ຕະຫຼາດຫຼັກຊັບລາວ ໄດ້ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ – ສັງຄົມ

200

ຕະຫຼອດ 10 ປີ ແຫ່ງການສ້າງຕັ້ງຕະຫຼາດຫຼັກຊັບລາວ ( ຕລຊລ ) ໄດ້ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດຂອງປະເທດ. ປັດຈຸບັນຕະຫຼາດຫຼັກຊັບລາວມີບໍລິສັດຈົດທະບຽນ 11 ແຫ່ງ, ການລະດົມທຶນຜ່ານຕະຫຼາດຫຼັກຊັບລາວ ມູນຄ່າເຖິງ 224.502 ຕື້ກີບ ກວມເອົາ 15% ຂອງ GDP.

ທ່ານ ອ໊ອດ ພົນຊຽງດີ ຮອງເລຂາໜ່ວຍພັກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ໃຫ້ສຳພາດວ່າ: ຜົນງານພົ້ນເດັ່ນຂອງຕະຫຼາດຫຼັກຊັບໃນ 10 ປີຜ່ານມາ ໃນການດໍາເນີນງານວຽກງານຕະຫຼາດຫຼັກຊັບ ແມ່ນໄດ້ຊ່ວຍໃຫ້ພາກສ່ວນທຸລະກິດສາມາດບໍລິຫານ ຄວາມສ່ຽງ ແລະ ສາມາດປັບປຸງດ້ານການຈັດຕັ້ງບໍລິຫານຄຸ້ມຄອງກິດຈະການໃຫ້ໄດ້ມາດຕະຖານເປັນທີ່ຍອມຮັບຂອງສາກົນ ໄດ້ຢ່າງເຂັ້ມແຂງເທື່ອລະກ້າວ.

ພ້ອມດຽວກັນ, ຕລຊລ ຍັງເປັນກົນໄກໜຶ່ງຄຽງຄູ່ກັບກົນໄກທະນາຄານ ໃນການບໍລິຫານຈັດການຊັບພະຍາກອນ ກໍຄືການຈັດຫາ ແລະ ການຈັດສັນທຶນຢ່າງມີປະສິດທິຜົນ, ຈາກທີ່ເມື່ອກ່ອນ ສປປ ລາວ ມີພຽງທຸລະກໍາການຝາກເງິນ ແລະ ບໍລິການສິນເຊື່ອ, ແຕ່ປັດຈຸບັນໄດ້ມີການລົງທຶນ, ການລະດົມທຶນ, ການເຂົ້າຫາແຫຼ່ງທຶນຜ່ານຕະຫຼາດທຶນ ເຊິ່ງເຫັນໄດ້ຈາກການລະດົມທຶນຜ່ານຕະຫຼາດຫຼັກຊັບລາວ ມີມູນຄ່າເຖິງ 224.502 ຕື້ກີບ ກວມເອົາ 15% ຂອງ GDP, ໃນນີ້ ພັນທະບັດລັດຖະບານ 2.865 ຕື້ກີບ, ອອກຮຸ້ນສາມັນ 6.819 ຕື້ກີບ ແລະ ອອກຮຸ້ນກູ້ຢູ່ຕ່າງປະເທດ 14.818 ຕື້ກີບ.

ປັດຈຸບັນ ຕະຫຼາດຫຼັກຊັບລາວ ມີບໍລິສັດຈົດທະບຽນ 11 ແຫ່ງ ທີ່ມາຈາກຂະແໜງການເງິນ, ພະລັງງານໄຟຟ້າ, ກະສິກໍາ, ອຸດສາຫະກຳ, ການຄ້າ – ການບໍລິການ ແລະ ອື່ນໆ. ນອກນັ້ນ, ຕລຊລ ຍັງຊ່ວຍໃຫ້ພາກສ່ວນທຸລະກິດສາມາດສ້າງພາບພົດທີ່ດີ ແລະ ສາມາດດຶງດູດເອົາເງິນລົງທຶນຈາກຕ່າງປະເທດໃນຮູບແບບການລົງທຶນໃນກຸ່ມຫຼັກຊັບ ( Portfolio Investment ) ຕິດພັນກັບສະພາບການຂະຫຍາຍຕົວຂອງເສດຖະກິດ ແລະ ສິ່ງດັ່ງກ່າວນີ້ເປັນໜໍ່ແໜງການເຊື່ອມໂຍງກັບສາກົນທາງດ້ານການລົງທຶນ.

ດ້ານການປະຕິບັດແຜນການປີ 2020, ມາຮອດປັດຈຸບັນ ຕລຊລ ໄດ້ພະຍາຍາມ ແລະ ສຸມໃສ່ເຮັດໃຫ້ຕະຫຼາດມີຄວາມຟົດຟື້ນ ແລະ ຄ່ອງຕົວ ເພື່ອສາມາດຕອບສະໜອງ ຄວາມຕ້ອງການ ແລະ ດຶງດູດຄວາມສົນໃຈຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ມີການເຄື່ອນໄຫວຊື້ – ຂາຍຢ່າງເປັນປົກກະຕິ. ແຕ່ການເຄື່ອນໄຫວວຽກງານຕົວຈິງ ໃນປີ 2020 ເຫັນວ່າການຊື້ – ຂາຍແມ່ນບໍ່ຄຶກຄື້ນເທົ່າທີ່ຄວນ, ຜົນການດໍາເນີນງານຂອງບໍລິສັດຈົດທະບຽນ ແມ່ນຂາດຄວາມຄ່ອງຕົວ, ການໂຄສະນາເຜີຍແຜ່ວຽກງານຫຼັກຊັບຍັງບໍ່ທັນທົ່ວເຖິງ, ການໃຫ້ບໍລິການຂອງພາກສ່ວນທີ່ກ່ຽວຂ້ອງຈໍານວນໜຶ່ງຍັງບໍ່ທັນຕັ້ງໜ້າ, ນິຕິກຳບາງຢ່າງຍັງເປັນສິ່ງອັດຕັນ ແລະ ບັນຫາການແຜ່ລະບາດຂອງພະຍາດໂຄວິດ – 19.

ທ່ານ ອ໊ອດ ພົນຊຽງດີ ໃຫ້ຮູ້ຕື່ມອີກວ່າ: ສຳລັບແຜນປີ 2021 ທີ່ຈະມາຮອດນີ້ ຕລຊລ ແມ່ນຈະສຸມສໍາຄັນໃສ່ 5 ບັນຫາສຳຄັນ ຄື:

1). ພັດທະນາກົນໄກ ແລະ ສິ່ງອໍານວຍຄວາມສະດວກທາງດ້ານໄອທີໃຫ້ທັນສະໄໝ ເປັນຕົ້ນແມ່ນການພັດທະນາລະບົບ Bank Link.

2). ປັບປຸງຂະບວນການທົບທວນການເອົາບໍລິສັດເຂົ້າມາຈົດທະບຽນ. ຄຽງຄູ່ກັນນັ້ນ, ກໍຈະໄດ້ເນັ້ນໜັກການປັບປຸງຄຸນນະພາບຂອງບໍລິສັດຈົດທະບຽນໃນປັດຈຸບັນ ເພື່ອໃຫ້ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ການລົງທຶນ, ພ້ອມທັງສ້າງກົນໄກຮອງຮັບການຖອດຖອນບໍລິສັດຈົດທະບຽນທີ່ບໍ່ໄດ້ຄຸນນະພາບ.

3). ຈະເນັ້ນໜັກວຽກງານການສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ ກ່ຽວກັບວຽກງານຫຼັກຊັບ ແລະ ສົ່ງເສີມການເຜີຍແຜ່ຄວາມຮູ້ກ່ຽວກັບຕະຫຼາດທຶນໃຫ້ມວນຊົນໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ. ນອກນັ້ນ, ກໍຈະສືບຕໍ່ພັດທະນາເວັບໄຊ ເພື່ອໃຫ້ກາຍເປັນແຫຼ່ງຂໍ້ມູນຄວາມຮູ້ທາງດ້ານການລົງທຶນ ແລະ ເປັນແຫຼ່ງຂໍ້ມູນ – ຂ່າວສານໃຫ້ແກ່ນັກລົງທຶນ ເພື່ອນໍາໃຊ້ເຂົ້າໃນການຕິດຕາມຕະຫຼາດ, ເຂົ້າໃຈຕະຫຼາດຫຼາຍຂຶ້ນ ແລະ ນໍາໃຊ້ເຂົ້າໃນການຕັດສິນໃຈລົງທຶນ.

4). ຈະສຸມໃສ່ການປັບປຸງຄຸນນະພາບ ແລະ ພັດທະນາບຸກຄະລາກອນໃນຕະຫຼາດທຶນໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບການພັດທະນາຂອງຕະຫຼາດທຶນໃນຕໍ່ໜ້າ.

5). ປັບປຸງນິຕິກໍາພາຍໃນໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ.