ອີກບາດກ້າວຂອງ ສອນໄຊ ຈາກນັກກີລາສູ່ການເປັນຄູຝຶກ ຫຼ້າສຸດພາສະໂມສອນ ລ້ານຊ້າງ ຄອງແຊັມ

152

ເປັນອີກນັກກີລາທີ່ເຄີຍສ້າງຜົນງານຢ່າງໂດດເດັ່ນ ກ່ອນກ້າວຂຶ້ນມາເປັນຄູຝຶກກໍປະສົບຜົນສໍາເລັດ ສໍາລັບ ສອນໄຊ ມັງເຄືອ ອະດີດນັກກີລາເທຄວັນໂດທີມຊາດລາວ ເຈົ້າຂອງຫຼຽນຄໍາໃນຊີເກມ 2011 ຄັ້ງທີ 26 ທີ່ປະເທດອິນໂດເນເຊຍ ຫຼ້າສຸດໃນທ້າຍເດືອນພະຈິກ ທີ່ຜ່ານມາ ພາສະໂມສອນເທຄວັນໂດ ລ້ານຊ້າງ ຄອງແຊັມການແຂ່ງຂັນເທຄວັນໂດ ທົ່ວປະເທດ ຊີງຂັນປະທານສະຫະພັນເທຄວັນໂດ ປະຈໍາປີ 2020.

ການແຂ່ງຂັນເທຄວັນໂດ ທົ່ວປະເທດ ຊີງຂັນປະທານສະຫະພັນເທຄວັນໂດ ປະຈໍາປີ 2020 ຈັດຂຶ້ນລະຫວ່າງວັນທີ 28-29 ພະຈິກ 2020 ທີ່ເດີ່ນບູຢອງ ( ດົງໂດກ ) ມີການແຂ່ງຂັນທັງປະເພດຕໍ່ສູ້ ແລະ ປະເພດຟ້ອນ ມີການຊີງໄຊຫຼາຍກວ່າ 70 ຫຼຽນຄໍາ.

ສອນໄຊ ຮັບບົດບາດໃນການເປັນຄູຝຶກຂອງ ສະໂມສອນ ລ້ານຊ້າງ ສົ່ງນັກກີລາເຂົ້າຮ່ວມ 20 ກວ່າຄົນ ຜ່ານການແຂ່ງຂັນປາກົດວ່າ: ນັກກີລາຂອງ ສະໂມສອນ ລ້ານຊ້າງ ສ້າງຜົນງານໂດດເດັ່ນກວາດໄປເຖິງ 16 ຫຼຽນຄໍາ, 9 ຫຼຽນເງິນ ແລະ 7 ຫຼຽນທອງ ກາຍເປັນຜົນງານທີ່ດີທີ່ສຸດຂອງລາຍການຄວ້າຂັນແຊັມລາງວັນລວມໄປຄອງ ແລະ ເປັນແຊັມສະໄໝທີ 8 ຂອງສະໂມສອນ ລ້ານຊ້າງ ໃນລາຍການທົ່ວປະເທດ ໂດຍຜົນງານດີກວ່າ ອັນດັບ 2 ສະໂມສອນ ຕະວັນ 10 ຫຼຽນຄໍາ, 6 ຫຼຽນເງິນ ແລະ 12 ຫຼຽນທອງ ແລະ ອັນດັບ 3 ສະໂມສອນ ເສືອນ້ອຍ 8 ຫຼຽນຄໍາ, 4 ຫຼຽນເງິນ ແລະ 10 ຫຼຽນທອງ.

ຫຼ້າສຸດ ສອນໄຊ ເປີດເຜີຍວ່າ: ສໍາລັບ ນ້ອງແມ່ນເລີ່ມເຂົ້າສູ່ບົດບາດການເປັນຄູຝຶກເທຄວັນໂດ ໃຫ້ກັບ ສະໂມສອນ ລ້ານຊ້າງ ມາໄດ້ 2 ປີແລ້ວ ແລະ ໄດ້ສອນນັກກີລາແຕ່ວັນຈັນ-ວັນສຸກ ເລີ່ມແຕ່ເວລາ 18:00-19:00 ໂມງ ເຊິ່ງລາຍການທົ່ວປະເທດປະຈໍາປີ 2020 ແມ່ນພວກເຮົາເຮັດໄດ້ຕາມເປົ້າຄືສາມາດຍາດໄດ້ລາງວັນເກືອບທຸກໆຮຸ່ນ ແລະ ສາມາດພາສະໂມສອນຄອງແຊັມໄດ້ອີກສະໄໝ.

“ ແນ່ນອນວ່າ ພວກເຮົາພໍໃຈເປັນທີ່ສຸດ ທີ່ນັກກີລາເອົາໃຈໃສ່ຝຶກຊ້ອມ ແລະ ແຂ່ງຂັນໄດ້ດີຈົນສາມາດຍາດໄດ້ຫຼຽນລາງວັນ ໃນຫຼາຍຮຸ່ນ ຈົນສາມາດຍາດໄດ້ຂັນແຊັມລາງວັນລວມປະຈໍາການແຂ່ງຂັນ ເຊິ່ງພວກເຮົາກໍໄດ້ປະສົບການຫຼາຍຈາກລາຍການນີ້ ເພື່ອໄປປັບປຸງ ແລະ ໄດ້ຮຽນຮູ້ຫຼາຍໆຢ່າງ ລວມທັງໄດ້ມີເວທີການແຂ່ງຂັນເລື້ອຍໆ ” ສອນໄຊ ກ່າວ.

ສຳລັບ ທ້າວ ສອນໄຊ ມັງເຄືອ ປັດຈຸບັນອາຍຸ 27 ປີ ຕິດທີມຊາດເທຄວັນໂດລາວ ຕັ້ງແຕ່ປີ 2010 ຄວ້າ ໄດ້ຫຼຽນເງິນ ໃນການແຂ່ງຂັນຊີງແຊມ ອາຊຽນ ລຸ້ນນໍ້າໜັກ 63 ກິໂລກຣາມ ທີ່ປະເທດກຳປູເຈຍ, ຄວ້າ ຫຼຽນຄຳ ໃນການແຂ່ງຂັນກີລາຊີເກມ ຄັ້ງທີ 26 ໃນລຸ້ນນໍ້າໜັກ 63 ກິໂລກຣາມ ທີ່ປະເທດອິນໂດເນເຊຍ ໃນປີ 2016 ແລະ ຄວ້າຫຼຽນຄຳ ໃນການແຂ່ງຂັນກີລາມະຫາວິທະຍາໄລ ອາຊຽນ 2012 ລຸ້ນນໍ້າໜັກ 63 ກິໂລກຣາມ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ.

ນອກນັ້ນ, ສອນໄຊ ຍັງຄວ້າຫຼຽນເງິນ ໃນການແຂ່ງຂັນຊິງແຊັມອາຊຽນ ປີ 2013 ລຸ້ນນໍ້າໜັກ 63 ກິໂລກຣາມ ທີ່ປະເທດມຽນມາ, ຄວ້າຫຼຽນທອງ ໃນການແຂ່ງຂັນຊິງແຊມອາຊຽນ ປີ 2015 ລຸ້ນ ນໍ້າໜັກ 74 ກິໂລກຣາມ ທີ່ ສສ ຫວຽດນາມ ແລະ ຄວ້າຫຼຽນທອງ ໃນການແຂ່ງຂັນ ເທຄວັນໂດ ຊີງແຊັມ ອາຊຽນ ຄັ້ງທີ 13 ທີ່ປິນັງ ປະເທດມາເລເຊຍ ຫຼື ASEAN TAEKWONDO CHAMPIONSHIP ໃນປີ 2015.