ການນຳເມືອງນອງ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງນ້ຳປະປາຊຸມຊົນ

74

ເມື່ອມໍ່ໆມານີ້ ການນຳເມືອງນອງ ເຊິ່ງນຳໂດຍ ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງນອງ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາເບິ່ງ ຄວາມຄືບໜ້າໂຄງການກໍ່ສ້າງນ້ຳປະປາຊຸມຊົນ 7 ບ້ານ ພາຍໃນເມືອງ.

ທ່ານ ກອນປະເສີດ ໄຊມຸງຄຸນ ທີ່ປຶກສາປະຈຳພາກສະໜາມຂອງໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງນ້ຳປະປາຊຸມຊົນຢູ່ເມືອງນອງ ແມ່ນໄດ້ລົງມືປະຕິບັດໜ້າວຽກຕົວຈິງໃນວັນທີ 1 ເມສາ 2020 ເປັນຕົ້ນມາ ເຊິ່ງມາຮອດປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍສົມຄວນ.

ໂຄງການລວມມີ 2 ສັນຍາ, ໃນນີ້ສັນຍາທີ 1 ມີ 6 ບ້ານ ຄື: ບ້ານຫີນສະຫວ່າງ ເຊິ່ງໜ້າວຽກແມ່ນຈົກດິນ, ວາງທໍ່ ແລະ ຕິດຕັ້ງກົງເຕີເຂົ້າເຮືອນ ປະຕິບັດໄດ້ 61,16%; ວຽກກໍ່ສ້າງ, ອ່າງນໍ້າຂະໜາດ 25 ແມັດກ້ອນ ປະຕິບັດໄດ້ 28,39%, ວຽກໄຟຟ້າຕັ້ງເສົາ ແລະ ດຶງຕາຂ່າຍສຳເລັດ 100%; ບ້ານດົງນາສານ ປະກອບມີວຽກຈົກດິນ, ວາງທໍ່ ແລະ ຕິດຕັ້ງກົງເຕີນ້ຳປະຕິບັດໄດ້ 71,40%, ວຽກກໍ່ສ້າງອ່າງຂະໜາດ 25 ແມັດກ້ອນ ປະຕິບັດໄດ້ 25%, ວຽກໄຟຟ້າຕັ້ງເສົາ ແລະ ດຶງຕາຂ່າຍສຳເລັດ 100%.

ບ້ານສະດິ ວຽກວາງທໍ່ ແລະ ຕິດຕັ້ງກົງເຕີນ້ຳເຂົ້າເຮືອນປະຊາຊົນ ປະຕິບັດໄດ້ 78,20%, ວຽກໄຟຟ້າຕັ້ງເສົາ ແລະ ດຶງຕາຂ່າຍສຳເລັດ 100%, ບ້ານປູນຍາງ ວຽກວາງທໍ່ ແລະ ຕິດຕັ້ງກົງເຕີເຂົ້າເຮືອນ ບັນລຸ 78,20%, ວຽກກໍ່ສ້າງອ່າງຂະໜາດ 25 ແມັດກ້ອນ ປະຕິບັດໄດ້ 29,10%, ວຽກໄຟຟ້າຕັ້ງເສົາ ແລະ ດຶງຕາຂ່າຍ ສຳເລັດ 100%, ບ້ານປູນຕົງ ວຽກວາງທໍ່ ແລະ ຕິດຕັ້ງກົງເຕີເຂົ້າເຮືອນ ປະຕິບັດໄດ້ 74,32%, ວຽກກໍ່ສ້າງອ່າງຂະໜາດ 25 ແມັດກ້ອນ ບັນລຸໄດ້ 81,50%, ວຽກໄຟຟ້າຕັ້ງເສົາ ແລະ ດຶງຕາຂ່າຍສຳເລັດ 100%, ບ້ານປູນຊີເຢີງ ວຽກວາງທໍ່ ແລະ ຕິດຕັ້ງກົງເຕີເຂົ້າເຮືອນ ແມ່ນຍັງບໍ່ທັນໄດ້  ປະຕິບັດ ເນື່ອງຈາກສະພາບເສັ້ນທາງຍັງບໍ່ສາມາດເຂົ້າເຖິງໄດ້, ວຽກກໍ່ສ້າງອ່າງ ຂະໜາດ 25 ແມັດກ້ອນ ປະຕິບັດໄດ້ 21,32%, ວຽກໄຟຟ້າຕັ້ງເສົາ ແລະ ດຶງຕາຂ່າຍສຳເລັດ 100%. ນອກນັ້ນ, ກໍໄດ້ສຳເລັດການເຈາະສ້າງບາດານໃຫ້ບ້ານລະ 2 ບໍ່ ລວມທັງໝົດ 12 ບໍ່ ລວມມູນຄ່າກໍ່ສ້າງທັງໝົດແມ່ນ 5,2 ຕື້ກວ່າກີບ.

ສ່ວນສັນຍາທີ 2 ມີ 1 ບ້ານຄື ບ້ານນອງວິໄລ ທີ່ນອນໃນເຂດເທສະບານເມືອງນອງ ປະ  ກອບມີໜ້າວຽກ ຄື: ກໍ່ສ້າງຫ້ອງການນ້ຳປະປາ 1 ຫຼັງ ສຳເລັດ 44,42%, ເຈາະບາດານ 5 ບໍ່ ສຳເລັດ 100%, ວຽກງານວາງທໍ່ ແລະ ກົງເຕີເຂົ້າເຮືອນ ປະຕິບັດໄດ້ 20,30%, ກໍ່ສ້າງອ່າງນ້ຳຂະໜາດ 150 ແມັດກ້ອນ ປະຕິບັດໄດ້ 25,39% ມີມູນຄ່າການກໍ່ສ້າງ 4,37 ຕື້ກວ່າກີບ ລວມມູນຄ່າໃນ 2 ສັນຍາ ແມ່ນ 9,52 ຕື້ກວ່າກີບ ໂດຍເປັນທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບ ໂດຍຜ່ານທະນາຄານ kfw ເປັນຜູ້ບໍລິຫານ ແລະ ມີທຶນສົມທົບຂອງລັດຖະບານລາວ 15% ໂດຍແມ່ນບໍລິສັດໜູຄຳ ເປັນຜູ້ຮັບເໝົາກໍ່ສ້າງ ຄາດວ່າການກໍ່ສ້າງໂຄງການດັ່ງກ່າວນີ້ ຈະໃຫ້ສຳເລັດໃນທ້າຍເດືອນພຶດສະພາ 2021 ນີ້.