ທ່ານ ຄຳເຫຼັກ ໃຈອິສານ  ແລະ ທ່ານ ວິສອນ ລາວເມົາ ຂຶ້ນເປັນຮອງເຈົ້າແຂວງຜົ້ງສາລີຄົນໃໝ່

637

ພິທີມອບ – ຮັບ ໜ້າທີລະຫ່ວາງຮອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນ ເຊົ້າຂອງວັນທີ 21 ມັງກອນ 2021 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ.

ມີບັນດາທ່ານກໍາມະການປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ 7 ເມືອງທົ່ວແຂວງ, ຫົວໜ້າ – ຮອງຫົວໜ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດອ້ອມຂ້າງແຂວງ, ຄະນະພັກ, ຄະນະບັນຊາ ສອງກຳລັງ ປກຊ – ປກສ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ທ່ານ ຫຸມພັນ ຈັນທະລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າແຂວງສະບັບເລກທີ 3686/ຈຂ,ຜລ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານລັດ ໃນນີ້ເຫັນດີແຕ່ງຕັ້ງ ທ່ານ ຄຳເຫຼັກ ໃຈອິສານ ກຳມະການປະຈຳພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ເປັນຮອງເຈົ້າແຂວງ, ທ່ານ ວິສອນ ລາວເມົາ ກຳມະການປະຈຳພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເປັນຮອງເຈົ້າແຂວງ.

ຈາກນັ້ນທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ກໍ່ໄດ້ຂຶ້ນຜ່ານບົດສັງລວມຫຍໍ້ກ່ຽວກັບການຊີ້ນໍາ – ນໍາພາ ຂົງເຂດວຽກງານວັດທະນະທໍາ – ສັງຄົມ ແລະ ເສດຖະກິດການຜະລິດ ໃນຂອບເຂດ 10 ພະແນກ ແລະ 67 ຄະນະສະເພາະກິດ.

ຈາກນັ້ນກໍ່ໄດ້ພ້ອມກັນລົງນາມເຊັນບົດບັນທຶກມອບຮັບຮ່ວມກັນລະຫວ່າງທ່ານຮອງເຈົ້າແຂວງຜົ້ງສາລີຜູ້ເກົ່າກັບ ຜູ້ໃໝ່. ຕ່າງໜ້າເຊັນມອບໂດຍທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ເຊັນຮັບວຽກງານຂົງເຂດວັດທະນະທຳສັງຄົມ ໂດຍ ທ່ານ ຄຳເຫູັກ ໃຈອິສານ ຮອງເຈົ້າແຂວງຜູ້ໃໝ່ ແລະ ເຊັນຮັບວຽກຂົງເຂດເສດຖະກິດການຜະລິດໂດຍທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງຜູ້ໃໝ່.


ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນຄັ້ງນີ້ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊີ່ງທ່ານໄດ້ກ່າວວ່າ: ການຍົກຍ້າຍຊັບປ່ຽນໜ້າທີ່ວຽກງານແມ່ນເປັນວຽກປົກກະຕິ ແລະ ເປັນຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານໄລຍະໃໝ່. ພ້ອມກັນນັ້ນທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະໃນການຊີ້ນຳນຳພາຂອງທ່ານຮອງເຈົ້າແຂວງຜູ້ເກົ່າ ແລະ ໄດ້ຮຽກຮ້ອງໃຫ້ທ່ານຮອງເຈົ້າແຂວງຜູ້ໃໝ່ທັງສອງທ່ານຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຢ່າງໝັກແໜ້ນ, ເອົາໃຈໃສ່ຄົ້ນຄວ້າໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ເລິກເຊິ່ງ ເພື່ອເປັນບ່ອນອິງໃນການນໍາພາ-ຊີ້ນໍາໃຫ້ຖືກຕ້ອງ ແລະ ມີຜົນສໍາເລັດ.