ຂ່າວດີມື້ນີ້! ຜູ້ຕິດເຊື້ອໂຄວິດ-19 ນໍ້າເບີ 31 ແລະ 32 ຈະໄດ້ອອກໂຮງໝໍມື້ນີ້ ຫຼັງກວດຫາເຊື້ອຄືນບໍ່ພົບ 2ຄັ້ງຕິດຕໍ່ກັນ

89

ລາຍງານສະພາບການລະບາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 8 ທັນວາ 2020 ແມ່ນບໍ່ພົບຜູ້ຕິດເຊື້ອເພີ່ມ, ສ່ວນຄົນຕິດເຊື້ອເກົ່າຍັງຕ້ອງສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບ ເຊິ່ງທຸກຄົນມີອາການເບົາບາງ ຂະນະດຽວກັນກໍ່ມີຂ່າວດີ ຜູ້ຕິດເຊື້ອນໍ້າເບີ 31 ແລະ 32 ຈະໄດ້ອອກໂຮງໝໍໃນມື້ນີ້ ຫຼັງກວດຫາເຊື້ອຄືນ 2ຄັ້ງ ບໍ່ພົບເຊື້ອໂຄວິດ-19ແລ້ວ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 8 ທັນວາ 2020 ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 7 ທັນວາ 2020.

ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ, ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.207 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ສໍາລັບການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ, ໃນວັນທີ 7 ທັນວາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 646 ຄົນ, ໃນນັ້ນ ມີ 5 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ; 122 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; 274 ຕົວຢ່າງຈາກແຮງງານລາວມາແຕ່ໄທ; ແຮງງານຈີນ 117 ຕົວຢ່າງ; ແຮງງານຫວຽດນາມ 123 ຕົວຢ່າງ; ຜູ້ຕິດເຊື້ອນ້ຳເບີ 34, 35, 37, 38 ແລະ 39 ມາກວດຄືນທັງໝົດ 5 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 07 ທັນວາ 2020 ບໍ່ພົບຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 07 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 82,824 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ ຜູ້ຕິດເຊື້ອນ້ຳເບີ 31 ແລະ 32 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ພວກກ່ຽວຈະໄດ້ອອກໂຮງໝໍມື້ນີ້ ແລະ ຈະສືບຕໍ່ຕິດຕາມອາການຕົນເອງຢູ່ເຮືອນຈົນຄົບ 14 ວັນ; ສຳລັບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຈຳນວນ 13 ຄົນ ແມ່ນຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ, ທຸກຄົນແມ່ນມີອາການເບົາບາງ.