ປູກໝາກເຫຼ່ນຂາຍບໍ່ໄດ້ຍາກ ຫາກມີໃຈອົດທົນ

146

ຫຼັກການປູກພືດຕ່າງໆມີທິດສະດີເປັນແມ່ແບບ ແຕ່ການປະຕິບັດຂອງແຕ່ລະຄົນໃນແຕ່ລະພື້ນທີ່ອາດແຕກຕ່າງກັນ ເຮັດແນວໃດໃຫ້ພືດຜັກຈະເລີນງອກງາມ ແລະ ໃຫ້ໄດ້ຮັບຜົນດີ ເພື່ອສາມາດສ້າງລາຍໄດ້ ແລະ ມີຜົນກຳໄລຈາກຜົນຜະລິດ ເຮັດໃຫ້ເສດຖະກິດຄອບຄົວດີຂຶ້ນດັ່ງຊາວສວນຄົນນີ້ປູກໝາກເຫຼ່ນຂາຍສາມາດສ້າງລາຍໄດ້ເລື້ອຍມາ.

ไม่มีคำอธิบายรูปภาพ

ແມ່ຕູ້ຕຸ ແວ່ນແກ້ວ ບ້ານໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດກ່ຽວກັບການປູກໝາກເຫຼ່ນ ວ່າ: ທີ່ຈິງແລ້ວການປູກໝາກເຫຼ່ນເປັນອາຊີບ ບໍ່ມີ ຄວາມຫຍຸ້ງຍາກຫຼາຍ ສ່ວນຜູ້ທີ່ບໍ່ເຄີຍປູກກໍວ່າມັນມີຄວາມຫຍຸ້ງຍາກ; ທຳອິດໃນການປູກເຮົາຕ້ອງກ້າເບ້ຍມັນກ່ອນ ປະມານຕົ້ນໄດ້ສິບຊັງຕີ, ເຮົາກໍເລີ່ມເຮັດຄັນຄູ, ໄຖບ່ອນປູກແລ້ວປົກຜ້າຢາງ; ໃນການປົກຜ້າຢາງນີ້ເຮົາກໍບໍ່ໄດ້ປົກລ້າໆ ເຮົາຕ້ອງໄດ້ຫວ່ານປຸ໋ຍໝາກ ຫຼື ປຸ໋ຍໝາກແດງ ຫຼັງຈາກຫວ່ານແລ້ວເຮົາກໍປົກຜ້າຢາງໄວ້ໃຫ້ດິນຊຸ່ມ ແລະ ໃຫ້ປຸ໋ຍເປື່ອຍ. ສຳລັບເບ້ຍນີ້ແມ່ນໃຫ້ໄດ້ 10 – 15 ຊັງຕີ, ກ້າເບ້ຍໃຊ້ເວລາປະມານ 10 – 20 ມື້ ກໍສາມາດປູກໄດ້.

ในภาพอาจจะมี หนึ่งคนขึ้นไป, รองเท้า, สถานที่กลางแจ้ง และธรรมชาติ

ແມ່ຕູ້ຕຸ ແວ່ນແກ້ວ ຍັງໃຫ້ຮູ້ອີກວ່າ: ເຮົາກໍສັງເກດເບິ່ງຮາກຂອງເບ້ຍຖ້າມີຮາກຂາວໆຟູດິນ ເຮົາກໍສາມາດເລີ່ມຫົດນ້ຳ, ໃສ່ປຸ໋ຍ ແລະ ຝຸ່ນໄດ້ເລີຍ ຖ້າວ່າເຮົາປູກໄປໄດ້ປະມານ 2 – 3 ມື້ ຖ້າເບ້ຍໝາກເຫຼ່ນຕິດດີແລ້ວ ເຮົາກໍເລີ່ມເອົາໄມ້ມາສຽບເຮັດຄ້າງໝາກເຫຼ່ນໄວ້ໃນກໍລະນີທີ່ວ່າໜານສຽບຄ້າງໝາກເຫຼ່ນ ຖ້າໝາກເຫຼ່ນໃຫຍ່ສູງມັນກໍຈະເລືອຕາມໜ້າດິນເຮັດໃຫ້ມີ ຄວາມຫຍຸ້ງຍາກໃນການເບິ່ງສັດຕູພືດ, ເຮັດຮາວ, ໃສ່ຝຸ່ນ, ໃສ່ປຸ໋ຍ ເພື່ອໃຫ້ມີຄວາມງາມຕື່ມ ແລະ ເພື່ອໃຫ້ມີຄວາມສະດວກໃນການເບິ່ງບົ້ງ, ແມງໄມ້ ຖ້າວ່າມີບົ້ງ ຫຼື ສັດຕູພືດຕ່າງໆເຮົາກໍສີດຢາຂ້າ ແລະ ຢ່າລືມຫົດນ້ຳມື້ລະສອງເທື່ອ.

ในภาพอาจจะมี 1 คน, ต้นพืช, สถานที่กลางแจ้ง และธรรมชาติ

ຜົນຜະລິດໝາກເຫຼ່ນຈະໄດ້ຮັບແມ່ນປະມານ 1 – 2 ເດືອນ ຖ້າຢາກໃຫ້ໝາກເຫຼ່ນມີຄວາມງາມ, ໃຫຍ່ໄວ ເຮົາກໍຕ້ອງໃຊ້ຝຸ່ນຂີ້ງົວ, ຂີ້ຄວາຍ ຫຼື ໃຊ້ປຸ໋ຍໝາກແດງໃຫ້ພືດ.

ແມ່ຕູ້ ຍັງບອກຕື່ມອີກວ່າ: ໝາກເຫຼ່ນໜຶ່ງຊອງ ເກັບເທື່ອໜຶ່ງແມ່ນໄດ້ຮັບຜົນ ປະມານ 40 – 50 ກິໂລ ໄລຍະ 2 – 3 ວັນ ເຮົາຈະເກັບເທື່ອໜຶ່ງ.

ການປູກມີຄວາມສະດວກ ຂໍພຽງແຕ່ມີເວລາເບິ່ງແຍງຮັກສາ ແຕ່ເຮົາຕ້ອງໄດ້ລົງທຶນ ເຊັ່ນ: ປຸ໋ຍ, ຜ້າຢາງ, ໄມ້ຄ້າງ ແລະ ເຊືອກຟາງ, ເພາະເຮົາຕ້ອງໄດ້ໃຊ້ເຊືອກຟາງມາມັດຄ້າງ ເພື່ອໃຫ້ໝາກເຫຼ່ນໄດ້ເລືອເຮັດໃຫ້ບໍ່ຫຍຸ້ງຍາກໃນການຮັກສາຈາກສັດຕູພືດ.

ในภาพอาจจะมี ต้นพืช, สถานที่กลางแจ้ง และธรรมชาติ

ສ່ວນຂໍ້ຫຍຸ້ງຍາກ: ຕ້ອງໄດ້ເບິ່ງແຍງໃກ້ຊິດທຸກມື້ເພື່ອບໍ່ໃຫ້ບົ້ງ – ແມງໄມ້ລົບກວນ ແລະ ຕ້ອງໃສ່ປຸ໋ຍ ເພື່ອໃຫ້ເປັນດອກ, ເປັນໝາກດີ, ການປູກໃນລະດູໜາວໝາກເຫຼ່ນຈະບໍ່ຂຶ້ນສູງ, ມັນຈະຕ່ຳເພາະສະພາບອາກາດເຢັນ. ສ່ວນຈຳພວກສັດຕູພືດເຮົາຕ້ອງໄດ້ເບິ່ງ ຖ້າຕົ້ນໃດມີບົ້ງກັດເຮົາກໍຕ້ອງໄດ້ສີດຢາປ້ອງກັນໄວ້, ຖ້າໃນກໍລະນີທີ່ບໍ່ມີບົ້ງກັດ ເຮົາກໍໃສ່ຝຸ່ນ, ປຸ໋ຍຫົດແບບທຳມະດາ ເມື່ອຕົ້ນໝາກເຫຼ່ນເຕີບໃຫຍ່ສົມບູນແມ່ນສາມາດຕອບສະໜອງຜົນຜະລິດໄດ້ແບບຕໍ່ເນື່ອງເດືອນໜຶ່ງສາມາດໄດ້ເກັບຫຼາຍເທື່ອ, ດັ່ງນັ້ນການປູກໝາກເຫຼ່ນນີ້ແມ່ນໄດ້ຮັບຜົນດີ, ສ້າງກຳໄລ ພຽງແຕ່ເຮົາມີທຶນເລັກໜ້ອຍຊື້ວັດຖຸດິບໃນການປູກ ແລະ ມີພື້ນທີ່ ເຮົາກໍຈະສາມາດໄດ້ຮັບຜົນກຳໄລດີ ແລະ ສ້າງລາຍຮັບໄດ້.