຫວັດໜອງຄາຍ ໃນຮຸ່ນ 59 ກິໂລກຣາມ ມວຍລາວລາຍການ ນະຄອນຫຼວງ-ກໍກຽດແດນຈຳປາ ປະຈຳປີ 2020 ວັນທີ 11 ມັງກອນ 2020 ທີ່ເວທີມວຍ ສະຫະພັນ ໃນຍົກທີ 3.

5.ໄດມ່ອນ ດາວດວງໃໝ່ເທັນນິສລາວເປີດປີ 2020 ໂດດເດັ່ນຄວ້າຮອງແຊັມຮຸ່ນໃຫຍ່
ໄດມ່ອນ ບຸນທະລາ ນັກກິລາເທັນນິສຊາຍມື 1 ເຍົາວະຊົນລາວ ຮຸ່ນອາຍຸ 10 ປີ ເປີດປີ 2020 ດ້ວຍຜົນງານໂດດເດັ່ນຈາກການເລື່ອນຂຶ້ນໄປແຂ່ງຂັນຮຸ່ນໃຫຍ່ກວ່າກໍຄືຮຸ່ນ 12 ປີສາມາດຄວ້າຮອງແຊັມໄປຄອງ ໃນລາຍການ ກະແສເທັນນິສແຄ້ມ ຈູເນ່ຍ ຊາເລັ້ນ 2020 ຄັ້ງທີ 1 ທີ່ສະໜາມ FBT ປິລາມິດລາດກະບັງ ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 25-26 ມັງກອນ 2020.

6.ບົດສະຫຼຸບການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2020 ໂດຍແຊັມຕົກເປັນຂອງຊ້າງນ້ອຍ ເອັຟຊີ ໄດ້ຮັບຂັນແຊັມ, ເງິນລາງວັນ 30 ລ້ານກີບ ພ້ອມຫຼຽນລາງວັນ; ຮອງແຊັມ ເມືອງຫາດ ຢູໄນເຕັດ ໄດ້ຮັບເງິນລາງວັນ 15 ລ້ານກີບ ພ້ອມຫຼຽນລາງວັນ; ດາວຍິງສູູງສຸດແມ່ນ ກີຕ້າ ສີສະຫວາດ ກອງໜ້າຂອງ ເມືອງຫາດ ຢູໄນເຕັດ ຍິງໄປ 7 ປະຕູ

7.ບົດສະຫຼຸບ ເປບຊີ ລາວລີກ 1 ລະດູການ 2020 ແຊັມເປັນຂອງ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊ້ມສະໄໝທີ 5; ຮອງແຊັມ ມາສເຕີ 7 ເອັຟຊີ; ອັນດັບ 3 ຊ້າງນ້ອຍ ເອັຟຊີ. ສ່ວນດາວຍິງສູງສຸດເປັນຂອງ ໂກເມສ ຄອສຕ້າ ແລະ ແກ້ວວຽງເພັດ ຍິງໄດ້ 12 ປະຕູເທົ່າກັນ

  1. ບົດສະຫຼຸບ ຄອມມານໂດ ລາວລີກ 2 ລະດູການ 2020 ແຊັມ ຕົກເປັນຂອງກອງທັບ ເອັຟຊີ, ຮອງ ແຊັມເປັນຂອງ ເອັສທີທີ ເອັຟຊີ ແລະ ອັນດັບ 3ເມືອງຫາດ ຢູໄນເຕັດ; ສ່ວນດາວຍິງສູງສຸດ: ສຸລິຈັນ ພະສະແຫວງ ຈາກເອັສທີທີ ເອັຟຊີ ຍິງໄດ້ 17 ປະຕູ

9.ກອງທັບ ປ້ອງກັນແຊັມບານສົ່ງທົ່ວປະເທດ ໄດ້ທັງປະເພດຍິງ ແລະ ຊາຍ
ກອງທັບປະຊາຊົນລາວ ຍັງຄອງເບີ 1 ຂອງກີລາບານສົ່ງໃນ ສປປ ລາວ ຫຼັງຫຼ້າສຸດສາມາດປ້ອງກັນແຊັມບານສົ່ງທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2020 ລະຫວ່າງວັນທີ 16-26 ທັນວາ 2020 ທັງປະເພດທີມຍິງ ແລະ ທີມຊາຍ ໄປຕາມຄາດໝາຍ, ເຊິ່ງເປັນແຊັມສະໄໝທີ 6 ຕິດຕໍ່ກັນທັງຍິງ ແລະ ຊາຍ.

10.ປີແຫ່ງຄວາມສໍາເລັດຂອງ ສຸລິຈັນ ຄວ້າດາວຍິງສູງສຸດລາຍການທີ 2 ຂອງປີ
ສຸລິຈັນ ພະສະແຫວງ ນັກເຕະຈາກແຂວງເຊກອງ ຄວ້າລາງວັນດາວຍິງສູງສຸດໃນບານເຕະລາວລີກ 2 ລະດູການ 2020 ຈາກ 17 ປະຕູ ຫຼ້າສຸດໃນທ້າຍເດືອນທັນວາ ທີ່ຜ່ານມາລົງແຂ່ງຂັນກີລາຟຸດຊໍ ທົ່ວນະຄອນຫຼວງວຽງຈັນ ຊິງຂັນຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 1 ປະຈຳປີ 2020 ສາມາດຄວ້າດາວຍິງສູງສຸດປະຈໍາລາຍການ ຈາກຜົນງານຍິງໄປ 23 ປະຕູ ພ້ອມພາທີມ ທີມປີ້ງແບ້ສະຫັວນ ມາລວຍ ຄວ້າແຊັມນຳອີກ.