ການຜະລິດຂອງກຸ່ມບໍລິສັດດາວເຮືອງ ຫຼຸດຈາກຜົນກະທົບໂຄວິດ – 19

128

ພິດຮ້າຍຂອງໂຄວິດ – 19 ໄດ້ແຜ່ກະຈາຍໄປທົ່ວໂລກ ບໍລິສັດນ້ອຍ – ໃຫຍ່ໃນລາວ ກໍຖືກກະທົບໄປຕາມ ແມ່ນກະທັງກຸ່ມບໍລິສັດດາວເຮືອງ ເຜີຍໃຫ້ຮູ້ວ່າ: ຜົນຜະລິດ ແລະ ການສົ່ງອອກຫຼຸດ, ຈຶ່ງໄດ້ຫັນທິດມາເບິ່ງຕະຫຼາດພາຍໃນຫຼາຍຂຶ້ນ ແລະ ຮຽກຮ້ອງໃຫ້ສັງຄົມລາວບໍລິໂພກ – ຊົມໃຊ້ຜະລິດຕະພັນລາວຫຼາຍຂຶ້ນ.

ກຸ່ມບໍລິສັດດາວເຮືອງ ເປັນອີກບໍລິສັດໜຶ່ງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ໂດຍສະເລ່ຍຍອດການຜະລິດຫຼຸດລົງເຖິງ 50% ເນື່ອງຈາກກໍາລັງການຊື້ຫຼຸດລົງຂອງຕະຫຼາດຕ່າງປະເທດ. ສ່ວນແຜນປີ 2021 ນີ້ ຈະເນັ້ນຕະຫຼາດພາຍໃນເພີ່ມຂຶ້ນ ໂດຍຮ່ວມກັບລັດຖະບານສ້າງນະໂຍບາຍສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດພາຍໃນ.

ไม่มีคำอธิบาย

ທ່ານ ສີສຸພົນ ສີຫາລາດ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດດາວເຮືອງ ກ່າວວ່າ: ສະພາບລວມການດໍາເນີນທຸລະກິດກຸ່ມບໍລິສັດດາວເຮືອງໃນປີ 2020 ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ເນື່ອງຈາກສ່ວນໃຫຍ່ແມ່ນຈະເນັ້ນການຜະລິດພາຍໃນແລ້ວສົ່ງອອກ ບໍ່ວ່າຈະເປັນກາເຟ, ໝາກໄມ້ອົບແຫ້ງສໍາເລັດຮູບ, ເຄື່ອງດື່ມ, ຊາ ແລະ ຜະລິດຕະພັນອື່ນໆ. ຕົວເລກການຜະລິດຫຼຸດລົງສະເລ່ຍ 30 – 50% ບໍ່ສະເພາະແຕ່ການຜະລິດຍັງມີຂອດບໍລິການໃນການຂົນສົ່ງຕາມການສັ່ງຊື້ຂອງລູກຄ້າທີ່ຢູ່ຕ່າງປະເທດກໍຫຼຸດລົງ ເຖິງຈະຜ່ານລະບົບອອນລາຍກໍຕາມ, ການຕິດຕໍ່ສື່ສານກັບຕ່າງປະເທດກໍຂາດສະພາບຄ່ອງ ໂດຍສະເພາະການເຈລະຈາຊື້ – ຂາຍ ແລະ ເຫດການທີ່ບໍ່ສາມາດເດີນທາງໄປ – ມາຫາກັນໄດ້ຖືເປັນຜົນກະທົບໜັກ.

ไม่มีคำอธิบาย

ທ່ານກ່າວອີກວ່າ: ໃນປີ 2021 ຖ້າຫາກການລະບາດຂອງພະຍາດໂຄວິດ – 19 ຢູ່ຕ່າງປະເທດຫຼຸດຜ່ອນລົງ ຫຼື ທົ່ວໂລກສາມາດຄວບຄຸມໄດ້ຈະເຮັດໃຫ້ກໍາລັງການຜະລິດທີ່ຕັ້ງເປົ້າໃນປີ 2021 ອາດຈະບັນລຸເປົ້າໄດ້ ເພາະໃນເງື່ອນໄຂການລະບາດຂອງພະຍາດເຮັດໃຫ້ຍອດບໍລິໂພກຫຼຸດລົງສົ່ງຜົນຕໍ່ການສົ່ງຊື້ກໍຫຼຸດລົງຕາມກັນ.

ไม่มีคำอธิบาย

ຍຸດທະສາດໃນປີ 2021 ໄດ້ວາງໄວ້ໃນການຜະລິດໃຫ້ເພີ່ມຂຶ້ນ ໂດຍສະເພາະຜະລິດຕະພັນ ແລະ ການບໍລິການໃໝ່ໆ, ຈາກສະພາບການລະບາດໂຄວິດ – 19 ເຮັດໃຫ້ຍຸດທະສາດຂອງກຸ່ມບໍລິສັດດາວເຮືອງ ຕ້ອງມາເນັ້ນຕະຫຼາດພາຍໃນເປັນຫຼັກ ພ້ອມຢາກຮຽກຮ້ອງໃຫ້ປະຊາຊົນລາວ ຫັນມາຊົມໃຊ້ຜະລິດຕະພັນລາວ, ດື່ມກໍດື່ມກາເຟຂອງລາວເຮົາ ເຖິງເຮົາຈະປະສົບຂໍ້ຫຍຸ້ງຍາກຈາກສະພາບໂດຍລວມຂອງໂລກກໍຕາມ; ຖ້າປະຊາຊົນລາວມີ ຄວາມສາມັກຄີ ເຊື່ອວ່າຈະຜ່ານຜ່າອຸປະສັກນີ້ໄປໄດ້ ກ້າເວົ້າແນວນີ້ກໍຍ້ອນວ່າຜະລິດຕະພັນລາວເຮົາເປັນຜະລິດຕະພັນທີ່ມີຄຸນນະພາບ ບໍ່ໜ້ອຍໜ້າຈາກສິນຄ້າຕ່າງປະເທດ ສິນຄ້າລາວເທົ່າທຽມຕ່າງປະເທດ.

ไม่มีคำอธิบาย

ມາຮອດປັດຈຸບັນລັດຖະບານຍິ່ງໃຫ້ຄວາມສໍາຄັນຜະລິດຕະພັນຂອງລາວເຮົາເອງ ກໍຄືກາເຟດາວ ທີ່ມີຄຸນນະພາບທຽບເທົ່າກາເຟຂອງສາກົນ ເພາະສະນັ້ນປັດຈຸບັນກຸ່ມບໍລິສັດດາວເຮືອງ ໄດ້ເຊັນສັນຍາເຂົ້າຮ່ວມຮຸ້ນກັບລັດຖະບານ ເພື່ອເຮັດແນວໃດໃຫ້ສາມາດເຂົ້າຫາຕະຫຼາດພາຍໃນໃຫ້ຫຼາຍຂຶ້ນ ເພື່ອໃຫ້ຜະລິດຕະພັນຂອງລາວ ກໍຄືຜະລິດຕະພັນກຸ່ມບໍລິສັດດາວເຮືອງ ສາມາດຜະລິດອອກຮັບໃຊ້ສັງຄົມຈໍານວນຫຼາຍຂຶ້ນ.