ກຸ່ມອາການສູນເສຍຄວາມຊົງຈໍາຊົ່ວຄາວ ຫຼື TGA

107

TGA ( Transient Global Amnesia ) ເປັນການສູນເສຍຄວາມຊົງຈໍາຊົ່ວຄາວທີ່ເກີດຂຶ້ນຢ່າງກະທັນຫັນ ຄົນເຈັບອາດຈະບໍ່ສາມາດຈື່ຈໍາເລື່ອງລາວທີ່ຫາກໍເກີດຂຶ້ນໄດ້ ເຮັດໃຫ້ສັບສົນໃນເລື່ອງສະຖານທີ່ ແລະ ເວລາ ເຊັ່ນ: ບໍ່ຮູ້ວ່າຕົວເອງຢູ່ໃສ ຫຼື ມາຢູ່ໃນສະຖານທີ່ດັ່ງກ່າວໄດ້ແນວໃດ?.

ອາການເລີ່ມຕົ້ນແມ່ນເກີດມີຄວາມຮູ້ສຶກກັງວົນ ແລະ ອາດຈະສົ່ງຜົນຕໍ່ການດໍາລົງຊີວິດປະຈໍາວັນໄດ້. ແນວໃດກໍຕາມ, ອາການດັ່ງກ່າວແມ່ນຈະມັກເກີດຂຶ້ນຢູ່ຕະຫຼອດ ແລະ ບໍ່ອັນຕະລາຍ ສ່ວນໃຫຍ່ແລ້ວ ຄວາມຊົງຈໍາມັກຈະກັບມາພາຍໃນເວລາ 24 ຊົ່ວໂມງ.

ອາການຂອງກຸ່ມນີ້ແມ່ນຄົນເຈັບຈະຍັງຈື່ຕົນເອງໄດ້ວ່າຕົນເອງແມ່ນໃຜ ແຕ່ຈະບໍ່ຈື່ເລື່ອງລາວທີ່ຫາກໍເກີດຂຶ້ນໄດ້ ໂດຍເຮົາຈະສັງເກດເຫັນໄດ້ດັ່ງນີ້:

-ຄົນເຈັບຈະລືມຄວາມຊົງຈໍາໃນໄລຍະທີ່ເກີດອາການດັ່ງກ່າວ ແລະ ຈະເຊົາໄປເອງໃນໄລຍະເວລາ 24 ຊົ່ວໂມງ.

-ຄົນເຈັບມີຄວາມຄິດ ຫຼື ຄວາມເຂົ້າໃຈໃນສິ່ງຕ່າງໆຢ່າງປົກກະຕິ ເຊັ່ນ: ຈື່ຊື່ຄົນທີ່ຄຸ້ນເຄີຍ, ສາມາດປະຕິບັດຕາມຄໍາແນະນໍາໄດ້ງ່າຍໆ ແລະ ສາມາດຈື່ເອກະລັກຂອງຕົນເອງໄດ້.

-ສາມາດຮູ້ໄດ້ວ່າຕົນມີອາການດັ່ງກ່າວຈາກຄົນອ້ອມຂ້າງ.

-ອາການທີ່ເກີດຂຶ້ນຈະບໍ່ເຮັດໃຫ້ເກີດຜົນກະທົນຕໍ່ລະບົບປະສາດ ຫຼື ເປັນບ້າໝູ.

-ຄົນເຈັນບໍ່ມີປະຫວັດໄດ້ຮັບການບາດເຈັບຢູ່ທີ່ຫົວມາກ່ອນມີອາການດັ່ງກ່າວ.

ສາເຫດຂອງການເປັນອາການດັ່ງກ່າວ ສ່ວນໃຫຍ່ມັກເກີດກັບຄົນທີ່ມີອາຍຸ 50 ປີຂຶ້ນໄປ ແລະ ບຸກຄົນທີ່ເຄີຍມີປະຫວັດປວດໄມເກຣນມາກ່ອນ ເຊິ່ງອາດມີຄວາມສ່ຽງສູງກວ່າຄົນທົ່ວໄປ.

ນອກຈາກນີ້, ກໍຈະມີປັດໄຈອື່ນໆ ເຊິ່ງເປັນສາເຫດຫຼັກໆ ມີດັ່ງນີ້:

-ການເຮັດກິດຈະກໍາບາງຢ່າງ ເຊັ່ນ: ການແຊ່ນໍ້າຮ້ອນ ຫຼື ນໍ້າເຢັນແຮງຢ່າງກະທັນຫັນ, ການອອກກໍາລັງກາຍ, ການມີເພດສໍາພັນ.

-ການບາດເຈັບ ເຊັ່ນ: ເຈັບຢູ່ບໍລິເວນຫົວເປັນຕົ້ນ.

-ການເກີດຄວາມເຄັ່ງຕຶງຢ່າງຮຸນແຮງ.

-ການກວດທາງການແພດບາງຊະນິດ ເຊັ່ນ: ການກວດວິເຄາະຫຼອດເລືອດ ແລະ ການກວດແນມສ່ອງກ້ອງເປັນຕົ້ນ.

ແລ້ວເມື່ອເປັນອາການແບບນີ້ຄົນເຈັບຈະມີພາວະແຊກຊ້ອນ?.

ແນ່ນອນວ່າຕ້ອງມີ ບໍ່ວ່າຈະເປັນການໄດ້ຮັບຜົນກະທົບໃນທາງດ້ານຈິດໃຈ ຫຼື ອາດມີ ຄວາມກັງວົນຕໍ່ຕົນເອງວ່າຈະກັບມາເປັນຄືນອີກ ຫຼື ບາງຄົນກໍຄິດວ່າຕົນເອງອາດຈະເປັນພະຍາດທີ່ຮ້າຍແຮງ. ຖ້າຫາກຄົນເຈັບທ່ານໃດເກີດມີຄວາມວິຕົກກັງວົນດັ່ງກ່າວ, ທ່ານຄວນໄປພົບແພດເພື່ອກວດກາ ແລະ ປິ່ນປົວ.

ການເບິ່ງແຍງ ແລະ ປິ່ນປົວ

ວິທີການປິ່ນປົວແມ່ນຍັງບໍ່ທັນມີວິທີການທີ່ແນ່ນອນ ເນື່ອງຈາກອາການດັ່ງກ່າວນີ້ເປັນກຸ່ມອາການທີ່ຍັງບໍ່ທັນຮູ້ສາເຫດຢ່າງຊັດເຈນ ວ່າເກີດມາຈາກໃສກັນແທ້ ແຕ່ສິ່ງທີ່ຈະຊ່ວຍຫຼຸດບັນຫາດັ່ງກ່າວທີ່ພວກເຮົາຈະເຮັດໄດ້ກໍຈະມີ: ຫຼີກລຽງການເຮັດກິດຈະກໍາທີ່ໜັກເກີນໄປ, ລະວັງການເກີດອຸບັດເຫດທີ່ຮຸນແຮງ, ຄວາມເຄັ່ງຕຶງທີ່ເກີດຈາກການເຮັດວຽກໜັກ ຫຼື ຈາກບັນຫາຕ່າງໆ, ປຶກສາແພດ ແລະ ກວດກ່ຽວກັບພະຍາດດັ່ງກ່າວ.