ວາງສີລາລຶກ ເລີ່ມສ້າງໂຮງໝໍຊຸມຊົນໃຫ້ເມືອງຄົງເຊໂດນ

235

ໃນວັນທີ 26 ມັງກອນ 2021ນີ້ ຢູ່ທີ່ຫ້ອງຮັບຮອງພິເສດສະໂມສອນຂອງແຂວງສາລະວັນທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້້າແຂວງສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ປີເຕີ ເຮມ໋ອນ (Dr. Peter M. Haymond) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ .

ໃນໂອກາດນີ້, ທ່ານ ສົມໃຈ ອຸ່ນຈິດ ໃນນາມຕາງໜ້າອໍານາດການປົກຄອງແຂວງສາລະວັນ ກໍໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານທູດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມ ຢາມໃນຄັ້ງນີ້ ພ້ອມທັງນໍາສະເໜີຈຸດພິເສດ ແລະ ທີ່ຕັ້ງພູມສັນຖານຂອງແຂວງສາລະວັນໂດຍຫຍໍ້ ພ້ອມທັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມອັນພົ້ນເດັ່ນພາຍໃນແຂວງໃຫ້ຝ່າຍອາເມລິກາໄດ້ຮັບຊາບ ຄຽງຄູ່ກັນນັ້ນຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບທິດທາງເພື່ອເສີມຂະຫຍາຍການພົວພັນຮ່ວມມືລາວ-ອາເມລິກາໃນຕໍ່ໜ້າໂດຍສະເພາະການຮ່ວມມືໃນຂົງເຂດວຽກງານ ການສຶກສາ, ວຽກງານສາທາລະນະສຸກ, ວຽກງານກະສິກໍາ ແລະ ວຽກງານອື່ນໆ ບົນພື້ນຖານການຮ່ວມມືແບບກວມລວມ ລະຫວາງ ສປປ ລາວ ກັບ ສະຫະລັດອາເມລິກາ ທີ່ຈະມີອາຍຸຄົບຮອບ 5 ປີ ໃນປີ 2021ນີ້.

ພ້ອມດຽວກັນ ທ່ານທູດ ປີເຕີ ເຮມ໋ອນ (Dr. Peter M. Haymond) ກໍໄດ້ເຂົ້າຮ່ວມພິທີວາງສີລາລຶກ ສໍາລັບໂຄງການກໍ່ສ້າງຕຶກໃໝ່ໃຫ້ແກ່ໂຮງໝໍຊຸມຊົນເມືອງຄົງເຊໂດນ, ແຂວງສາລະວັນ ເຊິ່ງເປັນການຮ່ວມມືດ້ານມະນຸດສະທໍາ -ໃນຂົງເຂດວຽກງານການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຮ່ວມກັບທ່ານຮອງເຈົ້າແຂວງສາລະວັນ ພ້ອມດ້ວຍບັນດາເຈົ້າໜ້າທີ່ກ່ຽວຂ້ອງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງກໍຄືເມືອງຄົງເຊໂດນ ແລະ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງນໍາໃຊ້ຕຶກດັ່ງກ່າວ.

#ພາບ-ຂ່າວໂດຍ : ກິນດາວັນ ອ້ວນນາຄູ