ສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ຄົບຮອບ 40ປີ

223

ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລຄົບຮອບ 40 ປີຂຶ້ນເມື່ອວັນທີ22 ມັງກອນ 2021 ຜ່ານມາ  ໂດຍການເຂົ້າຮ່ວມຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຮອງສາສະດາຈານ ປອ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາ ແລະກິລາ, ມີຮອງກົມອະຊີວະສຶກສາ, ວ່າການອຳນວຍການວິທະຍາໄລ, ຕາງໜ້າກົມຈັດຕັ້ງ-ພະນັກງານ, ແຂກຖືກເຊີນ, ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.


ງານສະເຫຼີມສະຫຼອງວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງຄັ້ງນີ້ຜູ້ເຂົ້າແມ່ນໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກນ້ອງນັກສຶກສາ, ການເດີນສວນສະໜາມຂອງກ້ອນກໍາລັງຕ່າງໆພ້ອມທັງຮັບຟັງການບັນຍາຍປະຫວັດຄວາມເປັນມາຂອງແຕ່ລະພາກວິຊາ, ຮັບຟັງປະຫວັດຄວາມເປັນມາຂອງວິທະຍາໄລ ຕະລອດໄລຍະ40ປີທີ່ຜ່ານມາ(1980-2020) ແລະບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ5ປີທີ່ຜ່ານ ແລະທິດທາງແຜນການໃນຕໍ່ໜ້າ.

ພ້ອມນັ້ນຍັງໄດ້ມີພິທີມອບຫຼຽນໄຊແຮງງານຊັ້ນ2ໃຫ້ 1 ກົມກອງ ແລະບຸກຄົນ 4 ທ່ານ, ຫຼຽນໄຊແຮງງານຊັ້ນ3 ໃຫ້ 5 ທ່ານ, ຫຼຽນກາແຮງງານ 18 ທ່ານ, ໃບຍ້ອງຍໍລັດຖະບານ 78 ທ່ານ, ໃບຍ້ອງຍໍລັດຖະມົນຕີກະຊວງສືກສາ 18 ທ່ານ ແລະໃບຍ້ອງຍໍຂອງວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ 11 ທ່ານ.


ນອກນັ້ນຜູ້ເຂົ້າຮ່ວມຍັງໄດ້ທ່ຽວຊົມບູດວາງສະແດງສິນຄ້າຕ່າງໆ, ໂຮງຊ່າງຂອງວິທະຍາໄລ ແລະຄູ່ຮ່ວມງານ, ພ້ອມຊົມການສະແດງສິລະປະວັນນະຄະດີດ້ວຍບັນຍາກາດເບີກບານມ່ວນຊື່ນ.

.

.


ພາບ-ຂ່າວໂດຍ: ດາວອນ ມະນີວັນ,ຂ່າວສານຫລວງພະບາງ Luangprabang News