ແຂວງຫົວພັນ ຍ້ອງຍໍ ທີມບານເຕະຊາຍ ທີ່ສ້າງປະຫວັດສາດເຂົ້າຮອບ 8 ທີມບານເຕະທົ່ວປະເທດ

128

ຄະນະນໍາແຂວງຫົວພັນ ຈັດພິທີຍ້ອງຍໍ ຄະນະຄູຝຶກ ແລະ ນັກເຕະ ທີມບານເຕະຊາຍແຂວງຫົວພັນ ທີ່ສ້າງປະຫວັດສາດຜ່ານເຂົ້າເຖິງ 8 ທີມທີມສຸດທ້າຍໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮອບຕ້ອນວັນຊາດທີ 2 ທັນວາ ລະຫວ່າງວັນທີ 6-21 ພະຈິກ ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ.

ທີມບານເຕະຊາຍ ແຂວງຫົວພັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໃນຮອບແບ່ງກຸ່ມສາຍ ງ ນັດທໍາອິດເສຍໃຫ້ ແຂວງສະຫວັນນະເຂດ 1-3 ປະຕູ, ນັດທີ 2 ຊະນະ ບໍ່ແກ້ວ 3-2 ປະຕູ ແລະ ນັດທີ 3 ສະ ເໝີ ບໍລິຄຳໄຊ 0-0 ປະຕູ ເຮັດໃຫ້ ແຂວງຫົວພັນ ມີ 4 ຄະແນນ ເທົ່າກັບ ບໍລິຄຳໄຊ ແຕ່ລູກໄດ້ເສຍ ແຂວງຫົວພັນ ດີກ່ອນສາມາດຜ່ານເຂົ້າຮອບ 8 ທີມສຸດທ້າຍ ໄປພົບກັບ ຈຳປາສັກ ກ່ອນເສຍໄປ 0-5 ຢຸດທີ່ຮອບ 8 ທີມ.

ຫຼ້າສຸດ ໃນທ້າຍອາທິດທີ່ຜ່ານມາ ແຂວງຫົວພັນ ໄດ້ຈັດພິທີສະຫຼຸບ ແລະ ຍ້ອງຍໍ ທີມນັກກິລາບານເຕະຊາຍ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພອນສຸກ ອິນທະວົງ ຄະນະປະຈຳພັກແຂວງ, ທ່ານ ມົນທອງ ລຽນຕິຄຸນ ກຳມະການພັກແຂວງ ຫົວໜ້າ ພະແນກສຶກສາທິການ ແລະ ກີລາແຂວງ; ມີຫົວໜ້າ, ຄະນະ ພະແນກການອ້ອມຂ້າງແຂວງ, ປະທານສະຫະພັນບານເຕະແຂວງ, ຄະນະນຳ, ຄູຝຶກ, ນັກກິລາ, ບັນດາບໍລິສັດ ຫ້າງຮ້ານ, ຜູ້ທີ່ໃຫ້ການອຸປະຖຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ໂອກາດດັ່ງກ່າວ ທ່ານ ເຄນທານູ ພຸດທະວົງສາ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກີລາແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ຂອງການກະກຽມ ກ່ອນກ່າວວ່າແນວໃດກໍຕາມສຳລັບທີມແຂວງຫົວພັນ ໃນຊຸດນີ້ອີງໃສ່ການຝຶກຊ້ອມທີ່ໃຊ້ເວລາໜ້ອຍ, ງົບປະມານມີຄວາມຈຳກັດ, ນັກກີລາບໍ່ທັນມີປະສົບການ, ຄູຝຶກບໍ່ທັນມີປະສົບການເຂົ້າຮ່ວມງານໃຫຍ່ໆແບບນີ້ ອີກຢ່າງໜຶ່ງກໍໄດ້ຄັກເລືອກເອົານັກກີລາຢູ່ພາຍໃນແຂວງຫົວພັນ ໂດຍແມ່ນລູກຫຼານຄົນແຂວງຫົວພັນ ແທ້ໆ 100% ຖືວ່າເປັນທີ່ເພິ່ງພໍໃຈ ແລະ ພູມໃຈທີ່ສຸດສຳລັບພໍ່ແມ່ພີ່ນ້ອງຊາວແຂວງຫົວພັນ ເຊິ່ງມັນຈະໄດ້ສ້າງເປັນປະຫວັດສາດໃຫ້ແກ່ ວົງການບານເຕະ ແຂວງຫົວພັນ ທີ່ສາມາດຜ່ານເຂົ້າຮອບ 8 ທີມສຸດທ້າຍໃນງານແຂ່ງຂັນລະດັບຊາດເກືອບຄົບຮອບ 20 ປີ ໃນໄລຍະຜ່ານ ກໍ່ເຄີຍໄດ້ເຂົ້າຮອບ 8 ທີມສຸດທ້າຍໃນງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 7 ທີ່ແຂວງສະຫວັນນະເຂດ ນັບມາເປັນເວລາ 15 ປີເຕັມ.

ທ່ານກ່າວອີກວ່າ: ໄລຍະເວລາການກະກຽມ ແລະ ເຂົ້າຮ່ວມແຂ່ງຂັນກໍໄດ້ມີການນຳແຂວງ, ບັນດາບໍລິສັດ, ຫ້າງຮ້ານ ພໍ່ແມ່ປະຊາຊົນ ທີ່ຢູ່ພາຍໃນແຂວງ ແລະ ຕ່າງແຂວງທີ່ເປັນຄົນແຂວງຫົວພັນ ໄດ້ປຸກລະດົມກັນມາປະກອບວັດຖຸປັດໃຈອຸປະຖຳແກ່ທີມນັກກີລາໃນຄັ້ງນີ້ລວມມູນຄ່າທັງໝົດມາຮອດປັດຈຸບັນແມ່ນ 50 ລ້ານກ່ວາກີບ.

ໂອກາດດຽວກັນ ກໍໄດ້ມີພິທີມອບໃບຍ້ອງຍໍຂອງ ທ່ານເຈົ້າແຂວງຫົວພັນ ໃຫ້ແກ່ຄະນະນຳ, ຄູຝຶກ ແລະ ນັກກີລາ ແລະ ມອບໃບຊົມເຊີຍໃຫ້ແກ່ຜູ້ອຸປະຖຳ ຢ່າງສົມກຽດ ເປັນກຽດມອບໂດຍ ທ່ານ ພອນສຸກ ອິນທະວົງ ຄະນະປະຈຳພັກແຂວງ.
ຂ່າວ-ຮູບຈາກ: ພະແນກສຶກສາທິການ ແລະ ກີລາແຂວງຫົວພັນ