ພິທັກ ຕັ້ງເປົ້າ ພາ ລາວໂຕໂຢຕ້າ ເອັຟຊີ ປ້ອງກັນແຊັມລາວລີກ 2021

113

ພິທັກ ຕັດສິນໃຈຕໍ່ສັນຍາສະບັບໃໝ່ກັບ ລາວໂຕໂຢຕ້າ ເອັຟຊີ ຢ່າງເປັນທາງການ ເມື່ອທ້າຍອາທິດ ທີ່ຜ່ານມາ ໃນພາລະກິດພາ ລາວໂຕໂຢຕ້າ ເອັຟຊີ ປ້ອງກັນແຊັມເປບຊີ ລາວລີກ 1 ແລະ ລຸ້ນແຊັມລີກສູງສຸດຂອງ ສປປ ລາວ ສະໄໝທີ 6.

ຫຼ້າສຸດ ພິທັກ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ຂ້ອຍມີຄວາມສຸກທີ່ໄດ້ຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ໃນປີ 2020 ທີ່ຜ່ານມາ, ໄດ້ຮຽນຮູ້ຫຼາຍໆສິ່ງຈາກນັກເຕະເພື່ອຮ່ວມທີມ ລວມເຖິງຄູ່ແຂ່ງ ແລະ ປະສົບຜົນສໍາເລັດໃນການພາທີມຄວ້າແຊັມ ແນ່ນອນຂ້ອຍດີໃຈທີ່ໄດ້ຕໍ່ສັນຍາກັບທີມ ເພື່ອລຸຍການແຂ່ງຂັນລີກສູງສຸດຂອງ ສປປ ລາວ ໃນປີ 2021 ເຊື່ອວ່າ ປີນີ້ຈະເປັນງານຍາກຂຶ້ນ ເພາະທຸກທີມໃນການພັດທະນາ ແລະ ເສີມນັກເຕະໜ້າຕິດຕາມຫຼາຍໆຄົນ ເຊິ່ງມັນກໍເປັນໂອກາດທີ່ດີສໍາລັບນັກເຕະທຸກຄົນໃນການສະແດງຄວາມສາມາດ.

“ຢ່າງໃດກໍຕາມ ເປົ້າໝາຍຂອງຂ້ອຍກໍຄືພາທີມປ້ອງກັນແຊັມ ແລະ ຫວັງໄປຫຼິ້ນລາຍການ ເອເອັຟຊີ, ສ່ວນອີກເປົ້າໝາຍອີກຢ່າງໜຶ່ງໃນປີ 2021 ນ້ອງກໍວາງແຜນສ້າງທີມອະຄາເດມີ ເປັນຂອງຕົວເອງ ຫຼັງຈາກທີ່ຈົບການເປັນຄູຝຶກລະດັບ C ລາຍເຊັນເມື່ອປີ 2018 ແລະ ປີ 2021 ນີ້ຈະສືບຕໍ່ຮຽນເອົາຄູຝຶກລະດັບ B ລາຍເຊັນ ເພື່ອກ້າວສູ່ການເປັນຄູຝຶກໃນອະນາຄົດ” ກອງກາງທັກສະດີຂອງ ລາວໂຕໂຢຕ້າ ເອັຟຊີ ກ່າວ.

ສໍາລັບ ພິທັກ ປັດຈຸບັນອາຍຸ 24 ປີເລີ່ມຫຼິ້ນບານເຕະລາວພຣີເມຍລີກ ໃນປີ 2013 ກັບສະໂມ ສອນກອງທັບ ເອັຟຊີ ຈົນເຖິງປີ 2015 ຍ້າຍໄປຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ແລະ ລ້ານຊ້າງ ຢູໄນເຕັດ, ປີ 2017 ຄືນໄປຫຼິ້ນໃຫ້ກັບ ກອງທັບ ເອັຟຊີ ອີກຄັ້ງ, ປີ 2018 ໄປຫຼິ້ນໃຫ້ສະໂມສອນໃນລີກປະເທດໄທຄັ້ງທໍາອິດກັບ ອະຍຸດທະຍາ ຢູໄນເຕັດ ແລະ ທ້າຍປີ 2019 ຍ້າຍມາຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ແລະ ປີ 2020 ເປັນສ່ວນສໍາຄັນພາ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊ້ມເປບຊີ ລາວລີກ 1, ສ່ວນໃນນາມທີມຊາດ ພິທັກ ຕິດຕັ້ງແຕ່ຊຸດເຍົາວະຊົນຈົນເຖິງຊຸດໃຫຍ່ ແລະ ເປັນນັກເຕະຄວາມຫວັງຂອງທີມຊາດລາວໃນປັດຈຸບັນ.
ຂ່າວ: ຄໍາສອນ