ອຸ່ນເຄື່ອງຖ້າ! ມາຮູ້ຈັກຕົວລະຄອນຫຼັກໃນຊີຣີ One Love ກ່ອນຮັບຊົມຕອນທໍາອິດພ້ອມກັນ 16ມັງກອນນີ້

257

ເຊື່ອວ່າຫຼາຍທ່ານຈະຮູ້ຈັກ ແລະ ລໍຖ້າເບິ່ງປະກົດການຊີຣີເລື່ອງນີ້ບໍ່ແມ່ນໜ້ອຍ ສໍາລັບຊີຣີ One Love ຊີຣີທີ່ນໍາສະເໜີເລື່ອງລາວຄວາມຮັກລະຫວ່າງເພດດຽວກັນ ໂດຍໄດ້ນັກສະແດງໄວໜຸ່ມທີ່ກໍາລັງມາແຮງໃນຕອນນີ້ເພື່ອຮ່ວມກັນຖ່າຍທອດອາລົມຜ່ານຕົວລະຄອນໃນເລື່ອງ, ເຊິ່ງກ່ອນທີ່ຈະໄປຮັບຊົມຕອນທໍາອິດໃນວັນທີ 16 ມັງກອນນີ້ ຜູ້ຂຽນນໍາພາທຸກທ່ານມາຟັງຄວາມຮູ້ສຶກຂອງນັກສະແດງຫຼັກໃນຊີຣີເລື່ອງນີ້ນໍາກັນກ່ອນ.

ແຕ່ກ່ອນອື່ນ ພວກເຮົາຂໍພາທຸກທ່ານມາຮູ້ຈັກເລື່ອງຫຍໍ້ຂອງຊີຣີເລື່ອງນີ້ ຈາກຜູ້ກໍາກັບຄົນເກັ່ງ ຊູໂມ້ ຈັນເທວາ ດິດທະວົງ ກັນກ່ອນ ໂດຍຊູໂມ້ໃຫ້ຮູ້ວ່າ: ຊີຣີ one love ແມ່ນຊີຣີຄວາມຮັກຂອງໄວລຸ້ນທີ່ເລົ່າເລື່ອງຂອງໄວລຸ້ນມັດທະຍົມກຸ່ມຫນື່ງທີ່ເກເລມັກແຫກກົດລະບຽບ ແລະ ບໍ່ຕັ້ງໃຈຮຽນ… ຈົນພວກເຂົາມາຮອດປາຍທາງຄືທາງໂຮງຮຽນຈະໄລ່ອອກ ແລະ ທາງຄອບຄົວຈະສົ່ງໄປຮຽນຕ່າງປະເທດ ດ້ວຍຄວາມວ່າ one love ຮັກແພງລະສະນິດກັນແຮງ ແລະ ບໍ່ຢາກແຍກຈາກກັນພວກເຂົາເລີຍປ່ຽນແປງໂຕເອງ ດ້ວຍການທີ່ຈະຕັ້ງໃຈຮຽນ ແລະຊອກຫາວິທີທາງໃຫ້ໂຕເອງຮຽນດີຂື້ນ ຈົນໄປພົບກັບນັກຮຽນເກັ່ງທີ່ສຸດໃນໂຮງຮຽນຈື່ງໄປຂໍໃຫ້ ນັກຮຽນເກັ່ງຄົນນັ້ນມາຊ່ວຍ..

ໜຶ່ງໃນນາມຫົວຫນ້າແກ້ງ one love ຈື່ງຫາວິທີທາງໃຫ້ ເດໂມ້ ນັກຮຽນເກັ່ງຊ່ວຍ ດ້ວຍການຮູ້ຄວາມລັບບາງຢ່າງຂອງເດໂມ້ ແລະ ເອົາມາຂູ່ຈົນເດໂມ້ຍອມຊ່ວຍ ແລະ ພວກເຂົາກໍ່ໃຊ້ຊີວິດໃນຮົ້ວໂຮງຮຽນ ແລະ ພະຍາຍາມປ່ຽນແປງຊີວິດ ການຮຽນ ແລະ ການປະພຶດຂອງກັນແລະກັນໃຫ້ດີຂື້ນ ກໍ່ໃຫ້ເກີດຄວາມຮູ້ສຶກດີໆໃຫ້ກັນ.

ດ້ານໜຸ່ມ ເອ້ ອິນທະວົງ ໜຶ່ງໃນນັກສະແດງຫຼັກຂອງຊີຣີເລື່ອງນີ້ ຜູ້ກ່ຽວເຜີຍວ່າ: ຕົນເອງຮັບບົດເປັນໜຶ່ງ ຫຼັງຈາກໄດ້ອ່ານບົດບາດທີ່ໄດ້ຮັບມາແມ່ນເຫັນໄດ້ເລີຍວ່າເປັນບົດທີ່ໄກຕົວຫຼາຍ ແລະຕ່າງຈາກບົດທີ່ໄດ້ຮັບຜ່ານໆມາ. ເວົ້າເຖິງຄວາມຕ່າງໃນບົດບາດຂອງໜຶ່ງ ໃນເລື່ອງແມ່ນຕ້ອງເປັນຜູ້ນໍາຂອງແກ້ງ ຈະມີຄວາມເປັນຜູ້ນໍາສູງ, ອອກແນວນັກເລງໃຈກ້າ ເຊິ່ງແຕກຕ່າງຈາກຕົວຕົນແທ້ຈິງຂອງຕົນເອງຫຼາຍ.

ມາຕໍ່ກັນທີ່ໜຸ່ມ ບັອບບີ້ ສູນດາລາ ໃຫ້ຮູ້ວ່າ: ຕົນເອງຮັບບົດເປັນເດໂມ້ ເມື່ອຮູ້ວ່າຕ້ອງໄດ້ມາສະແດງຊີຣີເລື່ອງນີ້ແມ່ນຮູ້ສຶກຕື່ນເຕັ້ນຫຼາຍ ເພາະບໍ່ເຄີຍຜ່ານການສະແດງມາກ່ອນ ເຄີຍເຮັດພຽງຖ່າຍໂຄສະນາ. ຂໍເລົ່າຢ້ອນຄືນເຖິງມື້ທີ່ເຂົ້າມາຄັດຕົວນັກສະແດງ ຍອມຮັບເລີຍວ່າກົດດັນຫຼາຍ ແຕ່ກໍ່ພະຍາຍາມເຮັດເຕັມທີ່ຈົນຜ່ານເຂົ້າມາໄດ້ຮັບບົດດັ່ງກ່າວ. ສໍາລັບບົດທີ່ໄດ້ຮັບ ຫຼັງຈາກໄດ້ອ່ານບົດເຮັດໃຫ້ຕົນເອງເຂີນອາຍຫຼາຍ ແຕ່ເມື່ອໄດ້ເຂົ້າມາຮູ້ຈັກ ແລະ ຄຸ້ນເຄີຍກັບທຸກຄົນກໍ່ເຮັດໃຫ້ຜ່ອນຄາຍລົງ ແລະກ້າທີ່ຈະເຮັດກ້າທີ່ຈະສະແດງ ອີກທັງບົດທີ່ໄດ້ຮັບແມ່ນເອີ້ນໄດ້ວ່າເກືອບກົງກັນຂ້າມກັບຕົວຕົນທີ່ແທ້ຈິງເລີຍ ແຕ່ກໍ່ຍັງມີສ່ວນທີ່ຄ້າຍຄືກໍ່ຄື ເປັນຄົນຂີ້ອາຍ ເປັນຄົນບໍ່ຍອມແພ້ໃຜງ່າຍໆ.

ຟັງອີກສຽງຈາກໜຸ່ມ ເບີດີ້ ອິນທະລັງສີ ເຜີຍວ່າ: ໃນຊີຣີແມ່ນຮັບບົດເປັນເມກ ເຊິ່ງເປັນບຸກຄົນທີ່ມີຄວາມຄິດຢູ່ໃນຫົວຕະຫຼອດເວລາ, ເປັນຄົນທີ່ປາກບໍ່ກົງກັບໃຈ, ເກັບຄວາມຮູ້ສຶກເກັ່ງບໍ່ເຄີຍເອີ່ຍປາກບອກໃຜວ່າຮູ້ສຶກຫຍັງຢູ່.

ຂໍປິດທ້າຍດ້ວຍສາວນ້ອຍສຸດໜ້າຮັກຄົນນີ້ ແຮ່ນນ້າ ໂຣເຊັ້ນບູ້ມ ຮັບບົດເປັນແມວ ໃນຊີຣີເລື່ອງນີ້ ແຮນນ້າບອກວ່າ: ບົດຂອງແມວແມ່ນຈະເປັນແມ່ຍິງຫ້າວໆ ມັກເກັບຄວາມຮູ້ສຶກຂອງຕົນເອງ ບໍ່ກ້າສະແດງມຸມອ່ອນແອຂອງໂຕເອງອອກມາ. ຍອມຮັບເລີຍວ່າມັນເປັນບົດທີ່ຍາກ ເພາະບໍ່ເຄີຍຮັບບົດທີ່ຕ້ອງມາເຮັດໂຕເກັກທ່າຄືຜູ້ຊາຍ ຕ້ອງພະຍາຍາມສະແດງອອອກມາໃຫ້ຜູ້ຊົມຮັບຮູ້ໄດ້ວ່າເຮົາເປັນຜູ້ຍິງຫ້າວບໍ່ແມ່ນສາຍຫວານ ອີກທັງການໃຊ້ຄວາມຮຸຮແຮງທີ່ມີແມວບຸກເຕັມທີ່. ແນວໃດກໍ່ຕາມ ຢາກໃຫ້ທຸກຄົນຕິດຕາມຊີຣີເລື່ອງນີ້ ເພາະຈະໄດ້ເຫັນແຮນນ້າມາຮັບບົດທີ່ແຕກຕ່າງອອກໄປຈາກທີ່ເຄີຍເຫັນມາໃນຜົນງານການສະແດງອື່ນໆ.

ຂອບໃຈຂໍ້ມູນ ແລະ ພາບຈາກ: Tara Academy Agency Laos