ປານີພອນ ບຽດຊະນະ ມ.ສ ຂົວຕະພານ ຄວ້າແຊັມບານເຕະຍິງ ຢູ 15 ຊີງຂັນ ສຕລ ທີ່ແຂວງຈໍາປາສັກ

147

ທີມບານເຕະຍິງ ປານີພອນ ບຽດເອົາຊະນະ ມ.ສ ຂົວຕະພານ ໄປຫວຸດຫວິດ 1-0 ຄວ້າແຊັມບານເຕະຍິງ ຮຸ່ນອາຍຸບໍ່ເກີນ 15 ປີຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2020 ທີ່ແຂວງຈໍາປາສັກ ເມື່ອວັນທີ 3 ມັງກອນ 2021 ທີ່ຜ່ານມາ.

ລາຍການດັ່ງກ່າວມີ 8 ທີມເຂົ້າຮ່ວມແບ່ງເປັນ 2 ສາຍຄື: ສາຍ A ປານີພອນ, ເມືອງປາກຊ່ອງ, ໂຮງຮຽນນາໆຊາດ ແລະ ໂຮມຊັບ; ສ່ວນສາຍ B ເມືອງໂພນທອງ, ມ.ສ ຂົວຕະພານ, ມ.ສ ປະທຸມພອນ ແລະ ເມືອງຈໍາປາສັກ ເລີ່ມແຂ່ງຂັນນັບຕັ້ງແຕ່ວັນທີ 11 ທັນວາ 2020 ເປັນຕົ້ນມາ ຈົນມາເຖິງວັນທີ 3 ມັງກອນ 2021 ເປັນການແຂ່ງຂັນຮອບຊີງຊະນະເລີດ ລະຫວ່າງ ມ.ສ ຂົວຕະພານ ພົບກັບ ປານີພອນ.

ຮອບຊີງຊະນະເລີດປາກົດວ່າ: ປານີພອນ ເອົາຊະນະ ມ.ສ ຂົວຕະພານ ໄປຫວຸດຫວິດ 1-0 ຈາກການຍິງຂອງ ສຸກຕາວັນ ຈຳປາທອງ ນາທີ 42 ພາທີມຄວ້າແຊັມໄປຄອງ ໂດຍໄດ້ຮັບຂັນແຊັມ ພ້ອມເງິນລາງວັນ 4 ລ້ານກີບ, ອັນດັບ 2 ມສ ຂົວຕະພານ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ອັນດັບ 3 ເມືອງປາກຊ່ອງ ໄດ້ຮັບເງິນສົດ 1.500.000 ກີບ.

ສ່ວນລາງວັນອື່ນໆປະກອບມີ: ກຳມະການດີເດັ່ນ ທ່ານ ອານຸລັກ ອິນທະວົງ, ນັກກິລາດີເດັ່ນ ນາງ ຄອນສະຫວັນ ວົງຄຳແກ້ວ ຈາກ ມ.ສ ຂົວຕະພານ ແລະ ນັກເຕະຍິງປະຕູສູງສຸດ ນາງ ແປ໋ວມະນີ ແກ້ວດວງຕາ ຈາກ ເມືອງປາກຊ່ອງ ຍິງໄດ້ 10 ປະຕູ.

ນອກນັ້ນ, ແຂວງຈໍາປາສັກ ຍັງມີການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2020 ທີ່ກໍາລັງດໍາເນີນຢູ່ ໂດຍມີເຖິງ 16 ທີມເຂົ້າຮ່ວມແບ່ງເປັນ 4 ສາຍຄື:
-ສາຍ A: ເຊກອງ, ອ໊ອດລາວ ຊະນະສົມບູນ, ບາຈຽງ ແລະ ວາປີ
-ສາຍ B: ປາກຊ່ອງ, ປາກເຊ ຢູໄນເຕັດ, ເສັດຄົດ ເອັຟຊີ ແລະ ສາລະວັນ

-ສາຍ C: ຟາຍເດ, ສຸຂຸມາ, ໂພນທອງ ແລະ ໂຮມຊັບ
-ສາຍ D: ປາດ໋ອງ ເອັຟເອ, ບິກເຮົ້າ, ໂຕໂຕ້ ແລະ ສີລາເພັດ ເອັຟຊີ.
ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ