ເປີດໂຕຊຳຊຸງ Galaxy S21 Series 5G ພ້ອມປະກາດໃຫ້ຈອງ

183

ຫາຊື້ Galaxy S21 Series 5G ໃນ ສປປ ລາວ ຢ່າງເປັນທາງການໄດ້ແລ້ວຜ່ານຕົວແທນຈຳໜ່າຍທີ່ມີທົ່ວປະເທດ ພ້ອມຮັບ Galaxy Buds ແລະ Smart Tag ຟຣີ ຕັ້ງແຕ່ມື້ນີ້ຈົນເຖິງວັນທີ 28 ມັງກອນ 2021.

ພິທີນໍາສະເໜີ ແລະ ເປີດໃຫ້ຈອງ Galaxy S21 Series 5G ໄດ້ມີຂຶ້ນໃນວັນທີ 15 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການກ່າວເປີດຂອງ ທ່ານ ນາງ ວໍລະວັນ ຕັ້ງກະມົນສະຖາພອນ ຫົວໜ້າພະແນກມືຖືຂອງບໍລິສັດ ພ້ອມດ້ວຍບັນດາລູກຄ້າຊຳຊຸງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ในภาพอาจจะมี 1 คน, กำลังยืน

ในภาพอาจจะมี 2 คน, ผู้คนกำลังเต้นรำ, ผู้คนกำลังยืน และผู้คนอยู่บนเวที

ในภาพอาจจะมี หนึ่งคนขึ้นไป

ທ່ານ ນາງ ວໍລະວັນ ຕັ້ງກະມົນສະຖາພອນ ກ່າວວ່າ: ໃນປີ 2020 ຜ່ານມາ ເປັນປີທີ່ສະຖານະການພະຍາດໂຄວິດ – 19 ລະບາດ ແລະ ໃນປີ 2021 ນີ້ ພວກເຮົາກໍບໍ່ສາມາດຄາດຄະເນສະຖານະການຂອງພະຍາດກ່າວໄດ້, ແຕ່ທາງຊຳຊຸງ ກໍມີແນວຄິດໃໝ່ໆໃນການຜະລິດ ເພື່ອຈະຕອບສະໜອງຄວາມຕ້ອງການຂອງລູກຄ້າໃນຂະນະທີ່ເຮົາໃນຍຸກ New normal ພວກເຮົາກໍຈະມີລະບົບທີ່ຮ້ອງວ່າ Eco-system ເຊິ່ງຈະເປັນລະບົບທີ່ເຊື່ອມຕໍ່ກັບອຸປະກອນຕ່າງໆໃນໂທລະສັບ Galaxy ຂອງພວກເຮົາໃຫ້ການຕິດຕໍ່ ແລະ ການເຮັດວຽກສະດວກສະບາຍງ່າຍຂຶ້ນ.

ในภาพอาจจะมี 1 คน, กำลังเต้น, กำลังยืน และอยู่บนเวที

Galaxy S21 Series 5G ຈະເຮັດໃຫ້ທ່ານມີຄວາມທັນສະໄໝ ສະດວກສະບາຍງ່າຍຂຶ້ນໃນການຖ່າຍຮູບ, ຖ່າຍວິດີໂອທີ່ມີຄວາມລະອຽດສູງ ແລະ ໃຜທີ່ໃຊ້ເຕັກໂນໂລຊີ ສະມາດໂຟນໂຕໃໝ່ຫຼ້າສຸດຈາກຊຳຊຸງກ່ອນກໍຈະໄດ້ຮັບອຸປະກອນເສີມສຸດຫຼູຫຼາອີກ 2 ລາຍການ ນັ້ນຄືຫູຟັງ Galaxy Buds ( live ສຳລັບຜູ້ຈອງ Galaxy S21+ ແລະ ລຸ້ນ Pro ສຳລັບຜູ້ຈອງ Galaxy S21 Ultra ) ແລະ ອຸປະກອນລະບຸຕຳແໜ່ງໄຮແທັກ Smart Tag ໄປຟຣີ.

ในภาพอาจจะมี 3 คน, ผู้คนกำลังเต้นรำ และผู้คนอยู่บนเวที

ในภาพอาจจะมี 1 คน, โทรศัพท์, หน้าจอ และสถานที่ในร่ม

ในภาพอาจจะมี 2 คน

ສຳລັບເຄື່ອງຊີຣີ Galaxy S21 ທີ່ເປີດຈອງຄັ້ງນີ້ມີຢູ່ 2 ລຸ້ນຄື Galaxy S21 ( Phantom Violet ສີມ່ວງ, Phantom Black ສີດຳ, Phantom Silver ສີນໍ້າເງິນ ) ແລະ Galaxy S21Ultra, Phantom Black ສີດຳ, Phantom Silver ສີນໍ້າເງິນ ເຊິ່ງເປັນການຮອງຮັບການໃຊ້ງານຜ່ານເຄືອຂ່າຍຄວາມໄວສູງລະດັບ 5G.

ในภาพอาจจะมี 1 คน, กำลังเต้น, กำลังยืน และอยู่บนเวที

ທັງນີ້, ການຈອງເພື່ອຮັບສິດຂອງແຖມຟຣີດັ່ງກ່າວ ຈຳກັດສະເພາະຜູ້ທີ່ຈອງໃນມື້ນີ້ ຈົນເຖິງວັນທີ 28 ມັງກອນ 2021 ຜ່ານຕົວແທນຈຳໜ່າຍຂອງຊຳຊຸງທົ່ວປະເທດ, ທ່ານ ນາງ ວໍລະວັນ ຕັ້ງກະມົນສະຖາພອນ ກ່າວ.