ແຂວງຈຳປາສັກ ເຂັ້ມງວດຄຸ້ມຄອງການຂົນສົ່ງ ທາງບົກ ລະຫວ່າງປະເທດປ້ອງກັນໂຄວິດ – 19

365

ແຂວງຈຳປາສັກ ອອກແຈ້ງການເລກທີ 001/ຈຂ.ຈສ ລົງວັນທີ 4 ມັງກອນ 2021 ເລື່ອງການຂົນສິນຄ້າເຂົ້າ – ອອກ ລະຫວ່າງປະເທດຜ່ານດ່ານສາກົນທາງບົກ ຢູ່ແຂວງຈຳປາສັກ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ – 19.
ຕໍ່ສະພາບການລະບາດຂອງພະຍາດໂຄວິດ – 19 ທີ່ມີຈຳນວນຜູ້ຕິດເຊື້ອຢູ່ຕ່າງປະເທດເພີ່ມຂຶ້ນຢ່າງວ່ອງໄວ, ລັດຖະບານໄດ້ອອກແຈ້ງການເລກທີ 1414/ຫສນຍ ລົງວັນທີ 23 ທັນວາ 2020 ຮຽກຮ້ອງໃຫ້ພົນລະເມືອງລາວ ແລະ ຜູ້ດຳລົງຊີວິດຢູ່ ສປປ ລາວ ເພີ່ມສະຕິລະວັງຕົວໃຫ້ສູງ ແລະ ກຳນົດມາດຕະການເຂັ້ມງວດຂຶ້ນຕື່ມໃນໄລຍະແຕ່ວັນທີ 23 ທັນວາ 2020 ຫາ ວັນທີ 31 ມັງກອນ 2021.

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຕ່າງໆ ກ່ຽວກັບມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ໃນໄລຍະຜ່ານມາ ແລະ ເພື່ອຍົກລະດັບການສະກັດກັ້ນການລະບາດຂອງພະຍາດ ແລະ ຫຼຸດຄວາມສ່ຽງຈາກການອະນຸຍາດໃຫ້ລົດຂົນສົ່ງ ສິນຄ້າຜ່ານດ່ານສາກົນເຂົ້າມາ ແຂວງຈຳປາສັກ; ເຈົ້າ ແຂວງຈຳປາສັກອອກແຈ້ງການ ດັ່ງນີ້:

ในภาพอาจจะมี เมฆ, ท้องฟ้า และสถานที่กลางแจ้ง

I. ໃຫ້ດ່ານສາກົນທາງບົກແຂວງຈຳປາສັກ ປະຕິບັດຕາມມາດຕະການເພີ່ມຕື່ມ ເພື່ອຄຸ້ມຄອງລົດຂົນສົ່ງສິນຄ້າຜ່ານດ່ານສາກົນທາງບົກເຂົ້າມາແຂວງຈຳປາສັກ ດັ່ງນີ້:

1). ລົດຂົນສົ່ງສິນຄ້າທີ່ຈະຜ່ານດ່ານສາກົນທາງບົກເຂົ້າມາແຂວງຈຳປາສັກ ຕ້ອງໄດ້ປ່ຽນຄົນຂັບທີ່ເປັນຄົນລາວ ຫຼື ຄົນຕ່າງປະເທດທີ່ປະຈຳຢູ່ ສປປ ລາວ ມີໃບອະນຸຍາດຂັບຂີ່ ແລະ ມີປະສົບການຂັບຂີ່ພາຫະນະດັ່ງກ່າວ ເພື່ອຮັບປະກັນຄວາມປອດໄພໃນເວລາຂັບຂີ່.

2). ລົດຂົນສົ່ງສິນຄ້າທີ່ຈະຜ່ານດ່ານສາກົນເຂົ້າມາ ແຂວງຈຳປາສັກ ແຕ່ບໍ່ສາມາດປ່ຽນຄົນຂັບທີ່ປະຈຳຢູ່ ສປປ ລາວ ດັ່ງກຳນົດຕາມຂໍ້ (1) ຂ້າງເທິງ ຕ້ອງໄດ້ແຈ້ງລ່ວງໜ້າຈຸດໝາຍປາຍທາງສົ່ງ ຫຼື ຮັບສິນຄ້າ, ຈຸດພັກເຊົາ ແລະ ຕ້ອງໄດ້ມີເຈົ້າໜ້າທີ່ຕິດຕາມຕະຫຼອດໄລຍະການຂົນສົ່ງສິນຄ້າຢູ່ແຂວງຈຳປາສັກ ກໍລະນີການຂົນສົ່ງສິນຄ້າຢູ່ນອກຂອບເຂດແຂວງຈຳປາສັກ ແມ່ນຕ້ອງໄດ້ຂໍອະນຸຍາດຈາກອຳນາດການປົກຄອງຂອງແຂວງທີ່ກ່ຽວຂ້ອງກ່ອນ, ຄ່າໃຊ້ຈ່າຍທີ່ເກີດຂຶ້ນຈາກການຕິດຕາມການຂົນສົ່ງສິນຄ້າຂອງເຈົ້າໜ້າທີ່ຂອງ ແຂວງຈຳປາສັກ ແມ່ນຄວາມຮັບຜິດຊອບຂອງບໍລິສັດຂົນສົ່ງສິນຄ້າ.

ไม่มีคำอธิบายรูปภาพ

3). ລົດຂົນສົ່ງສິນຄ້າ ທີ່ບໍ່ສາມາດປະຕິບັດດັ່ງກຳນົດໃນຂໍ້ທີ (1) ແລະ ຂໍ້ທີ (2) ຂ້າງເທິງ ສາມາດຂົນສົ່ງສິນຄ້າເຂົ້າມາຈອດ ແລະ ຄ່ຽນຖ່າຍສິນຄ້າຢູ່ເຂດດ່ານສາກົນທາງບົກທີ່ເຈົ້າໜ້າທີ່ກຳນົດໃຫ້ ແລ້ວກັບຄືນປະເທດຕົ້ນທາງ, ບໍ່ສາມາດຜ່ານດ່ານສາກົນທາງບົກເຂົ້າມາແຂວງຈຳປາສັກ ໄດ້.

4). ລົດຂົນສົ່ງສິນຄ້າ ທີ່ບໍ່ສາມາດປະຕິບັດດັ່ງກຳນົດໃນຂໍ້ທີ (1) ແລະ ຂໍ້ທີ (2) ຂ້າງເທິງ ສາມາດສັບປ່ຽນຫົວ ລາກ – ຫາງລາກຢູ່ເຂດດ່ານສາກົນທາງບົກທີ່ເຈົ້າໜ້າທີ່ກຳນົດໃຫ້ ແລ້ວອອກກັບຄືນປະເທດຕົ້ນທາງ.

II. ຫ້າມບໍ່ໃຫ້ລົດຂົນສົ່ງສິນຄ້າຂະໜາດນ້ອຍຂອງຕ່າງປະເທດ ( ລົດຊົງເລັງ ) ຜ່ານດ່ານສາກົນທາງບົກເຂົ້າມາຂົນສົ່ງສິນຄ້າພາຍໃນແຂວງຈຳປາສັກ.

ในภาพอาจจะมี ต้นพืช และอาหาร

III. ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ສົມທົບກັບດ່ານສາກົນທາງບົກປະຈຳແຂວງຈຳປາສັກ, ເຂດເສດຖະກິດພິເສດ, ຜູ້ພັດທະນາເຂດເສດຖະກິດພິເສດ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນປຶກສາຫາລື ແລະ ກຳນົດຈຸດຈອດພັກລົດ ແລະ ຈຸດຄ່ຽນຖ່າຍສິນຄ້າ ເພື່ອອຳນວຍຄວາມສະດວກ ແລະ ໃຫ້ບໍລິການແກ່ລົດຂົນສົ່ງສິນຄ້າ ພ້ອມທັງປຸກລະດົມການຮ່ວມໄມ້ຮ່ວມມືຈາກພາກສ່ວນກ່ຽວຂ້ອງ.

IV. ມອບໃຫ້ຄະນະສະເພາະກິດ ເພື່ອສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19ຂັ້ນແຂວງປະຕິບັດມາດຕະການ ສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ – 19 ທີ່ຄະນະສະເພາະກິດຂັ້ນສູນກາງວາງອອກຢ່າງເຂັ້ມງວດ ແລະ ແຈ້ງການສະບັບນີ້ມີຜົນສັກສິດ ແລະ ນຳໃຊ້ໄດ້ ເລີ່ມແຕ່ວັນທີ 4 ມັງກອນ 2021 ຈົນກວ່າຈະມີແຈ້ງການຍົກເລີກການຈັດຕັ້ງປະຕິບັດ ຫຼື ມີແຈ້ງການໃໝ່ປ່ຽນແທນ.