ເລີ່ມ 22​ມັງກອນນີ້ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດ ສະເພາະແອັດຊັງພິເສດປັບຂຶ້ນ 360ກີບ/ລິດ

282

ລັດອອກແຈ້ງການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ທຸກຊະນິດຄື ປັບຂຶ້ນແອັດຊັງພິເສດ 360 ກີບຕໍ່ລິດ, ແອັດຊັງທໍາມະດາ 340 ກີບຕໍ່ລິດ ແລະ ກາຊວນ 120 ກີບຕໍ່ລິດ ເຊິ່ງຈະເລີ່ມ ກໍານົດໃຫ້ເລີ່ມ ວັນທີ 22 ມັງກອນ 2021 ເປັນຕົ້ນໄປ.

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 0051/ອຄ.ກຄພນ, ລົງວັນທີ 21 ມັງກອນ 2021, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ, ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ; ການປັບລາຄາຄັ້ງນີ້ ໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟທຸກຊະນິດລົງ 100 ກີບຕໍ່ລິດຕໍ່ຊະນິດ ແລະ ປັບລາຄາແອັດຊັງພິເສດປັບຂຶ້ນ 360 ກີບຕໍ່ລິດ, ແອັດຊັງທໍາມະດາປັບຂຶ້ນ 340 ກີບຕໍ່ລິດ ແລະ ກາຊວນປັບຂຶ້ນ 120 ກີບຕໍ່ລິດ.

ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0069/ກຄພນ.ຄສລ, ລົງວັນທີ 21 ມັງກອນ 2021 ຈົນກວ່າຈະມີການປ່ຽນແປງ; ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ; ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0014/ອຄ.ກຄພນ, ລົງວັນທີ 7 ມັງກອນ 2021