ສະໂມສອນກ໊ອຟ ອາວຸໂສລາວ ປະກາດຄະນະບໍລິການງານຊຸດໃໝ່ ພ້ອມຈັດແຂ່ງຂັນກ໊ອຟສະຫຼອງຄົບຮອບ 2 ປີ

209

ເນື່ອງໃນໂອກາດ ວັນສ້າງຕັ້ງສະໂມສອນກ໊ອຟອາວຸໂສລາວ ຄົບຮອບ 2 ປີ (5 ມັງກອນ 2019 – 5 ມັງກອນ 2021 ) ທີ່ຈະມາເຖິງນີີ້ ພ້ອມທັງເປັນສະເຫຼີມສະຫຼອງວັນປີໃໝ່ສາກົນ ປີ 2021. ສະໂມສອນກ໋ອຟ ອາວຸໂສລາວ ໄດ້ຈັດການແຂ່ງຂັນກ໊ອຟ ເພື່ອສະເຫຼີມສະຫຼອງ ແລະ ພົບປະໂອ້ລົມກັນເພື່ອສ້າງຄວາມສາມັກຄີພາຍໃນ, ພ້ອມທັງຈັດການເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ຂອງສະໂມສອນກ໋ອຟອາວຸໂສຂຶ້ນ ໃນວັນທີ 3 ມັງກອນ 2021 ທີ່ສະໜາມກ໋ອຟ ລາວຄັນທີຄຣັບ (ຫຼັກ 14).

ເຂົ້າຮ່ວມມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະໂມສອນ ກ໋ອຟອາວຸໂສ ພ້ອມດ້ວຍສະມາຊິກເຂົ້າຮ່ວມແຂ່ງຂັນທັງໝົດ 52 ທ່ານ ( ສະມາຊິກສົມບູນທັງໝົດ 76 ທ່ານ ).
ໃນພິທີດັ່ງກ່າວໄດ້ມີການເລືອກຕັ້ງ ແລະ ປະກາດຜົນການເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ ( ຊຸດທີ 2 ) ດັ່ງນີ້:

1.ທ່ານ ປອ. ຄຳຂັນ ນະພາວົງ ເປັນປະທານສະໂມສອນ ( ສະໄໝທີ 2 )
2.ທ່ານ ມັດ ສູນມາລາ ເປັນຮອງປະທານຜູ້ທີໜຶ່ງ ( ສະໄໝທີ 2 )
3.ທ່ານ ນິພາ ສະຫະພັນ ເປັນຮອງປະທານຜູ້ທີສອງ (ໃໝ່)
4.ທ່ານ ສະເຫຼີມໄຊ ທ່ຽງທຳ ເປັນເລຂາທິການ ( ສະໄໝທີ 2 )

ສ່ວນຜົນການແຂ່ງຂັນກ໊ອຟ ມິດຕະພາບ ໃນວັນທີ 3 ມັງກອນ 2021 ມີດັ່ງນີ້:
1.ລາງວັນຊະນະເລີດສາຍ ກໍ ອາຍຸ 60-64 ປີ ດຣ. ພິສິດ ພຸດສະຫວັດ
2.ລາງວັນຊະນເລີດສາຍ ຂໍ ອາຍຸ 65-69 ປີ ທ່ານ ຄຳພັນ ມາລາບັນດິດ
3.ລາງວັນຊະນະເລີດສາຍ ຄໍ ອາຍຸ 70 ປີຂຶ້ນໄປ ທ່ານ ຄຳຈັນ ສີພານທອງ

4.ລາງວັນຊະນເລີດສາຍ ງໍ ອາຍຸ 55-59 ປີ ທ່ານ ສົມສະໄໝ ວິຊຸນນະລາດ
5.ລາງວັນຊະນະເລີດສາຍ ສຸພາບສະຕີ ທ່ານ ນາງ ຂັນແກ້ວ ຫຼ້າມະນີເຫງົາ
6.ລາງວັນຕີໃກ້ຂຸມ13 ພາ 3ໄດ້ແກ່ ທ່ານ ດວງຈັນ ຈັນທະປັນຍາ
7.ລາງວັນຕີໄກໃກ້ເສັ້ນຂຸມ 6 ພາ 4ໄດ້ແກ່ ທ່ານ ນາງ ວັນດີ ບຸດທະສະວົງ

ສໍາລັບ ງານດັ່ງກ່າວໄດ້ຮັບການອຸປະຖຳຈາກພາກສ່ວນຕ່າງໆດັ່ງນີ້:
1.ສະໜາມກ໋ອຟລາວຄັນທີຄຣັບ
2.MITSUBHISI MORTOES
3.ບໍລິສັດ ເອສໂອເອ (SOA)

4.ບໍລິສັດເຊື້ອໄຟເອເຊຍ ຈຳກັດ
5.ໄອເຟີນິເຈີ
6.ໂຮງແຮມຈະເລີນໄຊ