ສາຍໃຍສໍາພັນ ເນັ້ນສ້າງບຸກຄະລາກອນຊ່ວຍທຸລະກິດເກີດໃໝ່

566

ການສ້າງຜູ້ປະກອບການທາງທຸລະກິດໃຫ້ມີສີສັນ ແລະ ຫຼາກຫຼາຍຂະແໜງການ ຈະຊ່ວຍຄໍ້າຈູນຍູ້ໜູນເສດຖະກິດມະຫາພາກໃຫ້ເຕີບໃຫຍ່ ແລະ ແຂງແຮງໄດ້.

ທ່ານ ສາຍສະໝອນ ກວນເມືອງຈັນ ຜູ້ອໍານວຍການສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສາຍໃຍສໍາພັນ ກ່າວວ່າ: ລາງວັນນັກທຸລະກິດດີເດັ່ນອາຊຽນ ໃນປີ 2020 ໄດ້ມາຍ້ອນກິດຈະກໍາທີ່ພວກເຮົາດໍາເນີນຢູ່ ກໍຄືການໃຫ້ບໍລິການລູກຄ້າ ແລະ ການຈ້າງງານທີ່ມີພະນັກງານຫຼາຍກວ່າ 100 ຄົນ. ນອກຈາກນີ້, ຍັງໄດ້ຈ້າງອາສາສະໝັກລົງຊ່ວຍຫຼຸດຜ່ອນຄວາມທຸກຍາກໃນເຂດທີ່ພັດທະນາ ເຊິ່ງເປັນການຈ້າງງານໄດ້ຢ່າງກວ້າງໄກ. ຂ້າພະເຈົ້າສຸດທີ່ພາກພູມໃຈ ແລະ ກໍໄດ້ບອກພະນັກງານທັງໝົດວ່າພວກເຮົາຈະບໍ່ຢຸດພັດທະນາພຽງເທົ່ານີ້ ຕ້ອງສູ້ຊົນໃຫ້ໄດ້ລາງວັນເພີ່ມຂຶ້ນ ກໍຄືພັດທະນາທຸລະກິດໃຫ້ເຂັ້ມແຂງ, ໝັ້ນຄົງ, ໂປ່ງໃສ ເພື່ອສັງຄົມຕະຫຼອດໄປ.

ທ່ານກ່າວວ່າ: ໃນໄລຍະການປ້ອງກັນພະຍາດໂຄ ວິດ – 19 ພວກເຮົາບໍ່ໄດ້ຫຼຸດຜ່ອນພະນັກງານລົງ ເຊິ່ງໃນປີ 2021 ເຮົາວາງແຜນຈະຮັບພະນັກງານເພີ່ມຂຶ້ນ ໂດຍສະເພາະພະນັກງານມີຄວາມຮູ້ດ້ານການປຶກສາບັນຫາທາງການເງິນ ແລະ ການປະກອບອາຊີບ ຫຼື ສະຕາດອັບ ເພື່ອເຂົ້າມາເສີມທັບລົງເຄື່ອນໄຫວຊ່ວຍລູກຄ້າວາງແຜນການເງິນ ແລະ ຊ່ວຍສ້າງຜູ້ປະກອບການໃໝ່ເພີ່ມຂຶ້ນ ເນື່ອງຈາກຢາກເຫັນປະຊາກອນທຸລະກິດເພີ່ມຂຶ້ນ.

ในภาพอาจจะมี 1 คน

ສໍາລັບໜີ້ເສຍໃນໄລຍະຜ່ານມາ ເຫັນວ່າມີໜ້ອຍທີ່ສຸດຍ້ອນວ່າເຮົາໄດ້ປະເມີນລູກຄ້າກ່ອນປ່ອຍກູ້ ໂດຍສະເພາະແມ່ນສັກກະຍະພາບໃນລູກຄ້າແຕ່ລະຄົນເປັນແນວໃດ?. ພ້ອມນັ້ນ, ເຮົາກໍມີທີ່ປຶກສາໃນການໃຫ້ຄໍາປຶກສາແກ່ລູກຄ້າທີ່ຢືມເງິນໄປດໍາເນີນກິດຈະການ ເຊິ່ງຜ່ານມາປ່ອຍກູ້ສູງສຸດ 50 ລ້ານກີບ ຖ້າລູກຄ້າມີບັນຫາບໍ່ຫຼາຍ ແລະ ສໍາຄັນທາງພວກເຮົາກໍສາມາດເຂົ້າໄປຊ່ວຍເຫຼືອໄດ້ ໃນການທີ່ຈະເຮັດໃຫ້ເຂົາເຈົ້າມີກໍາລັງທີ່ຈ່າຍເງິນຄືນພວກເຮົາ.

ປັດຈຸບັນລູກຄ້າສະຖາບັນເງິນຝາກສາຍໃຍສໍາພັນ ມີ 18 ພັນກວ່າຄົນ ສ່ວນຫຼາຍຜູ້ກູ້ເງິນແມ່ນເພື່ອສ້າງເສດຖະກິດຄອບຄົວທີ່ເຮັດນອກໂມງການ ອາດຈະມີກິດຈະການປູກຝັງ – ລ້ຽງສັດ ສ່ວນສັດສ່ວນໃນວົງເງິນ 20 ລ້ານກີບກວມສ່ວນຫຼາຍ.

ທ່ານ ສາຍສະໝອນ ກວນເມືອງຈັນ ຍັງຝາກເຖິງນັກທຸລະກິດ, ຜູ້ປະກອບການພາຍໃນແຂວງສະຫວັນນະເຂດ ນອກຈາກເຮັດທຸລະກິດຂອງຕົນເອງແລ້ວ ພວກເຮົາຕ້ອງໄດ້ອອກມາຊ່ວຍພັດທະນາສັງຄົມ ເພື່ອໃຫ້ສັງຄົມມີການພັດທະນາ ແລະ ພວກເຮົາພະຍາຍາມສຸດຂີດ ເຮັດໃຫ້ທຸກຄົນໃນສັງຄົມສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງໄດ້ ໂດຍບໍ່ປະໃຜໄວ້ຢູ່ເບື້ອງຫຼັງ ນັ້ນແລະແມ່ນສິ່ງທີ່ເຮົາພັດທະນາອົງກອນ ເພື່ອໃຫ້ໄດ້ລາງວັນທີ່ຍິ່ງໃຫຍ່ຂຶ້ນໃນຕໍ່ໜ້າ.