ການສົ່ງອອກເຫຼັກເສັ້ນ ມີທ່າກ້າວ 11 ເດືອນບັນລຸ 3 ພັນກວ່າໂຕນ ປີ 2019 ຜ່ານມາ

224

ສປປ ລາວ ເລີ່ມມີການສົ່ງອອກເຫຼັກເສັ້ນ ລວມມູນຄ່າ 8 ແສນກວ່າໂດລາ ແລະ ພາຍໃນ 11 ເດືອນປີ 2020 ໄດ້ສົ່ງອອກ 3.118 ໂຕນ ມີມູນຄ່າ 1,3 ລ້ານໂດລາ.

ອີງຕາມເວັບໄຊຂໍ້ມູນ – ຂ່າວສານທາງການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ ( ອຄ ) ລາຍງານໂດຍອີງຕາມບົດລາຍງານການພັດທະນາອຸດສາຫະກໍາຂອງ ສປປ ລາວ ປະຈໍາປີ 2017 ຂອງກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຄ, ໃນຕາຕະລາງ 6 ຈໍານວນ ໂຮງງານແລະ ເງິນລົງທຶນ ແບ່ງຕາມປະເພດອຸດສາຫະກໍາ ໄດ້ສະແດງໃຫ້ເຫັນວ່າມີຈໍານວນໂຮງງານ 26 ແຫ່ງ ທີ່ຜະລິດເຫຼັກເສັ້ນ, ເຫຼັກຫຼອມ ແລະ ທາດເຫຼັກອື່ນໆ ທີ່ສ່ວນຫຼາຍແມ່ນເພື່ອຮັບໃຊ້ຕາມຄວາມຕ້ອງການພາຍໃນເທົ່ານັ້ນ ເຊິ່ງມີພຽງບໍ່ທໍ່ໃດໂຮງງານທີ່ມີຄວາມອາດສາມາດໃນການສົ່ງອອກສິນຄ້າປະເພດເຫຼັກ ແລະ ເຫຼັກເສັ້ນ. ນອກຈາກນັ້ນ, ຂໍ້ມູນຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຄ ໄດ້ໃຫ້ຮູ້ເພີ່ມຕື່ມກ່ຽວກັບການສົ່ງອອກປະເພດເຫຼັກເສັ້ນຂອງປີ 2019 ມີມູນຄ່າ 898.275 ໂດລາ ຫຼື ຄິດເປັນຈໍານວນ 2.242 ໂຕນ ແລະ 11 ເດືອນຂອງປີ 2020 ແມ່ນມີຈໍານວນ 3.118 ໂຕນ ມີມູນຄ່າ 1.332.845 ໂດລາ.

ຕາມສະຖິຕິຂອງປີ 2018 ຈາກກຸ່ມຜູ້ຜະລິດເຫຼັກເສັ້ນ ໄດ້ລາຍງານວ່າຈໍານວນໂຮງງານຜະລິດເຫຼັກເສັ້ນທັງຂະໜາດໃຫຍ່ ແລະ ຂະໜາດນ້ອຍ ທັງໝົດຂອງ ສປປ ລາວ ແມ່ນມີຫຼາຍກວ່າ 10 ແຫ່ງ, ສ່ວນຫຼາຍແມ່ນໄດ້ຮັບການຢັ້ງຢືນມາດຕະຖານແຫ່ງຊາດລາວ ແລະ ໃບຮັບຮອງ ISO 9001 – 2015. ໃນນັ້ນ, ຄວາມອາດສາມາດໃນການຜະລິດເຫຼັກເສັ້ນໄດ້ແບ່ງອອກ ດັ່ງນີ້: ປະເພດເຫຼັກເສັ້ນກົມກ້ຽງ ຂະໜາດ 8 – 12 ມິນລີແມັດ ແລະ ເຫຼັກເສັ້ນຂໍ້ອ້ອຍ ຂະໜາດ 10 – 20 ມິນລີແມັດ ແລະ ທັງ 2 ປະເພດດັ່ງກ່າວ ແມ່ນມີກໍາລັງຜະລິດ 300.000 – 500.000 ໂຕນຕໍ່ປີ.

ຫຼ້າສຸດ, ໃນວັນທີ 20 ພະຈິກ 2020 ຜ່ານມາ ທີ່ດ່ານສາກົນໜອງນົກຂຽນ ແຂວງຈໍາປາສັກ ( ຊາຍແດນລາວ – ກໍາປູເຈຍ ) ໄດ້ມີການສົ່ງອອກຜະລິດຕະພັນເຫຼັກເສັ້ນຂອງ ສປປ ລາວ ໄປຮອດນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ໃນຈໍານວນ 300 ໂຕນ, ເຫຼັກເສັ້ນດັ່ງກ່າວເປັນຜະລິດຕະພັນເຫຼັກປ້ອງອ້ອຍ ຂະໜາດ 25 ມິນລີແມັດ ທີ່ໄດ້ຜ່ານມາດຕະຖານແຫ່ງຊາດລາວ SR24 SD30 SD40 ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການຢັ້ງຢືນມາດຕະຖານ ISO 9001:2015.

ການສົ່ງອອກດັ່ງກ່າວ ໂດຍການຮ່ວມມືລະຫວ່າງ 2 ບໍລິສັດ ຄື: ບໍລິສັດເຫຼັກເສັ້ນຄຸນເຜີງ – ວຽງຈັນ ຈໍາກັດ ແລະ ບໍລິສັດ ຄູນຄໍາ ອຸດສາຫະກໍາເຫຼັກ ຈໍາກັດ ປັດຈຸບັນໂຮງງານດັ່ງກ່າວມີກໍາລັງແຮງໃນການຜະລິດ 300.000 ໂຕນຕໍ່ປີ ແລະ ມີຕົວແທນຈໍາໜ່າຍທົ່ວປະເທດ.