ບໍລິສັດ ນິວຈິບເຊັງ ເພີ່ມການຜະລິດຊິ້ນສ່ວນອາໄຫຼ່ລົດຫຼຸດຜ່ອນການນໍາເຂົ້າ

485

ບໍລິສັດ ນິວຈິບເຊັງ ຈໍາກັດ ຕົວແທນນໍາເຂົ້າ ແລະ ຈໍາໜ່າຍລົດຍີ່ຫໍ້ຮອນດ້າໃນປະເທດລາວ ການດຳເນີນທຸລະກິດຮອດປັດຈຸບັນ ເກືອບ 30 ປີ ເຫັນວ່າມີການເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບການພັດທະນາປະເທດຊາດແຕ່ອະດີດມາຮອດປັດຈຸບັນ.

ທ່ານ ສະເໜີ ຈຸນລະມະນີ ຮອງປະທານ ກຸ່ມບໍລິສັດ ນິວຈິບເຊັງ ຈໍາກັດ ກ່າວວ່າ: ລົດຮອນດ້າໄດ້ເຂົ້າມາດໍາເນີນທຸລະກິດຢູ່ລາວເຮົາ ແຕ່ຕົ້ນປີ 1960 ຮອດປີ 1973 ກໍໄດ້ໂຈະກິດຈະການຊົ່ວຄາວ ຈົນມາຮອດປີ 1991 ກໍໄດ້ກັບຄືນມາອີກເປັນຮອບທີ 2 ໃນຖານະຜູ້ລົງທຶນຕ່າງປະເທດ ເພື່ອດໍາເນີນກິດຈະການເປັນຕົວແທນຈໍາໜ່າຍ ແລະ ຂາຍຍີ່ຫໍ້ຮອນດ້າໃນປະເທດລາວຈົນເຖິງປັດຈຸບັນ ເປັນເວລາ 29 ປີ.

ຕະຫຼອດໄລຍະ 29 ປີ ທີ່ຮອນດ້າດໍາເນີນທຸລະກິດໃນ ສປປ ລາວ ພາຍໃຕ້ຊື່ບໍລິສັດ ນິວຈິບເຊັງ ຈໍາກັດ ເຫັນວ່າໂດດເດັ່ນທີ່ສຸດ ບໍລິສັດມີການເຕີບໃຫຍ່ຂະຫຍາຍຕົວຂະໜານກັນກັບການພັດທະນາປະເທດຂອງພວກເຮົາ ສະແດງອອກໃນຕົວເລກພະນັກງານ ແລະ ຍອດຂາຍໃນແຕ່ລະປີເຫັນວ່າເພີ່ມຂຶ້ນຈາກເລີ່ມຕົ້ນ 20 ກວ່າຄົນ. ມາຮອດປັດຈຸບັນມີ 1 ພັນກວ່າຄົນ, ສ່ວນໂຊຣູມ ຫຼື ຫ້ອງວາງສະແດງຈາກທີ່ມີຢູ່ໃນນະຄອນຫຼວງວຽງຈັນ 2 ຮ້ານ ປັດຈຸບັນມີເກືອບ 80 ຮ້ານໃນທົ່ວປະເທດ.

ສ່ວນໂຮງງານປະກອບ ຫຼື ຜະລິດຈາກເບື້ອງຕົ້ນແມ່ນໂຮງງານຂະໜາດນ້ອຍ ມື້ໜຶ່ງປະກອບໄດ້ພຽງ 20 ຄັນ, ມາຮອດປັດຈຸບັນການຜະລິດ ແລະ ປະກອບສະເລ່ຍ 350 – 400 ຄັນຕໍ່ມື້ ນັ້ນກໍແມ່ນຄວາມເຕີບໃຫຍ່ຕະຫຼອດເກືອບ 30 ປີຜ່ານມາ. ນອກນັ້ນ, ໃນເມື່ອກ່ອນມີແຕ່ນໍາເຂົ້າຊິ້ນສ່ວນ 100% ມາປະກອບເທົ່ານັ້ນ; ມາຮອດປັດຈຸບັນໄດ້ມີໂຮງງານຜະລິດຊິ້ນສ່ວນບາງຢ່າງພາຍໃນປະເທດໄດ້ເອງ ສະເລ່ຍເກືອບ 20 ຊິ້ນສ່ວນ ເຊິ່ງໄດ້ເປັນໜໍ່ແໜງດ້ານອຸດສາຫະກຳຍານຍົນ ໂດຍສະເພາະລົດຈັກ 2 ລໍ້.

ບໍລິສັດ ນິວຈິບເຊັງ ມີ 3 ກຸ່ມຜະລິດຕະພັນຫຼັກໆ ໜຶ່ງແມ່ນລົດຈັກຮອນດ້າ ຖືວ່າເປັນເສດຖະກິດຫຼັກ ກວມສ່ວນແບ່ງຕະຫຼາດລົດຈັກໃນທົ່ວປະເທດ 70%, ສອງລົດ 4 ລໍ້ ຂອງຮອນດ້າ ກວມສ່ວນແບ່ງຕະຫຼາດລົດໃຫຍ່ໃນທົ່ວປະເທດ 15 – 20% ແລະ ສາມ ປະເພດເຄື່ອງຈັກອະເນກປະສົງບໍ່ວ່າຈະເປັນຈັກຕັດຫຍ້າຈັກຂະໜາດນ້ອຍ, ຈັກເຮືອຫາງຍາວ ແລະ ອື່ນໆ ທີ່ເປັນຍີ່ຫໍ້ຮອນດ້າ ເຊິ່ງຍັງສໍາຫຼວດຕະຫຼາດບໍ່ໄດ້ ເນື່ອງຈາກປະຊາຊົນນໍາໃຊ້ກະແຈກກະຈາຍ, ການນໍາເຂົ້າຕາມບັນດາດ່ານຊາຍແດນ ຫຼື ປະຊາຊົນຂ້າມນໍ້າຂອງໄປຊື້ມາໃຊ້ເອງ ກໍມີເຮັດໃຫ້ບໍ່ສາມາດເກັບກໍາຕົວເລກໄດ້.

ທ່ານກ່າວວ່າ: ສໍາລັບການລະບາດຂອງໂຄວິດ – 19 ເຮັດໃຫ້ຍອດຂາຍລົດຫຼຸດລົງ ເກືອບ40%. ສ່ວນທ່າອ່ຽງຕະຫຼາດລົດໃນປະເທດ ກໍຈະຂຶ້ນກັບບັນຫາເສດຖະກິດຂອງປະເທດ.

ລົດຈັກຍີ່ຫໍ້ຮອນດ້າ ປັດຈຸບັນນໍາເຂົ້າມາໃຫ້ລູກຄ້າຊົມໃຊ້ມີຫຼາຍລຸ້ນດ້ວຍກັນ ສ່ວນຄວາມແຮງໃນປັດຈຸບັນນໍາເຂົ້າມາບໍ່ກາຍ 150 ຊີຊີ